ເຖິງວ່າອາໄສຢູ່ຫ່າງໄກຈາກບ້ານເກີດເມືອງນອນ, ໄປທຳມາຫາກິນຢູ່ແດນໄກກໍ່ຕາມ, ແຕ່ເຂົາເຈົ້າກໍ່ຍັງຄົງຮັກສາບັນດາຄຸນທາດ, ຄຸນສົມບັດອັນດີງາມຂອງແມ່ຍິງ ຫວຽດນາມ, ດຸໝັ່ນຂະຫຍັນພຽນ, ເຮັດຫຼ້ອນໜ້າທີ່ວຽກບ້ານການເຮືອນ, ບໍ່ຫວາດຫວັ່ນຕໍ່ບັນດາຄວາມຫຍຸ້ງຍາກ ເພື່ອສ້າງຊີວິດຢູ່ຕ່າງປະເທດ.

ປ້າ ຟ້າມທິວີງ ຢູ່ຮ້າຍຂາຍເຄື່ອງນຸ່ງຂອງຕົນ

ຊາວ ຫວຽດນາມ ຢູ່ ສ. ເຊັກໂກ ແມ່ນວົງຄະນະຍາດຊົນເຜົ່າສ່ວນໜ້ອຍຢູ່ປະເທດນີ້. ຊາວ ຫວຽດນາມ ຢູ່ ເຊັກໂກ ໄດ້ເຮັດວຽກງານທຸກຢ່າງເພື່ອຫາລ້ຽງຊີບ ແລະ ມີຫຼາຍຄົນປະສົບຜົນສຳເລັດ.

ຜົວເສຍຊີວິດແຕ່ດົນ, ປ້າ ຟ້າມທິວີງ, ບ້ານເກີດຢູ່ນາມດິ້ງ ໄດ້ໄປດຳລົງຊີວິດຢູ່ ສ.ເຊັກໂກ ເປັນເວລາເກືອບ 20 ປີແລ້ວ, ປ້າໃຫ້ຮູ້ວ່າ: ກ່ອນທີ່ອອກຈາກບ້ານເກີດເມືອງນອນ, ປ້າວາດພາບຄວາມຫຍຸ້ງຍາກໃນການດຳລົງຊີວິດຢູ່ ເຊັກໂກ ໄດ້ບໍ່ໝົດ. ການດຳລົງຊີວິດຕົວຈິງມີຄວາມຫຍຸ້ງຍາກຫຼາຍຢ່າງ ໄດ້ເຮັດໃຫ້ 2 ແມ່ລູກປ້າຕົກເຂົ້າສູ່ວົງລໍ້ການຫາມືກິນມື້ຢ່າງບໍ່ມີວັນສິ້ນສຸດ. ວຽກງານຄ້າຂາຍເຄື່ອງນຸ່ງຫຍຸ້ງຍາກລຳບາກພໍສົມຄວນ, ຕ້ອງນອນເດິກ, ຕື່ນເຊົ້າ, ໄປຊື້ເຄື່ອງຂອງຢູ່ໄກ, ແຕ່ປ້າ ກັບລູກຂອງຕົນກໍ່ໄດ້ພະຍາຍາມເຮັດຫຼ້ອນວຽກງານທຸກຢ່າງ. ປະຈຸບັນ, ເຖິງວ່າອາຍຸຮອດ 65 ປີແລ້ວກໍ່ຕາມ, ແຕ່ແມ່ຍິງຄົນນີ້ດ້ວຍຮູບຮ່າງຄີງບາງຮ່າງນ້ອຍ, ຄ່ອງແຄ້ວວ່ອງໄວເຄີຍຜ່ານຮ້ອນຜ່ານໜາວ, ມື້ໃດກໍ່ຍັງຄົງນອນເດິກຕື່ນເຊົົ້າເພື່ອໄປເປີດຮ້ານຂາຍເຄື່ອງ ແລະ ຢືນຂາຍເຄື່ອງຈົນຮອດເດິກ. ປ້າ ຟ້າມທິວີງ ເລົ່າສູ່ຟັງວ່າ:

