ທ່ານ ປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານນາງ Chea Kimtha ເອກອັກຄະລັດຖະທູດ ກຳປູເຈຍ ປະຈຳຫວຽດນາມ (ພາບ: VOV) |
ຕອນບ່າຍວັນທີ 29 ທັນວາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານນາງ Chea Kimtha ເອກອັກຄະລັດຖະທູດ ກຳປູເຈຍ ປະຈຳຫວຽດນາມ ເນື່ອງໃນໂອກາດ ສິ້ນສຸດອາຍຸການປະຕິບັດໜ້າທີ່ຢູ່ ຫວຽດນາມ, ທ່ານ ປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ເນັ້ນໜັກເຖິງລະດັບຄວາມສຳຄັນຂອງການສືບຕໍ່ປັບປຸງຄວາມໄວເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ພົບປະຂັ້ນສູງ, ປະສານສົມທົບກັນຢ່າງແໜ້ນແຟ້ນ ໃນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ລະຫວ່າງສອງປະເທດ. ພ້ອມທັງ, ສະເໜີ້ສອງຝ່າຍສົມທົບກັນໂຄສະນາຄວາມໝັ້ນປະຫວັດສາດການພົວພັນ ຫວຽດນາມ - ກຳປູເຈຍໃຫ້ແກ່ໄວໜຸ່ມຢ່າງເລິກເຊິ່ງກວ້າງຂວາງ. ສ່ວນທ່ານນາງ Chea Kimtha ເອກອັກຄະລັດຖະທູດ ກຳປູເຈຍ ຢັ້ງຢືນນ້ຳໃຈມິດຕະພາບລະຫວ່າງ ສອງປະເທດ ແມ່ນຊັບສົມບັດອັນລ້ຳຄ່າໂດຍການນຳລຸ້ນກອ່ນ ແລະ ປະຊາຊົນສອງປະເທດ ໄດ້ອອກເຮືອເທແຮງເພີ່ມພູມຄູນສ້າງ. ທ່ານເອກອັກຄະລັດຖະທູດ ຕີລາຄາສູງບົດບາດຂອງ ຫວຽດນາມ ໃນການຊຸກຍູ້ການໂອ້ລົມສົນທະນາ ແລະ ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ພາກພື້ນ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

