ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານປີ 2025, ໄລຍະ 2021 – 2025 ແລະ ຜັນຂະຫຍາຍແຜນການປີ 2026 ຂອງຂະແໜງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ (ພາບ: VOV) |
ຕອນບ່າຍວັນທີ 31 ທັນວາ, ຢູ່ຮ່າໂນ້ຍ, ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານປີ 2025, ໄລຍະ 2021 – 2025 ແລະ ຜັນຂະຫຍາຍແຜນການປີ 2026 ຂອງຂະແໜງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຊີ້ແຈ້ງວ່າປີ 2025, ຂະແໜງກະສິກຳ ແລະ ສິ່ງແວດລ້ອມ ຕ້ອງປະເຊີນໜ້າກັບການຜັນແປ່ຫຼາຍຢ່າງຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ພິເສດແມ່ນວິນາດຕະກຳໄພທຳມະຊາດ, ພາຍຸນ້ຳຖ້ວມກໍ່ຜົນເສຍຫາຍຢ່າງໜັກໜ່ວງ… ແຕ່ຂະແໜງກະສິກຳ ແລະ ສິ່ງແວດລ້ອມຍັງແມ່ນເສົາຄ້ຳຂອງພື້ນຖານເສດຖະກິດ. 9/9 ຄາດໝາຍຂອງລັດຖະບານມອບໝາຍລ້ວນແຕ່ປະຕິບັດສຳເລັດ. ການເຕີບໂຕ GDP ຂະແໜງບັນລຸປະມານ 3,7 – 3,92%, ຄາດວ່າວົງເງິນການສົ່ງອອກກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳບັນລຸ 70ຕື້ USD, ການສົ່ງອອກເກີນດູນກວ່າ 20 ຕື້ USD, ເກືອບ 80%ຈຳນວນຕາແສງບັນລຸມາດຖານຊົນນະບົດໃໝ່.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

