
ຫໍພິພິດທະພັນປະທານ ໂຮ່ຈີມິນ ມີສະຖາປັດຕະຍະກຳຄືສາລາ, ວັດທີ່ເຄີຍເຫັນຢູ່ພາກເໜືອ
(ພາບ: http://yeudulich.vn)
(vovworld) - ເມືອງນາມດ່ານ, ແຂວງເຫງ້ອານ ແມ່ນບ້ານເກີດເມືອງນອນຂອງປະທານ ໂຮ່ຈີມິນ, ບ້ານພໍ່ຂອງປະທານ ໂຮ່ຈີມິນ ຢູ່ບ້ານກິມລຽນ, ສ່ວນບ້ານແມ່ຢູ່ບ້ານຮ່ວາງຈູ່, ຫຼືເອີ້ນວ່າບ້ານຈົ່ວ, ເຊິ່ງຫ່າງຈາກບ້ານກິມລຽນ ບໍ່ໄກປານໃດ. ກຸ່ມປູຊະນີຍະສະຖານຮ່ວາງຈູ່ ລວມມີຫໍບູຊາຕະກູນ ຮ່ວາງຊວນ, ເຮືອນຂອງພໍ່ຕູ້ ຮ່ວາງເດື່ອງ ແລະເຮືອນມຸ້ງຫຍ້າ - ບ່ອນທີ່ປະທານ ໂຮ່ຈີມິນ ໄດ້ຮັບການກຳເນີດ. ເຊີນເພື່ອນມາຢ້ຽມຢາມບ້ານຮ່ວາງຈູ່, ຕາແສງກິມລຽນ, ເມືອງນາມດ່ານ, ແຂວງເງ້ອານ, ແຫ່ງທີ່ໄດ້ຕິດພັນກັບອະນຸສອນທີ່ດີໃນຍາມເຍົາໄວຂອງລູກຜູ້ດີເລີດຂອງຊາດຫວຽດນາມ ໃນໂອກາດສະເຫຼີມສະຫຼອງ 122 ປີ ແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ ຜ່ານບົດຂຽນຂອງນັກຂ່າວ Le Phuong ທີ່ມີຫົວຂໍ້ວ່າ: ” ຮ່ວາງຈູ່, ບ້ານແມ່, ແຫ່ງທີ່ປະທານ ໂຮ່ຈີມິນ ໄດ້ຮັບການກຳເນີດ”.
ກຸ່ມປູຊະນີຍະສະຖານຮ່ວາງຈູ່ ຕັ້ງໃນເນື້ອທີ່ 3.500 ຕາລາງແມັດ ແມ່ນເຮືອນຂອງພໍ່ຕູ້ ຮ່ວາງຊວນເດືອ່ງ, ເຊິ່ງແມ່ນພໍ່ເຖົ້າ ຂອງປະທານ ໂຮ່ຈີມິນ, ໃນເຮືອນມຸ້ງຫຍ້າ 3 ຫ້ອງ, ໃຕ້ພຸ່ມໄມ້ໄຜ່ທີ່ຂຽວອຸ່ມທຸ່ມ, ທ້າວນ້ອຍ Nguyen Sinh Cung ໄດ້ຮັບການກຳເນີດໃນຕອນເຊົ້າວັນທີ 19/5/1890. ປະທານ ໂຮ່ຈີມິນ ພຽງແຕ່ດຳລົງຊີວິດຢູ່ບ້ານແມ່ເຖິງເວລາມີອາຍຸ 5 ປີເທົ່ານັ້ນ, ແຕ່ຮູບພາບບ້ານແມ່, ພິເສດແມ່ນບັນດາອະນຸສອນທີ່ຕິດພັນກັບຍາມເຍົາໄວຂອງເພິ່ນຍັງຄົງຝັງເລິກໃນດວງໃຈ Nguyen Sinh Cung, ຈົນຮອດເວລາທີ່ເພິ່ນໄດ້ກາຍເປັນປະທານປະເທດ. ນັບແຕ່ເວລາຍັງນ້ອຍ, ເມື່ອດຳລົງຊີວິດຢູ່ບ້ານຮ່ວາງຈູ່, Nguyen Sinh Cung ສາມາດຮັບຮູ້ໄດ້ຄຳສັ່ງສອນ, ຕັກເຕືອນຂອງພໍ່ເຖົ້າ, ແມ່ເຖົ້າ, ກໍຄືຄວາມຮັກຂອງພໍ່ແມ່ທີ່ສະຫງວນໃຫ້ແກ່ຕົນ. ບ້ານຮ່ວາງຈູ່ຍັງໄດ້ຮັບການຮູ້ຈັກກັນດີແມ່ນອູ່ວັດທະນະທຳຂອງແຂວງເງ້ອານ, ດັ່ງນັ້ນສຽງຂັບກ່ອມ, ທຳນອງເພງພື້ນເມືອງໄດ້ຕິດພັນກັບ Nguyen Sinh Cung ນັບແຕ່ໄດ້ຮັບການກຳເນີດຈົນເຖິງເວລາກ່ອນທີ່ຈະລ່ວງລັບໄປ:
”ນັ້ນແມ່ນຄຳສັ່ງສອນຂອງແມ່ທີ່ວ່າ, ລູກຈົ່ງຕັ້ງໃຈຮ່ຳຮຽນໃຫ້ສົມກັບບຸນຄູນພໍ່ແມ່, ຈົ່ງເປັນຄົນດີ, ບໍ່ຖືຖານະຕຳແໜ່ງເປັນສຳຄັນ, ຫາກຕ້ອງເຮັດທຸກສິ່ງທຸກຢ່າງເພື່ອປະເທດຊາດ”.

