ທ່ານຮອງນາຍົກລັດຖະມນົຕີຜູ້ປະຈຳການລັດຖະບານ ຫວຽດນາມ ຫງວຽນຮວ່າບິ່ງ ກ່າວຄ່ຳເຫັນທີ່ກອງປະຊຸມ |
ປັດຈຸບັນ, ຖາຍງວຽນ ພວມມີ 234 ໂຄງການ ທີ່ມີເງິນລົງທຶນຕ່າງປະເທດ (FDI) ລວມມູນຄ່າທັງໝົດ 11,5 ຕື້ USD. ພິເສດ, ທາງແຂວງ ພວມນຳໜ້າທົ່ວປະເທດກ່ຽວກັບການສົ່ງອອກເກີນດຸນ ດ້ວຍມູນຄ່າກວ່າ 10 ຕື້ USD. ນີ້ແມ່ນພື້ນຖານອັນໝັ້ນແກ່ນ ເພື່ອໃຫ້ ຖາຍງວຽນ ຫັນເປົ້າໝາຍກາຍເປັນສູນອຸດສາຫະກຳທັນສະໄໝຂອງເຂດພູດອຍ ແລະ ເຂດພູສູງເຂດພາກເໜືອ ຫວຽດນາມ ໃຫ້ປະກົດຜົນເປັນຈິງ. ໃນກອງປະຊຸມ, ແຂວງ ຖາຍງວຽນ ໄດ້ມອບໃບຢັ້ງຢືນການຈົດທະບຽນລົງທຶນ ແລະ ຄຳໝັ້ນສັນຍາເປີດກວ້າງການລົງທຶນໃຫ້ແກ່ 31 ໂຄງການ, ດ້ວຍມູນຄ່າທັງໝົດເກືອບ 4,4 ຕື້ USD.
ດ້ວຍວິໄສທັດຮອດປີ 2030, ຖາຍງວຽນ ວາງແຜນຜັງ 33 ເຂດອຸດສາຫະກຳໃນເນື້ອທີ່ກວ່າ 12.000 ເຮັກຕາ. ພ້ອມກັບບັນດາໂຄງການພື້ນຖານໂຄງລ່າງຍຸດທະສາດ. ຖາຍງວຽນ ຍາມໃດກໍກຽມພ້ອມເນື້ອທີ່ດິນສະອາດ, ພື້ນຖານໂຄງລ່າງເຕັກນິກທີ່ຄົບຊຸດ ແລະ ຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ; ພ້ອມທັງໃຫ້ຄຳໝັ້ນສັນຍາຮຽງບ່າຮຽງໄຫຼ່ພ້ອມກັບນັກລົງທຶນໃນໄລຍະເຄື່ອນໄຫວຜະລິດດຳເນີນທຸລະກິດຢູ່ແຂວງ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

