(ທີ່ພິທີມອບລາງວັນ) |
ລາງວັນ ABU-UNESCO T4P Media Awards, ໂດຍສະມາຄົມກະຈາຍສຽງ ໂທລະພາບ ອາຊີ - ປາຊີຟິກ (ABU) ແລະ ອົງການສຶກສາວິທະຍາສາດ ແລະ ວັດທະນະທຳ ສະຫະປະຊາຊາດ (UNESCO) ພ້ອມກັນຈັດຂຶ້ນ, ຫາກໍ່ໄດ້ເຊີດຊູບັນດາຜົນງານຂອງ VOV. ລະອຽດແມ່ນ, ພະແນກຂ່າວ (VOV1) ໄດ້ຮັບລາງວັນທີ 1 ດ້ວຍຫົວຂໍ້ ດາວພະເຄາະ, ພະແນກກະຈາຍສຽງພາກພາສາຕ່າງປະເທດ (VOV5) ໄດ້ຮັບລາງວັນທີ 2 ຈຳນວນ 2 ລາງວັນ, ໃນນັ້ນມີບັນດາຜົນງານຄື: ຜົນງານ “ເດີນຕາມຮ່ອງຮອຍ ຮ່າມງີ” ຂອງນັກຂ່າວ ທີລວານ ແມ່ນປະເພດສາລະຄະດີທີ່ເລົ່າເລື່ອງກ່ຽວກັບການເດີນທາງພິເສດຂອງ ທ່ານ ປ.ອ ປະຫວັດສາດສິລະປະ ຝລັ່ງ ນາງ Amandine Dabat, ເປັນລູກຫຼານລຸ້ນທີ 5 ຂອງເຈົ້າຊີວິດ ຮ່າມງີ, ອົງທີ່ໄດ້ມານະພະຍາຍາມຢ່າງບໍ່ຮູ້ອິດຮູ້ເມື່ອຍໃນກວ່າ 1 ທົດສະຫວັດເພື່ອໃຫ້ບັນພະບຸລຸດຂອງທ່ານນາງ, ເຊິ່ງເປັນເຈົ້າຊີວິດອົງຮັກຊາດທີ່ຖືກພວກລ່າເມືອງຂຶ້ນ ຝລັ່ງ ເນລະເທດໄປ ອານເຊຣີ, ໃຫ້ກັບຄືນໄປສູ່ຄວາມຊົງຈຳຂອງປະຊາຊົນ ຫວຽດນາມ ແລະ ໂລກ.
ໃນຂະນະນັ້ນ, ບົດສາລະຄະດີ “ຈາກສັດຕູກາຍເປັນເພື່ອນ: ກຳລັງແຮງຢ່າງມິດງຽບຂອງຄວາມມານະພະຍາຍາມຊອກຫາທະຫານ ອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ” ຂອງກຸ່ມຜູ້ຂຽນ ເຍິດກວິ່ງ, ເຟືອງແຄງ, ຊວັນຮືງ - ບົດຂຽນຍົກອອກຈິດໃຈໄກ່ເກ່ຍ, ກຳລັງແຮງຂອງຄວາມໂອບອ້ອມອາລີ ແລະ ຄຸນຄ່າມະນຸດສຳທຳຂອງຊາດ ຫວຽດນາມ, ເຊິ່ງເປັນບັນດາພື້ນຖານທີ່ໄດ້ນຳການພົວພັນ ຫວຽດນາມ - ອາເມລິກາ ໃຫ້ພັດທະນາຢ່າງແຮງຄືໃນປະຈຸບັນ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

