ກ່ຳປັ່ນສູ້ຮົບຂອງ ລັດເຊຍ (ພາບປະກອບ: REUTERS) |
ວັນທີ 09 ມັງກອນ, ທະຫານເຮືອ 4 ປະເທດສະມາຊິກກຸ່ມ BRICS, ລວມມີ: ຈີນ, ຣັດເຊຍ, ອາຟຣິກາໃຕ້ ແລະ ອີຣານ ເລີ່ມຕົ້ນການຊ້ອມຮົບກອງທະຫານເຮືອຮ່ວມກັນ ໂດຍເອີ້ນຊື່ວ່າ “ເຈດຈຳນົງເພື່ອສັນຕິພາບ” ຢູ່ເຂດທະເລ Cape Town ຂອງ ອາເມຣິກາໃຕ້. ການຊ້ອມຮົບໄດ້ດຳເນີນ ແຕ່ວັນທີ 9-16 ມັງກອນ, ໂດຍ ຈີນ ເປັນຜູ້ບັນຊາການ.
ການຊ້ອມຮົບທະຫານເຮືອຮ່ວມກັນໃນຄັ້ງນີ້ ໄດ້ສຸມໃສ່ບັນຫາຄວາມປອດໄພທາງທະເລ ແລະ ການເຄື່ອນໄຫວເສດຖະກິດທາງທະເລ. ຈຸດປະສົງ ແມ່ນເຮັດໃຫ້ການປະສານສົມທົບລະຫວ່າງບັນດາປະເທດໃນການອຸປະຖຳບັນດາຂໍ້ລິເລີ່ມສັນຕິພາບຕໍ່ກັບການຮັບປະກັນຄວາມໝັ້ນຄົງທາງທະເລເລິກເຊິ່ງຂຶ້ນກວ່າ. ຂອບຂະໜາດກໍ່່ຄືຈຳນວນພົນທະຫານ, ອາວຸດຍຸດໂທປະກອນຂອງແຕ່ລະປະເທດທີ່ເຂົ້າຮ່ວມການຊ້ອມຮົບຍັງບໍ່ທັນໄດ້ປະກາດເທື່ອ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

