ສະໜາມບິນສາກົນ Ben Gurion ຢູ່ Tel Aviv, ອິດສະຣາແອັນ ພາຍຫຼັງການບຸກໂຈມຕີ (ພາບເອກະສານ: THX/TTXVN)

ວັນທີ 02 ກັນຍາ, ໃນຖະແຫຼງການອອກໃນຊ່ອງໂທລະພາບ al-Masirah, ໂດຍ ຮູທີ ບໍລິຫານ, ທ່ານ Yahya Sarea ໂຄສົກ ຮູທີ ຖະແຫຼງວ່າ “ເຮືອບິນບໍ່ມີຄົນຂັບ Sammad – 4 ໄດ້ບຸກໂຈມຕີຕຶກອາຄານຂອງກອງເສນາທິການໃຫຍ່ກອງທັບ ອິດສະຣາແອັນ” ຢູ່ Tel Aviv. ໃນຂະນະນັ້ນ, ບັນດາເຮືອບິນບໍ່ມີຄົນຂັບອື່ນ ໄດ້ແນ່ໃສ່ເປົ້າໝາຍແມ່ນໂຮງງານໄຟຟ້າຢູ່ Hadera, ສະໜາມບິນ Ben Gurion ແລະ ທ່າກ່ຳປັ່ນ Ashdod.

ຕາມທ່ານ Sarea ແລ້ວ, ກຳລັງ ຮູທີ ໄດ້ບັນຊາເຮືອບິນບໍ່ມີຄົນຂັບ 2 ລຳ ແລະ ລູກສອນໄຟນຳວິຖີຍິງໃສ່ກ່ຳປັ່ນຕູ້ຄອນແທນເນີ MSC Aby ຢູ່ທາງທິດເໜືອທະເລແດງ, ຊຶ່ງໄດ້ກ່າວຫາ ກ່ຳປັ່ນລຳດັ່ງກ່າວຮັກສາບັນດາສາຍສຳພັນດ້ານການຄ້າກັບທ່າກ່ຳປັ່ນທະເລ ອິດສະຣາແອັນ.

ບັນດາບັ້ນບຸກໂຈມຕີໃໝ່ໄດ້ດຳເນີນພາຍຫຼັງທີ ຮູທີ ຖະແຫຼງປະຕິບັດບັ້ນບຸກໂຈມຕີດ້ວຍລູກສອນໄຟໃກ້ກ່ຳປັ່ນຂົນສົ່ງນ້ຳມັນ Scarlet Ray ຢູ່ທາງທິດເໜືອທະເລແດງ 01 ວັນ.