ບັນນາທິການ ກາວແທງຮ່າ

ລາວຫາກໍ່ກັມມາເຮັດວຽກຢູ່ລາຍການກະຈາຍສຽງພາສາອັງກິດ ພາຍຫລັງໄລຍະໜຶ່ງເປັນນັກຊ່ຽວຊານກວດແກ້ພາສາ ຫວຽດ ໃຫ້ວິທະຍຸກະຈາຍວຽງສາກົນ (KBS) ສ.ເກົາຫຼີ. ເພື່ອເຮັດວຽກໃນສະພາບເກີດໂລກລະບາດໂຄວິດ-19 ຢູ່ຕ່າງປະເທດໃນຕະຫລອດ 1 ປີ, ສຳລັບ ກາວແທງຮ່າ ແລ້ວ ບຸນເຕັດປີນີ້ມີຄວາມໝາຍທີ່ສຸດ.

ສຳລັບຂ້າພະເຈົ້າແລ້ວ ບຸນເຕັດປີນີ້ແມ່ນພິເສດທີ່ສຸດ, ຍ້ອນພາຍຫລັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ ສຸດທ້າຍຂ້າພະເຈົ້າກໍໄດ້ກັບຄືນມາປະເທດ ເພື່ອຕ້ອນຮັບບຸນເຕັດນຳຄອບຄົວ. ຂ້າພະເຈົ້າຮູ້ສຶກວ່າໄລຍະເວລາຢູ່ນຳຄອບຄົວແມ່ນມີຄວາມໝາຍທີ່ສຸດ ແລະ ຂ້າພະເຈົ້າເຫັນວ່າ ບໍ່ມີອັນໃດທີ່ມີຄວາມຜາສຸກກ່ວາ ເມື່ອໄດ້ຮັບບຸນເຕັດຢູ່ ຫວຽດນາໝ.

ຢູ່ບ່າຈ້ຽວ, ສຳນັກງານຂອງພະແນກບັນດາລາຍການພາສາຕ່າງປະເທດ (VOV5) ໃນຊຸມວັນໃກ້ຈະຮອດບຸນເຕັດ, Kim Yoon-ji ຜູ້ຮ່ວມງານຂອງລາຍການກະຈາຍສຽງພາກພາສາເກົາຫຼີ, ຍັງສືບຕໍ່ຮ່ວມງານພ້ອມກັບບັນດາບັນນາທິການຊາວ ຫວຽດນາມ, ເພື່ອພ້ອມກັນອັດສຽງ, ສ້າງລາຍການກະຈາຍສຽງພາກພາສາເກົາຫຼີ ຂອງວິທະຍຸກະຈາຍວຽງ ຫວຽດນາມ. ຍ້ອນໂລກລະບາດໂຄວິດ-19, ເປັນຄັ້ງທຳອິດ, Kim Yoon-ji ພ້ອມກັບຄອບຄົວຂອງລາວໄດ້ຕ້ອນຮັບບຸນເຕັດປີສະຫລຸຢູ່ ຫວຽດນາມ. Yoon-ji ໃຫ້ຮູ້ວ່າ:

“ຂ້າພະເຈົ້າມີຄວາມຮູ້ສຶກພໍໃຈ ແລະ ສະບາຍ. ຂ້າພະເຈົ້າໄດ້ເຮັດວຽກຢູ່ວິທະຍຸກະຈາຍສຽງ ຫວຽດນາມ, ໄດ້ພົບປະກັບເພື່ອນຮ່ວມງານໃຈດີ, ພ້ອມກັນຊ່ວຍເຫຼືອ ແລະ ດຳລົງຊີວິດແບບເຈືອຈານກັນ ຄືດັ່ງບັນດາສະມາຊິກໃນຄອບຄົວ. ສະນັ້ນ, ຂ້າພະເຈົ້າມີຄວາມຮູ້ສຶກພໍໃຈກ່ຽວກັບຊີວິດການເປັນຢູ່ຢູ່ນີ້.”

ເພື່ອກະກຽມໃຫ້ບຸນເຕັດຢູ່ ຫວຽດນາມ, Kim Yoon-ji ພ້ອມກັບປະຊາຄົມຊາວ ສ.ເກົາຫຼີ ອາໄສຢູ່ ຫວຽດນາມ, ໃນນັ້ນ ມີພັນລະຍາຂອງເອກອັກຄະລັດຖະທູດ ສ.ເກົາຫຼີ, ທ່ານນາງ Lee Sun Young ໄດ້ປຸງແຕ່ງບັນດາເຍື່ອງອາຫານ ສ.ເກົາຫຼີ ແລະ ເຮັດບັນດາຄຼິບວີດີໂອກ່ຽວກັບອາຫານການກິນ. ບໍ່ຄືກັນກັບ Kim Yoon-ji ຫາກໍ່ຢູ່ ຫວຽດນາມ ໄດ້ 3 ປີ, ທ່ານນາງ Lee Sun Young ຢູ່ ຫວຽດນາມ 11 ປີແລ້ວ. ຕາມທ່ານນາງ Lee Sun Young, ບຸນເຕັດ ແລະ ການດຳລົງຊີວິດຢູ່ ຫວຽດນາມ ເຮັດໃຫ້ທ່ານນາງມີຄວາມຮູ້ສຶກຄືດັ່ງຢູ່ ສ.ເກົາຫຼີ.