“ເຂົ້ານ້ຳຊ້ຳປາ, ເຄື່ອງນຸ່ງຂອງຖື, ເງິນທອງຂອງໃຊ້ ທຸກສິ່ງທຸກຢ່າງເຮົາກໍ່ຕ້ອງຮັບຜິດຊອບໝົດ, ໄດ້ໄປຕະຫຼາດເປີດຮ້າຍແຕ່ເຊົ້າໆ ຈົນຮອດຄ່ຳແລ້ວຈຶ່ງໄດ້ກັບ. ປະຈຸບັນ, ໃນຕອນເຊົ້າ, ຂ້າພະເຈົ້າ ຕ້ອງໄດ້ແຕ່ງກິນ ປັ້ນເຂົ້າເຊົ້າ, ສົ່ງຫຼານໄປໂຮງຮຽນ, ຕອນຄ່ຳຈຶ່ງຍາດເວລາໄປຮັບຫຼານ, ໄປຕະຫຼາດຊື້ເຄື່ອງຂອງມາແຕ່ງຢູ່ຄົວກິນໄວ້ຕອນຄ່ຳ, ມ້ຽນມັດຈັດແຈງເຮືອນຊານ… ເວົ້າລວມແລ້ວແມ່ນຫຍຸ້ງຍາກ, ອັນໃດກໍ່ແມ່ນເຮົາເຮັດເອງ. ຊ້ຳບໍ່ໜຳ, ບາງຄັ້ງຄາວຢາກໄປຮ່ວມງານນຳສະມາຄົມ ຫຼື ໄປທາງໃດກໍ່ຕ້ອງໄດ້ຍາດເວລາ.”

ເອື້ອຍ ຫງວຽນທິນາມ ພວມແປງໂສ້ງເສື້ອໃຫ້ລູກຄ້າ

ໂດຍມີຄວາມແຕກຕ່າງກັນກັບປ້າ ວີງ, ເອື້ອຍ ຫງວຽນທິນາມ, ບ້ານເກີດຢູ່ແຂວງ ຝູເທາະ, ໄປດຳລົງຊີວິດເຊັກໂກ ກ່ອນນີ້ 10 ປີດ້ວຍຈຸດປະສົງຊອກຫາວຽກເຮັດງານທຳເພື່ອຫາລາຍໄດ້ສົ່ງເມືອປະເທດຊ່ວຍເຫຼືອຄອບຄົວຢູ່ທາງບ້ານ. ດ້ວຍຄວາມມານະພະຍາຍາມຂອງຕົນເອງ ແລະ ການຊ່ວຍເຫຼືອຂອງເພື່ອນມິດ, ເອື້ອຍໄດ້ເຊົ່າຮ້ານແປງໂສ້ງເສື້ອໃນສູນການຄ້າ ຊາປາ ແລະ ຊີວິດຂອງເອື້ອຍກໍ່ຄ່ອຍໆເປັນປົກກະຕິ. ນັບແຕ່ເມື່ອເປີດຮ້ານ, ເອື້ອຍມີເພື່ອນໃໝ່, ລູກຄ້າຄົນໃໝ່ຫຼາຍຄົນ, ຊ່ວຍໃຫ້ເອື້ອຍມີຄວາມເບີກບານມ່ວນຊື່ນໃນວຽກງານ. ເອື້ອຍ ຫງວຽນທິນາມ ແບ່ງປັນຄຳໃນໃຈສູ່ຟັງວ່າ:

“ວຽກງານຂອງຂ້າພະເຈົ້າຕ້ອງໄດ້ຕື່ນເຊົ້ານອນເດິກ, ບາງເທື່ອມີແຂກຫຼາຍຕ້ອງເຮັດວຽກຮອດ 1 ໂມງເຊົ້າ. ລຳບາກໄປກ່ວານັ້ນ, ເຮົາມານີ້ພຽງຄົນດຽວ, ບໍ່ມີຄອບຄົວຢູ່ນຳ ສະນັ້ນ, ຈຶ່ງມີຄວາມຫຍຸ້ງຍາກ, ນັບທັງພາຫະນະໄປມາ ແລະ ວຽກງານຕ່າງໆ. ຄອບຄົວໃຫ້ກຳລັງໃຈ ກໍ່ພະຍາຍາມແຕ່ບໍ່ຮູ້ວ່າຊິເຮັດແນວໃດ, ເພາະວ່າໄປທຳມາຫາກິນຢູ່ແດນໄກແມ່ນຕ້ອງຍອມຮັບເທົ່ານັ້ນ, ລູກ ແລະ ຜົວຢູ່ທາງບ້ານ, ສະນັ້ນທຸກວຽກງານຕ້ອງພະຍາຍາມໃຊ້ຈ່າຍຢ່າງປະຢັດທີ່ສຸດເພື່ອທ້າຍປີໄດ້ກັບເມືອຢາມຄອບຄົວ.”

