ອງປະຊຸມໃຫຍ່ຄັ້ງທີ 1 ອາຍຸການ 2025 – 2027 ຂອງ ສະມາຄົມນັກສຶກສາ ຫວຽດນາມ ຢູ່ອິນເດຍ (ພາບ: VOV)
|
ກອງປະຊຸມໃຫຍ່ຄັ້ງທີ 1, ອາຍຸການ 2025 – 2027 ຂອງ ສະມາຄົມນັກສຶກສາ ຫວຽດນາມ ຢູ່ອິນເດຍ ໄດ້ດຳເນີນໃນວັນທີ 30 ພະຈິກ ຕາມຮູບແບບເຊິ່ງໜ້າ ສົມທົບ ທາງໄກ ຢູ່ສຳນັກງານສະຖານທູດ ຫວຽດນາມ ປະຈຳ ນະຄອນຫຼວງ New Delhi. ກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນແທັງ ຫ໋າຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນເດຍ ໃຫ້ຮູ້ວ່າ ຊາວຫວຽດນາມ ດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ ອິນເດຍບໍ່ຫຼາຍ, ມີພຽງແຕ່ປະມານ 1000 ຄົນ,ດຳລົງຊີວິດຢູ່ກະແຈກກະຈາຍໃນຫຼາຍລັດທີ່ແຕກຕ່າງກັນ. ຍອດຈຳນວນນັກນຶກສາ ຫວຽດນາມ ປະຈຳ ອິນເດຍ ມີທັງໝົດປະມານ 400 ຄົນ, ໃນນັ້ນມີຫຼາຍຄົນເປັນສາສະນິກກະຊົນກໍ່ພວມຮ່ຳຮຽນຢູ່ຫຼາຍບ່ອນ. ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ ສະມາຄົມນັກສຶກສາ ຫວຽດນາມ ປະຈຳ ອິນເດຍ ບໍ່ພຽງແຕ່ແມ່ນອົງການຕາງໜ້າໃຫ້ແກ່ສິດພັນທະ, ຄວາມມຸ່ງຫວັງຂອງນັກສຶກສາເທົ່ານັ້ນ ຫາກຍັງແມ່ນຂົວເຊື່ອມຕໍ່ວັດທະນະທຳ, ແມ່ນຄູ່ຮ່ວມມືໃນການສ້າງປະຊາຄົມນັກສຶກສາ ສາມັກຄີ, ໜູນຊ່ວຍເຊິ່ງກັນແລະກັນໃນການຮ່ຳຮຽນ ແລະ ການດຳລົງຊີວິດ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

