ການຍິງທົດລອງລູກສອນໄຟຢູ່ໃກ້ທະເລ ຍີ່ປຸ່ນ, ວັນທີ 24/12/2025 (ພາບ: KCNA/REUTERS)

ໃນຂະນະນັ້ນ, ກອງເສນາທິການໃຫຍ່ທະຫານປະສົມ ສ.ເກົາຫຼີ ໃນຕອນເຊົ້າວັນທີ ໐4 ມັງກອນ ກໍຖະແຫຼງຂໍ້ມູນຄ້າຍຄືກັນ. ຕາມຝ່າຍ ສ.ເກົາຫຼີ ແລ້ວ, ນີ້ແມ່ນການຍິງລູກສອນໄຟຄັ້ງທີ 2 ຢ່າງລຽນຕິດ ໃນ 2 ເດືອນຜ່ານມາຂອງ ສປປ.ເກົາຫຼີ. ຄັ້ງລ້າສຸດແມ່ນວັນທີ 7 ພະຈິກ 2025 ຜ່ານມາ. ສິ່ງທີ່ໜ້າສົນໃຈແມ່ນຄັ້ງຍິງລູກສອນໄຟໄດ້ດຳເນີນກົງກັບໂອກາດທ່ານປະທານາທິບໍດີ ສ.ເກົາຫຼີ Lee Jae Myung ເລີ່ມດຳເນີນການຢ້ຽມຢາມທາງລັດຖະກິດ ຢູ່ ຈີນ.

ເຖິງວ່າ ພຽງຢາງ ຍັງບໍ່ທັນສະແດງທັດສະນະຕໍ່ກັບບັນຫານີ້, ແຕ່ພາຍຫຼັງໄດ້ຮັບຂ່າວດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Takaichi Sanae ໄດ້ອອກຄຳສັ່ງໃຫ້ບັນດາອົງການທີ່ກ່ຽວຂ້ອງດຳເນີນການເກັບກຳ ແລະ ວິເຄາະຂໍ້ມູນ, ຢັ້ງຢືນສະພາບການບັນດາກ່ຳປັ່ນ ແລະ ເຮືອບິນລຳຕ່າງໆທີ່ພວມເຄື່ອນໄຫວໃນພາກພື້ນ, ພ້ອມດຽວກັນນັ້ນ, ກະກຽມຄວາມພ້ອມຮັບມືກັບທຸກກໍລະນີທີ່ອາດຈະເກີດຂຶ້ນ.

ນັກຂ່າວ VOV ປະຈຳ ຍີ່ປຸ່ນ