(ທ່ານນາງ ຫງວຽນທິແທັງ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ້ອນຮັບທ່ານນາງ June Kunugi, ຜູ້ອຳນວຍການ ກອງທຶນສະຫະປະຊາຊາດເພື່ອເດັກ (UNICEF) ພາກພື້ນ ອາຊີຕາເວັນອອກ - ປາຊີຟິກ)

ຕອນບ່າຍວັນທີ 26 ພະຈິກ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງ ຫງວຽນທິແທັງ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ຕ້ອນຮັບຜູ້ອຳນວຍການ ກອງທຶນສະຫະປະຊາຊາດເພື່ອເດັກ (UNICEF) ພາກພື້ນ ອາຊີຕາເວັນອອກ - ປາຊີຟິກ, ປະທານ ແລະ ຮອງປະທານຄະນະກຳມະການສະຫະປະຊາຊາດກ່ຽວກັບສິດທິເດັກ (CRC) ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນຮ່ວມມື ຫວຽດນາມ - UNICEF (1975 - 2025), ກໍ່ແມ່ນການສະເຫຼີມສະຫຼອງ 35 ປີແຫ່ງວັນ ຫວຽດນາມ ເຂົ້າຮ່ວມສົນທິສັນຍາສິດທິເດັກ.

ທີ່ການຕ້ອນຮັບ, ເມື່ອແລກປ່ຽນກ່ຽວກັບວຽກງານເບິ່ງແຍງດູແລເດັກ, ທ່ານນາງ June Kunugi, ຜູ້ອຳນວຍການ ກອງທຶນສະຫະປະຊາຊາດເພື່ອເດັກ (UNICEF) ພາກພື້ນ ອາຊີຕາເວັນອອກ - ປາຊີຟິກ ຕີລາຄາສູງບັນດາຄຳໝັ້ນສັນຍາຢ່າງເຂັ້ມແຂງຂອງ ຫວຽດນາມ ໃນການສົ່ງເສີມສຸຂະພາບ, ໂພສະນາການ ແລະ ການປົກປ້ອງເດັກ. ທ່ານນາງກໍ່ສະແດງຄວາມຫວັງວ່າ ກົດໝາຍວ່າດ້ວຍຕຸລາການ ສຳລັບຜູ້ອາຍຸບໍ່ເຖິງ 18 ປີ ໃນປີ 2024 ຈະໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ.

ໃນຂະນະນັ້ນ, ທ່ານນາງ Sophie Kiladze, ປະທານຄະນະກຳມະການ CRC, ສະແດງຄວາມປະທັບໃຈຕໍ່ຈຳນວນງົບປະມານທີ່ສະຫງວນໃຫ້ແກ່ວຽກງານເດັກຂອງ ຫວຽດນາມ ໃນໄລຍະຜ່ານມາ ແລະ ໃຫ້ຄຳໝັ້ນສັນຍາວ່າ CRC ພ້ອມແລ້ວທີ່ຈະສົມທົບ ແລະ ໜູນຊ່ວຍ ຫວຽດນາມ ໃນການຜັນຂະຫຍາຍບັນດາບຸລິມະສິດນະໂຍບາຍຮັບປະກັນສິດທິເດັກ.