ຂ້າພະເຈົ້າຮູ້ສຶກມີຄວາມປອດໄພ ເມື່ອດຳລົງຊີວິດຢູ່ ຫວຽດນາມ. ຍ້ອນວ່າ ພາຍຫລັງໂລກລະບາດໂຄວິດ-19 ຫາກໍ່ແຜ່ລະບາດອີກຮອບໃໝ່, ລັດຖະບານ ຫວຽດນາມ ໄດ້ມີບັນດາມາດຕະການຄວບຄຸມໂລກລະບາດຢ່າງມີປະສິດທິຜົນ ແລະ ເຂັ້ມງວດ. ເຖິງວ່າ ບໍ່ສາມາດຄາດຄະເນໄດ້ສະພາບການໃນອະນາຄົດ ແລະ ປະຈຸບັນຍັງຫຍຸ້ງຍາກຢູ່ ແຕ່ເມື່ອທຽບໃສ່ກັບບັນດາປະເທດໃນໂລກ, ຂ້າພະເຈົ້າຄິດວ່າ ສາມາດຮັກສາການດຳເນີນຊີວິດເປັນປົກກະຕິແມ່ນດີແລ້ວ. ສຳລັບຂ້າພະເຈົ້າແລ້ວ ການດຳລົງຊີວິດແບບສະບາຍຄືຢູ່ ຫວຽດນາມ ແມ່ນຄວາມໂຊກດີຂອງຂ້າພະເຈົ້າ.

ທ່ານນາງ ເຈືອງຕູ໊ຖຸຍ, ອະດີດບັນນາທິການລາຍການກະຈາຍສຽງພາກພາສາ ອິນໂດເນເຊຍ

ບຸນເຕັດປີນີ້, ທ່ານນາງ ເຈືອງຕູ໊ຖຸຍ, ອະດີດບັນນາທິການລາຍການກະຈາຍສຽງພາກພາສາ ອິນໂດເນເຊຍ ຂອງວິທະຍຸກະຈາຍສຽງ ຫວຽດນາມ ພັດຕ້ອນຮັບບຸນເຕັດປີສະຫລຸຢູ່ ອິນໂດເນເຊຍ. ກ່ອນໜ້ານັ້ນ, ທ່ານນາງຕ້ອງຜ່ານໄລຍະ 1 ປີທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກກ່ຽວກັບການໄປມາລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ໃນສະພາບເກີດໂລກລະບາດໂຄວິດ-19 ເພື່ອແກ້ໄຂວຽກງານຂອງຄອບຄົວ. ແລະຄວາມໂຊກດີເຂົ້າມາໃນຊີວິດ, ທ່ານນາງໄດ້ຜ່ານຜ່າທຸກສິ່ງທຸກຢ່າງຢ່າງປອດໄພ. ໃນຊຸມວັນໃກ້ຈະຮອດບຸນເຕັດຢູ່ ອິນໂດເນເຊຍ, ເຈືອງຕູ໊ຖຸຍ ໄດ້ຫໍ່ເຂົ້າຕົ້ມ, ຈັດມ້ຽນພາໝາກໄມ້ 5 ຊະນິດ ເພື່ອຕ້ອນຮັບບຸນເຕັດ.

ກ່ອນຮອດບຸນເຕັດປີສະຫລຸ 2 – 3 ວັນ, ທ່ານຮອງສາດສະດາຈານ, ປະລິນຍາເອກ, ທ່ານໝໍ ຫງວຽນເລີນຮ໊ຽວ, ຜູ້ອຳນວຍການໂຮງໝໍມະຫາວິທະຍາໄລແພດສາດ ຮ່າໂນ້ຍ ຄິດວ່າ ຈະໄດ້ຕ້ອນຮັບບຸນເຕັດຢ່າງອົບອຸ່ນກັບຄອບຄົວ. ແຕ່ແຜນການຂອງທ່ານບໍ່ປະຕິບັດໄດ້ ຍ້ອນສະພາບໂລກລະບາດໂຄວິດ-19 ພວມສັບສົນຂຶ້ນຕື່ມ. ຄວາມຮັບຜິດຊອບຂອງທ່ານໝໍແນວໜ້າໃນການປ້ອງກັນ, ຕ້ານໂລກລະບາດ ບໍ່ສາມາດເຮັດໃຫ້ທ່ານລະເລີຍ. ປະຈຸບັນ, ທ່ານໝໍ ແລະ ບັນດາແພດໝໍອື່ນຂອງ ຫວຽດນາມ ພວມສືບຕໍ່ປະຕິບັດໜ້າທີ່ຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ ເພື່ອບຸນເຕັດແຫ່ງຄວາມຜາສຸກ, ຄວາມອົບອຸ່ນມາໃຫ້ແກ່ປະຊາຊົນ.