ທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຕ້ອນຮັບ ທ່ານ Mohammed Ismaeil A.Dahlwy, ເອກອັກຄະລັດຊະອຸດີ ອາຣັບບີ(ພາບ: baoquocte.vn)
|
ຕອນບ່າຍວັນທີ 31 ທັນວາ, ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທີ່ ຮ່າໂນ້ຍ, ທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ຕ້ອນຮັບ ທ່ານ Mohammed Ismaeil A.Dahlwy, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງລາຊະອານາຈັກ ຊະອຸດີ ອາຣັບບີ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຂອງຕົນ.
ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ເລຮວ່າຍຈຸງ ໄດ້ຕີລາຄາສູງບັນດາການປະກອບສ່ວນຂອງ ທ່ານເອກອັກຄະລັດຖະທູດ A.Dahlwy ໃນການຊຸກຍູ້ການພົວພັນ 2 ປະເທດໃຫ້ບັນລຸບັນດາບາດກ້າວພັດທະນາໃໝ່. ທ່ານກໍ່ເນັ້ນໜັກວ່າ ຫວຽດນາມ ພ້ອມແລ້ວທີ່ຈະເພີ່ມທະວີການຮ່ວມມືກັບ ຊະອຸດີ ອາຣັບບີ ຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ, ໂດຍສະເພາະແມ່ນຜ່ານຂອບເຂດ ຄື: ສະພາຮ່ວມມືເຂດອ່າວ (GCC) ແລະ ອາຊຽນ.
ສ່ວນທ່ານເອກອັກຄະລັດຖະທູດ A.Dahlwy ຢືນຢັນວ່າ ຊະອຸດີ ອາຣັບບີ ສະໜັບສະໜູນ ຫວຽດນາມ ເພີ່ມທະວີການຮ່ວມມືກັບ GCC ແລະ ຈະສືບຕໍ່ຊຸກຍູ້ການເຈລະຈາລົງນາມ FTA ຫວຽດນາມ - GCC ໃນໄລຍະໄວທີ່ສຸດ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