ເຮືອນຂອງພໍ່ຕູ້ ຮ່ວາງຊວນເດືອ່ງ, ເຊິ່ງແມ່ນພໍ່ເຖົ້າ ຂອງປະທານ ໂຮ່ຈີມິນ
(ພາບ: http://yeudulich.vn)
ຕະຫຼອດຊີວິດແມ່ນອຸທິດໃຫ້ແກ່ປະເທດຊາດ, ປະທານໂຮ່ຈີມິນໄດ້ໄປຊອກຫາເສັ້ນທາງກູ້ຊາດຢູ່ຫຼາຍປະເທດ, ຫຼາຍທ້ອງຖີ່ນໃນທົ່ວປະເທດ, ແຕ່ເພິ່ນພຽງແຕ່ມີເງື່ອນໄຂກັບເມືອບ້ານເທື່ອດຽວເທົ່ານັ້ນ. ນັ້ນແມ່ນວັນທີ 9/12/1961, ນີ້ແມ່ນເທື່ອທຳອິດ ແລະ ກໍ່ແມ່ນເທື່ອສຸດທ້າຍທີ່ທ່ານປະທານ ໂຮ່ຈີມິນ ກັບເມືອບ້ານຮ່ວາງຈູ່ ພາຍຫຼັງຫຼາຍປີທີ່ເດີນທາງອອກຈາກບ້ານ. ວັດຖຸ, ສິ່ງຂອງທັງໝົດໃນເຮືອນຫຼັງນີ້ຍັງຄົງໄດ້ຮັບການຮັກສາໄວ້ຄື: ໂຕະ - ບ່ອນທີ່ພໍ່ລຸງໂຮ່ ທ່ານ Nguyen Sinh Sac ສອນລູກຮຽນ, ກີ່ຕ່ຳຫູກຂອງແມ່ລຸງໂຮ່ ທ່ານນາງ Hoang Thi Loan, ຕຽງ - ບ່ອນທີ່ບັນດານັກຮຽນຮູ້ຜູ້ຮັກຊາດມາປຶກສາເລື່ອງສະຖານະການຂອງປະເທດຊາດກັບທ່ານ Nguyen Sinh Sac. ພິເສດແມ່ນຫີບໄມ້ຍັງຄົງຕັ້ງຢູ່ບ່ອນເຊິ່ງກ່ອນນີ້ທ້າວນ້ອຍ Nguyen Sinh Cung ໄດ້ເປາະໃສ່ເພື່ອແອບຍ່າງຫາບ່ອນພໍ່ອ່ານປື້ມ. ເມື່ອເຫັນປະຈັກຕາບັນດາວັດຖຸພັນທີ່ຕິດພັນກັບປະທານ ໂຮ່ຈີມິນ ໃນຄາວຍັງນ້ອຍ, ປ້າ Nguyen Thi Khuyen, ນັກທ່ອງທ່ຽວມາຈາກຮ່າໂນ້ຍ, ເວົ້າວ່າ:
”ເມື່ອເຫັນວັດຖຸ, ສິ່ງຂອງເຫຼົ່ານີ້, ຂ້າພະເຈົ້າຮູ້ສຶກຕື້ນຕັນໃຈຫຼາຍ ແລະ ເຫັນວ່າມັນມີຄວາມຊິນເຄີຍກັບຕົນແທ້ໆ. ມາຢ້ຽມຢາມບ້ານຂອງລຸງໂຮ່, ຂ້າພະເຈົ້າຈຶ່ງຮູ້ໄດ້ວ່າ, ນັບແຕ່ເວລາຍັງນ້ອຍ ລຸງໂຮ່ ໄດ້ສືບທອດມູນເຊື້ອອັນດີງານຈາກພໍ່, ແມ່. ແບບແຜນດຳລົງຊີວິດຂອງລຸງເຖິງວ່າທຳມະດາງ່າຍດາຍ, ແຕ່ພັດສູງສົ່ງທີ່ສຸດ”.

