ການນຳ Kim Jong Un ໄປກວດກາບັນດາວິສາຫະກິດໃຫຍ່ຂຶ້ນກັບຂະແໜງອຸດສາຫະກຳອາວຸດຂອງ ສປປ.ເກົາຫຼີ(ພາບ: KCNA/REUTERS)
|
ວັນທີ 26 ທັນວາ, ສຳນັກງານຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໃຫ້ຮູ້ວ່າ ການນຳ Kim Jong Un ໄດ້ປະກາດແຜນການກໍ່ສ້າງບັນດາໂຮງງານຜະລິດອາວຸດໃໝ່ ເພື່ອເປີດກວ້າງກຳລັງຄວາມສາມາດການຜະລິດລູກສອນໄຟ ແລະ ລູກປືນໃຫຍ່, ພ້ອມກັນນັ້ນ, ກໍ່ຮຽກຮ້ອງເພີ່ມຈຳນວນການຜະລິດ.
ກ່າວຄຳເຫັນໃນຂອບເຂດການໄປກວດກາບັນດາວິສາຫະກິດໃຫຍ່ຂຶ້ນກັບຂະແໜງອຸດສາຫະກຳອາວຸດຂອງ ສປປ.ເກົາຫຼີ, ການນຳ Kim Jong Un ເນັ້ນໜັກວ່າ “ຂົງເຂດຜະລິດລູກສອນໄຟ ແລະ ລູກປືນໃຫຍ່ຂອງປະເທດຊາດໄດ້ສວມບົດບາດແຖວໜ້າໃນວິວັດການຍົກສູງກຳລັງນາບຂູ່ສົງຄາມ”. ສະນັ້ນ, ແຜນການຜະລິດສຳລັບປີ 2026 ຕ້ອງສ້າງຂຶ້ນຕາມທິດພັດທະນາ ເພື່ອຕອບສະໜອງບັນດາຄວາມຮຽກຮ້ອງຂອງໜ້າທີ່ສຳລັບກຳລັງລູກສອນໄຟ ແລະ ປືນໃຫຍ່ ສປປ.ເກົາຫຼີ ໃນໄລຍະຈະມາເຖິງ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

