ທ່ານ Mark Rutte, ເລຂາທິການໃຫຍ່ ນາໂຕ(ພາບ: REUTERS/Yves Herman)
|
ທ່ານ Mark Rutte, ເລຂາທິການໃຫຍ່ ນາໂຕ ໄດ້ປະຕິເສດບັນດາຄຳຮຽກຮ້ອງຈາກການນຳ ເອີລົບ ຈຳນວນໜຶ່ງໂດຍຖືວ່າ ຕ້ອງແຍກດ້ານການທະຫານອອກຈາກ ອາເມລິກາ, ເນັ້ນໜັກວ່າ ວໍຊິງຕັນ ແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈສຳລັບ ອີຢູ.
ທ່ານ Mark Rutte ຖືວ່າ ເອີລົບ ຕ້ອງແບກຫາບໜ້າທີ່ຢ່າງໃຫຍ່ຫຼວງກວ່າສຳລັບຄວາມໝັ້ນຄົງຂອງຕົນ, ລວມທັງລາຍຈ່າຍການປ້ອງກັນຊາດ, ແຕ່ເນັ້ນໜັກສິ່ງດັ່ງກ່າວຕ້ອງໄດ້ປະຕິບັດພ້ອມກັບການຮ່ວມມືກັບ ອາເມລິກາ, ຫາກບໍ່ແມ່ນຢູ່ນອກຂອບເຂດຂ້າມມະຫາສະໝຸດ ປາຊີຟິກ. ທ່ານເນັ້ນໜັກວ່າ, ອາເມລິກາ ຈະສືບຕໍ່ເຂົ້າຮ່ວມດ້ານການທະຫານຢູ່ ເອີລົບ ແລະ ປະຕິບັດບັນດາຄຳໝັ້ນສັນຍາຂອງຕົນກັບພັນທະມິດ. ທ່ານກໍ່ເນັ້ນວ່າ ກຳລັງແຮງດ້ານເສດຖະກິດ ແລະ ການທະຫານຂອງພັນທະມິດດ້ານປ້ອງກັນຊາດສ່ວນຫຼາຍແມ່ນຍັງຢູ່ນອກ ອີຢູ, ກ່ອນອື່ນໝົດແມ່ນຢູ່ ອາເມລິກາ, ສິ່ງນີ້ເຮັດໃຫ້ການຮ່ວມມືຂ້າມມະຫາສະໝຸດ ປາຊີຟິກ ກາຍເປັນສິ່ງທີ່ຂາດບໍ່ໄດ້ໃນສະພາບການປະຈຸບັນ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