ເຮືອນທີ່ປະທານ ໂຮ່ຈີມິນ ໄດ້ຮັບການກຳເນີດ
(ພາບ: http://yeudulich.vn)
ໂດຍເຮັດວຽກງານອະທິບາຍ, ແນະນຳກ່ຽວກັບກຸ່ມປູຊະນີຍະສະ ຖານຮ່ວາງຈູ່ ມາເປັນເວລາ 8 ປີແລ້ວ, ເອື້ອຍ Nguyen Thi Kim Chi ໄດ້ເຫັນປະຈັກຕາອາລົມຈິດ, ຄວາມສະເທືອນໃຈຂອງນັກທ່ອງທ່ຽວເມື່ອໄດ້ຮັບຟັງການເລົ່າເລື່ອງກ່ຽວກັບບ້ານແມ່ຂອງປະທານ ໂຮ່ຈີມິນ
”ຂ້າພະເຈົ້າບໍ່ພຽງແຕ່ອະທິບາຍ, ແນະນຳກ່ຽວກັບບ້ານແມ່ຂອງລຸງເທົ່ານັ້ນ, ຫາກຍັງອະທິບາຍ, ແນະນຳກ່ຽວກັບເຂດສຸສານຂອງທ່ານນາງ Hoang Thi Loan, ແລະບ້ານແຊນ - ເຊິ່ງແມ່ນບ້ານພໍ່ຂອງລຸງໂຮ່ອີກດ້ວຍ. ເມື່ອອະທິບາຍ, ແນະນຳໃຫ້ນັກທ່ອງທ່ຽວຟັງບັນດາເລື່ອງລາວກ່ຽວກັບລຸງໂຮ່ໃນຍາມເຍົາໄວ, ກໍ່ຄືອາລົມຈິດຂອງລຸງທີ່ມີຕໍ່ບ້ານຮ່ວາງຈູ່, ຂ້າພະເຈົ້າເຫັນວ່າຕົນເອງເວົ້າມ່ວນກວ່າ, ແລະ ມີຄວາມຕື້ນຕັນໃຈ ກວ່າ”.
ທ່ານ Nguyen Van Chung, ຮອງຫົວໜ້າອຳນວຍການຄະນະຄຸ້ມຄອງເຂດປູຊະນີຍະສະຖານກິມລຽນ, ໃຫ້ຮູ້ວ່າ:
”ສຳຫຼັບນັກທ່ອງທ່ຽວຕ່າງປະເທດ, ພວກຂ້າພະເຈົ້າພະຍາຍາມແນະນຳໃຫ້ເຂົາເຈົ້າໄດ້ຮັບຊາບກ່ຽວກັບແນວຄິດ, ອາລົມຈິດຂອງປະທານ ໂຮ່ຈີມິນ ໃນໄລຍະທີ່ເພິ່ນດຳລົງຊີວິດຢູ່ບ້ານຮ່ວາງຈູ່. ພິເສດ, ນັກທ່ອງທ່ຽວຕ່າງປະເທດເມື່ອມາຢ້ຽມຢາມເຂດປູຊະນີຍະສະຖານຮ່ວາງຈູ່ ລ້ວນແຕ່ສະແດງຄວາມຕື້ນຕັນໃຈ. ເຂົາເຈົ້າຄິດວ່າ, ໂດຍແມ່ນປະທານປະເທດຜູ້ໜຶ່ງທີ່ມີຊື່ສຽງຢູ່ໃນໂລກຄືແນວນັ້ນ ແຕ່ເພິ່ນພັດມີແບບແຜນດຳລົງຊີວິດທຳມະດາລຽບງ່າຍທີ່ສຸດ, ເຂົາເຈົ້າກໍ່ຕີລາຄາວ່າ, ຜົນສຳເລັດຂອງປະທານ ໂຮ່ຈີມິນ ແມ່ນເລີ່ມມາຈາກມູນເຊື້ອຂອງບ້ານເກີດເມືອງນອນ, ມູນເຊື້ອຂອງຄອບຄົວ, ພິເສດແມ່ນເຈດຈຳນົງຂອງເພິ່ນ.”
ກ່ອນທີ່ລ່ວງລັບໄປ, ປະທານ ໂຮ່ຈີມິນ ຍັງຢາກໄດ້ຮັບຟັງທຳນອງເພງພື້ນເມືອງຂອງເງ້ອານ, ເພື່ອຫວນຄືນສຽງຂັບທີ່ອ່ອນຫວານຂອງແມ່ໃນເມື່ອກ່ອນ. ອາດເວົ້າໄດ້ວ່າ, ບ້ານຮ່ວາງຈູ່, ບ້ານແມ່ຂອງປະທານ ໂຮ່ຈີມິນ ແມ່ນແຫ່ງທີ່ສ້າງເປັນນິດໄສ, ບຸກຄະລິກອັນສູງສົ່ງຂອງປະທານ ໂຮ່ຈີມິນ ຜູ້ນຳທີ່ຍິ່ງໃຫຍ່ຂອງຊາດຫວຽນາມ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
