ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີການຕ່າງປະເທດລາວກ່າວຄຳເຫັນທີ່ພີທີ |
ກ່າວຄຳເຫັນທີ່ພິທີ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີການຕ່າງປະເທດລາວ ໄດ້ເນັ້ນໜັກເຖິງບັນດາຜົນງານຂອງອາຊຽນໃນຕະຫຼອດໄລຍະ 52 ປີທີ່ຜ່ານມາ. ພິເສດແມ່ນປີ 2015, ປະຊາຄົມອາຊຽນໄດ້ສ້າງຕັ້ງຢ່າງເປັນທາງການ, ດ້ວຍ 3 ເສົາຄ້ຳຕົ້ນຕໍແມ່ນ ຄວາມໝັ້ນຄົງ - ການເມືອງ, ເສດຖະກິດ ແລະ ວັດທະນະທຳ - ສັງຄົມ, ປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນຂອງພາກພື້ນ ແລະ ໂລກ. ຜົນສຳເລັດທຳອິດ ຂອງອາຊຽນແມ່ນສືບຕໍ່ຮັດແໜ້ນບັນດາການພົວພັນຮ່ວມມືລະຫວ່າງບັນດາປະເທດສະມາຊິກນຳກັນ ແລະ ລະຫວ່າງ ອາຊຽນກັບພາຍນອກ, ອີງຕາມຫຼັກການທີ່ໄດ້ກຳນົດໃນ ອາຊຽນ ກໍ່ຄືບັນດາກົນໄກໂດຍ ອາຊຽນສ້າງຂຶ້ນ, ຄືຫຼັກການດຳລົງຊີວິດໃນສັນຕິພາບ, ເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ແກ້ໄຂຄວາມຂັດແຍ້ງໂດຍສັນຕິວິທີ, ບົນຫຼັກການເຫັນດີເຫັນພ້ອມ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ແລະ ຕາມຄວາມຫຼາຍຮູບຫຼາຍແບບຂອງແຕ່ລະປະເທດສະມາຊິກ, ຫຼືຍັງໄດ້ເອີ້ນວ່າ ວິທີການຂອງ ອາຊຽນ (ASEAN Way).
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