ເອື້ອຍ ເຈິ່ນມາຍເຮືອງ ຂາຍດອກໄມ້ສົດຢູ່ສູນການຄ້າ ຊາປາ

ຈຸດພິເສດລວມສຳລັບເອື້ອຍນ້ອງແມ່ຍິງ ຫວຽດນາມ ທີ່ໄປດຳລົງຊີວິດຢູ່ ເອີລົບ ແມ່ນສະແດງອອກໃຫ້ເຫັນໄດ້ງ່າຍ, ໃນນັ້ນມີ ສ.ເຊັກໂກ ເພື່ອດຳລົງຊີວິດເຂົາເຈົ້າລ້ວນແຕ່ເຂົ້າຮ່ວມການທຳມາຫາກິນ, ສ້າງເສດຖະກິດ, ຊ້ຳບໍ່ໜຳ ເຂົາເຈົ້າຕ້ອງເຮັດວຽກໜັກເກືອບຕະຫຼອດປີ. ເອື້ອຍ ເຈິ່ນມາຍເຮືອງ, ເຮັດອາຊີບຂາຍດອກໄມ້ສົດຢູ່ສູນການຄ້າ ຊາປາ, ເຊິ່ງເປັນໜຶ່ງໃນຈຳນວນເອື້ອຍນ້ອງແມ່ຍິງດັ່ງກ່າວ. ອາຊີບຂາຍດອກໄມ້ສົດຢູ່ທີ່ນີ້ກໍ່ຫຍຸ້ງຍາກລຳບາກຄືບັນດາຂະແໜງອາຊີບອື່ນ, ຮຽກຮ້ອງໃຫ້ຜູ້ຂາຍຕ້ອງຕື່ນແຕ່ເຊົ້າເປັນປະຈຳເພື່ອໄປຮັບເອົາດອກໄມ້ທີ່ນຳເຂົ້າຈາກ ໂຮນລັງ, ແລ້ວຕ້ອງເອົາມາຕັດ, ສອຍ, ຊ້ອມແຕ່ງເປັນຮູບແລ້ວຈຶ່ງເອົາໄປຂາຍ. ນັ້ນຍັງບໍ່ທັນເວົ້າເຖິງມື້ອາກາດບໍ່ດີ, ດອກໄມ້ບານໄວ, ບໍ່ທັນເອົາໄປຂາຍ ຫຼື ດອກໄມ້ຫ່ຽວ ຕ້ອງເອົາໄປຖິ້ມ. ເອື້ອຍ ເຈິ່ນມາຍເຮືອງ, ໃຫ້ຮູ້ວ່າ:

“ຄວາມດຸ່ນດ່ຽງໃນການດຳລົງຊີວິດນັ້ນຕ້ອງມີການບັງຄັບ, ທັງຕ້ອງເປັນຫ່ວງນຳການຮ່ຳຮຽນຂອງລູກເຕົ້າ, ທັງຕ້ອງຮັບຜິດຊອບວຽກບ້ານການເຮືອນ. ຢູ່ ເຊັກໂກ, ໃຜກໍ່ຄືແນວນັ້ນ, ມີພຽງແຕ່ຄາບເຂົ້າຕອນຄ່ຳເຮັດແນວໃດເພື່ອໃຫ້ຕົນເອງເຕົ້າໂຮມຄອບຄົວພ້ອມໜ້າຕາກັນຮັບປະທານບັນດາເຍື່ອງອາຫານຂອງ ຫວຽດນາມ ດ້ວຍຄວາມເບີກບານມ່ວນຊື່ນ. ເຖິງວ່າຢູ່ເອີລົບກໍ່ຕາມ, ແຕ່ພວກຂ້າພະເຈົ້າຍັງມີຈິດວິນຍານຂອງຊາວ ຫວຽດນາມ ຢູ່ ແລະ ຍັງຖືຄອບຄົວແມ່ນສິ່ງສຳຄັນທີ່ສຸດ.”

ເຖິງວ່າ, ແມ່ຍິງ 3 ຄົນນີ້ມີສະພາບແວດລ້ອມແຫ່ງການດຳລົງຊີວິດທີ່ແຕກຕ່າງກັນກໍ່ຕາມ, ແຕ່ເຂົາເຈົ້າລ້ວນແຕ່ແມ່ນຜູ້ທີ່ມີຄວາມອົດທົນດຸໝັ່ນຂະຫຍັນພຽນ, ມີມານະຈິດ, ຮູ້ຈັກຍາດແຍ່ງກາລະໂອກາດເພື່ອສ້າງຊີວິດເປັນປົກກະຕິຢູ່ເຂດແດນໄກ. ນັ້ນແມ່ນຄຸນນະທຳອັນລ້ຳຄ່າຂອງແມ່ຍິງ ຫວຽດນາມ, ສ້າງຊີວິດມີຄວາມຜາສຸກໃຫ້ແກ່ຕົນ, ປະກອບສ່ວນໃຫ້ສັງຄົມປະເທດປະຈຳຖິ່ນ ແລະ ສ້າງພາບພົດຂອງປະຊາຄົມຊາວ ຫວຽດນາມ ໃຫ້ໝັ້ນຄົງເຂັ້ມແຂງຢູ່ ສ. ເຊັກໂກ.