ວັນທີ 27 ພະຈິກ, ເມື່ອກ່າວຄຳເຫັນຕໍ່ວົງການສື່ມວນຊົນ, ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ໃຫ້ຮູ້ວ່າ ກະຊວງການຕ່າງປະເທດ ລັດເຊຍ ພ້ອມດ້ວຍທ່ານ Vladimir Medinsky ຜູ້ຊ່ວຍວຽກທ່ານປະທານາທິບໍດີ ລັດເຊຍ ຈະຮັບຜິດຊອບບັນດາການເຈລະຈາທີ່ກ່ຽວຂ້ອງເຖິງວິວັດທະນາການແກ້ໄຂບັນດາ ຢູແກຼນ.
ຕາມທ່ານ Vladimir Putin ແລ້ວ, ວິວັດທະນາການເຈລະຈາຕ້ອງໄດ້ຮັບການຜັນຂະຫຍາຍຢ່າງລະມັດລະວັງ, ມີການກະກຽມຢ່າງລອບຮອບທຖີ່ຖ້ວນ, ເພື່ອແນໃສ່ເປັນເອກະພາບເຮັດແຈ້ງທຸກເນື້ອໃນ ແລະ ຮັບປະກັນໃຫ້ເອກະສານໄດ້ຮັບການຮຽບຮຽງ ຢ່າງເຂັ້ມງວດ. ທ່ານເນັ້ນໜັກວ່າ ນີ້ແມ່ນຄຳຮຽກຮ້ອງທີ່ສຳຄັນເພື່ອສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ບັນດາບາດກ້າວຕໍ່ໄປໃນຄວາມມານະພະຍາຍາມຊອກຫາມາດຕະການສັນຕິພາບໃຫ້ແກ່ບັນຫາຢູແກຼນ. ທ່ານ Putin ຢັ້ງຢືນວ່າ: ທັດສະນະຫຼັກໆຂອງ ລັດເຊຍ ແມ່ນຮັບຮອງວ່າ ບັນດາເຂດດິນແດນໃໝ່ສອດຄ່ອງກັບກົດໝາຍ. ລັດເຊຍ ຈະບໍ່ຍອມຮັບບໍ່ວ່າລະບຽບຂໍ້ກຳນົດ “ຕົວຈິງ” ໃດໆທັງນັ້ນ.
ທູຮ່າ - ນັກຂ່າວ VOV ປະຈຳ ລັດເຊຍ
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
