ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ

ຕອນເຊົ້າວັນທີ 2 ມິຖຸນາ, ຢູ່ນະຄອນ ເປີໄລກູ , ແຂວງຢາລາຍ, ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ເປັນປະທານການເຮັດວຽກກັບຄະນະປະຈຳພັກນະຄອນ ຢາລາຍ ແລະ ຄະນະປະຈຳພັກແຂວງ ບິ່ງດິ້ງ ກ່ຽວກັບສະພາບການປະຕິບັດມະຕິກອງປະຊຸມຄັ້ງທີ 11 ຄະນະບໍລິຫານງານສູນກາງພັກ ຊຸດທີ XIII ຂອງສອງທ້ອງຖິ່ນ.

ທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໜັກວ່າ ໃນສະພາບການກະກຽມໂຮມສອງແຂວງ ຢາລາຍ ແລະ ບິ່ງດິ້ງເຂົ້າເປັນແຂວງດຽວດ້ວຍເສດຖະກິດເຂັ້ມແຂງ, ທັນສະໄໝ ແລະ ມີປະສິດທິຜົນກ່ວາເກົ່າ, ສອງແຂວງ ຢາລາຍ ແລະ ບິ່ງດິ້ງຕ້ອງເປັນເຈົ້າການໃນການສ້າງວິໄສທັດພັດທະນາໄລຍະຍາວ, ກຳນົດບັນດາການບຸກທະລຸຍຸດທະສາດ ກ່ຽວກັບການຄຸ້ມຄອງ, ພື້ນຖານໂຄງລ່າງ, ວິທະຍາສາດເຕັກໂນໂລຢີ ແລະ ແຫຼ່ງຊັບພະຍາກອນມະນຸດ, ເສີມຂະຫຍາຍບັນດາຈຸດເພີ່ມເຕີມລະຫວ່າງສອງທ້ອງຖິ່ນຢ່າງສຸດຂີດເພື່ອໃຫ້ແຂວງບືນຕົວຂຶ້ນກາຍເປັນທ່າເຕີບໂຕສຳຄັນຂອງເຂດຕອນກາງ - ພາກກາງ ແລະ ປະກອບສ່ວນນຳປະເທດຊາດບຸກບືນຢ່າງແຮງໃນໄລຍະພັດທະນາໃໝ່. ທ່ານໃຫ້ຮູ້ວ່າ:

ພາຍຫຼັງໂຮມເປັນແຂວງດຽວ, ດ້ວຍເນື້ອທີ່ໃຫຍ່ອັນດັບທີ 2 ໃນທົ່ວປະເທດ, ຢາລາຍຕ້ອງເປັນເຈົ້າການກຳແໜ້ນສະພາບການໃນບໍລິເວນ, ຮັບປະກັນສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະ ອະທິປະໄຕເຂດຊາຍແດນ, ທະເລໝູ່ເກາະ. ພ້ອມທັງ, ຕ້ອງເສີມຂະຫຍາຍສີສັນວັດທະນະທຳບັນດາເຜົ່າ, ເບິ່ງແຍງດູແລຊີວິດກາຍເປັນຢູ່ຂອງພໍ່ແມ່ປະຊາຊົນ, ເປັນຕົ້ນແມ່ນເຂດຫ່າງໄກສອກຫຼີກ, ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ.