(Vovworld)- ອິນໂດເນເຊຍແມ່ນທຸກສິ່ງທຸກຢ່າງທີ່ທ່ານອາດຈະວາດພາບເຖິງ”, “ອິນໂດເນເຊຍ - ສະຖານທີ່ມີອາຫານການກິນທີ່ແຊບນົວ ” … ນັ້ນແມ່ນຫນຶ່ງໃນບັນດາຄຳຂວັນໂດຍຜູ້ຕາງຫນ້າບັນດາບໍລິສັດທ່ອງທ່ຽວ ອິນໂດເນເຊຍ ນຳໃຊ້ເມື່ອແນະນຳໂດຍສັງເຂບກ່ຽວກັບຄວາມງາມຂອງປະເທດ ອິນໂດເນເຊຍ ທີ່ກອງປະຊຸມສຳມະນາທ່ອງທ່ຽວ “Indonesia Toursim Table Top” ໂດຍກະຊວງທ່ອງທ່ຽວ ອິນໂດເນເຊຍ ສົມທົບກັບສະຖານທູດ ອິນໂດເນເຊຍ ປະຈຳຫວຽດນາມ ຈັດຕັ້ງຂຶ້ນໃນວັນທີ 5/4 ຢູ່ ຮ່າໂນ້ຍ. ເຫດການນີ້ ແມ່ນໂອກາດເພື່ອໃຫ້ 15 ບໍລິສັດທ່ອງທ່ຽວທີ່ຕາງຫນ້າຂະແຫນງທ່ອງທ່ຽວ ອິນໂດເນເຊຍ ແລະ 40 ສາຂາທ່ອງທ່ຽວ, ບໍລິສັດທ່ອງທ່ຽວຫວຽດນາມພົບປະກັນ ເພື່ອແນໃສ່ຊອກຫາກາລະໂອກາດການຮ່ວມມືຊຸກຍູ້ການພັດທະນາການທ່ອງທ່ຽວ.
![]() ບັນດາບໍລິສັດທ່ອງທ່ຽວເຂົ້າຮ່ວມກອງປະຊຸມສຳມະນາ
|
“ສະບາຍດີ! ຂ້າພະເຈົ້າຊື່ວ່າ Febriana, ມື້ນີ້ ຂ້າພະເຈົ້າຂໍແນະນຳກ່ຽວກັບອິນໂດເນເຊຍ ໃຫ້ພວກທ່ານໄດ້ຮັບຊາບ. ທ່ານໃດໄດ້ມາຢ້ຽມຢາມ ອິນໂດເນເຊຍ, ບາລີ, ຈາກາຕາ, ຫລື ບໍ່ວ່າສະຖານທີ່ທ່ອງທ່ຽວແຫ່ງໃດຢູ່ ອິນໂດເນເຊຍແລ້ວ.?
ຕອບຄຳຖາມຂອງນາງ Febriana Budiman, ຜູ້ຊ່ຽວຊານທ່ອງທ່ຽວມາຈາກ ອິນໂດເນເຊຍ, ມີແຂກເຂົ້າຮ່ວມ ຈຳນວນຫນຶ່ງໃຫ້ຮູ້ວ່າ: ເຂົາເຈົ້າໄດ້ໄປຢ້ຽມຢາມ ບາລີແລ້ວ. ນັ້ນບໍ່ແມ່ນສິ່ງທີ່ແປກປະຫລາດ. ເພາະວ່າ ບາລີ ແຕ່ດົນນານມາແລ້ວໄດ້ຮັບການຂະຫນານນາມວ່າແມ່ນແດນສະຫວັນແຫ່ງການທ່ອງທ່ຽວທີ່ມີຊື່ສຽງໃນໂລກ. ເຖິງຢ່າງໃດກໍຕາມ, ບໍ່ພຽງແຕ່ຢູ່ ບາລີ ເທົ່ານັ້ນ, ອິນໂດເນເຊຍ ຍັງມີສະຖານທີ່ທ່ອງທ່ຽວຫລາຍແຫ່ງທີ່ດູດດື່ມ ດ້ວຍຄວາມສວຍງາມແບບທຳມະຊາດຂອງບັນດາຫາດຊາຍທະເລ, ຈອມພູພະຈົນໄພ, ພື້ນຖານວັດທະນະທຳເປັນຫລາຍຮູບຫລາຍສີຕະຫລອດຮອດແບບແຜນການດຳລົງຊີວິດ, ການເຄື່ອນໄຫວຊື້ຂາຍສິນຄ້າທີ່ຟົດຟື້ນ ແລະ ອາຫານການກິນອຸດົມສົມບູນ ດ້ວຍບັນດາຮ້ານອາຫານຕາມຖະຫນົນ, ຮ້ານກາເຟທີ່ຈັບອົກຈັບ.
ໃນການແນະນຳມາເປັນເວລາ 3 ນາທີ, ຜູ້ຕາງຫນ້າຂອງ 15 ບໍລິສັດທ່ອງທ່ຽວມາຈາກ ບາລີ, ຈາກາຕາ, ຢອກຈາກາຕາ, ບານດູງ.. ໄດ້ແນະນຳບັນດາສະຖານທີ່ທ່ອງທ່ຽວດູດດື່ມ ຊື່ງບໍລິສັດເຂົາເຈົ້າຂຸດຄົ້ນ. ທ່ານນາງ Hanny, ຜູ້ຕາງຫນ້າບໍລິສັດ Riztour Indowisata, ມີສຳນັກງານຢູ່ນະຄອນ Batam ແລະ ທ່ານນາງ Bernadette Jane, ຫົວຫນ້າພະແນກບໍລິຫານ ບໍລິສັດ The Sun Explorer, ມີສຳນັກງານຢູ່ ຈາກາຕາ ໃຫ້ຮູ້ວ່າ:
“ຈາກ ສິງກະໂປ ມີຫລາຍຖ້ຽວບິນ ບິນເຖິງ Batam ແລະ ພຽງເສຍເວລາປະມານຫນຶ່ງຊົ່ວໂມງເທົ່ານັ້ນ. ນອກນັ້ນ Batam ມໍ່ກັບມາເລເຊຍ. ສະນັ້ນ ໃນລາຍການທ່ອງທ່ຽວ ນັກທ່ອງທ່ຽວອາດຈະໄປຢ້ຽມຢາມສະຖານທີ່ທ່ອງທ່ຽວ 3 ແຫ່ງ ນັ້ນແມ່ນ: Batam, ມາເລເຊຍ, ສິງກະໂປ. ຢູ່ Batam ມີວັດຫລາຍແຫ່ງ, ມີຂົວ Barelang ທີ່ມີຊື່ສຽງ ເຊື່ອມຕໍ່ກັບເກາະ 3 ແຫ່ງ, ບັນດາຫາດຊາຍທະເລສວຍງາມ. ພິເສດຢູ່ທີ່ນີ້ ມີເຂດປູຊະນີຍະສະຖານຫໍພິພິດທະພັນ “ໝູ່ບ້ານຫວຽດນາມ”, ຊື່ງແມ່ນບ່ອນຢູ່ອາໄສຂອງຊາວຫວຽດ ກ່ອນນີ້ ຢູ່ Batam”
“ຂ້າພະເຈົ້າມີຫນ້າທີ່ອະທິບາຍຢ່າງຈະແຈ້ງໃຫ້ຄູ່ຮ່ວມມືຫວຽດນາມວ່າ ຢູ່ ອິນໂດເນເຊຍ ຍັງມີສະຖານທີ່ທ່ອງທ່ຽວຫລາຍແຫ່ງ ເພາະວ່າ ກ່ອນນີ້ ເຂົາເຈົ້າພຽງຮູ້ຈັກເຖິງ ຈາກາຕາ ແລະ ບາລີເທົ່ານັ້ນ. ຫລາຍຄົນມີຄວາມແປກປະຫລາດໃຈເມື່ອຂ້າພະເຈົ້າແນະນຳເກາະ Komodo, ນະຄອນ Yogyakarta ແລະ Bromo ຊື່ງແມ່ນບບັນດາສະຖານທີ່ນັກທ່ອງທ່ຽວສາມາດຊົມທິວທັດທີ່ສວຍງາມຂອງແສງອະລຸນ ຫລື ຍາມສາຍັນ.”
![]() ທ່ານ Pupung Thariq Fadhillah, ຮອງຫົວຫນ້າກົມສົ່ງເສີມ ກະຊວງທ່ອງທ່ຽວ ອິນໂດເນເຊຍ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ |
ພາຍຫລັງອັດກອງປະຊຸມສຳມະນາທີ່ແກ່ຍາວມາເປັນເວລາ 2 ຊົ່ວໂມງ, ບັນດາຄູ່ຮ່ວມມືທ່ອງທ່ຽວຫວຽດນາມ ໄດ້ມີບັນດາຄຳໝັ້ນສັນຍາທີ່ຈະຮ່ວມມືກັບບັນດາບໍລິສັດທ່ອງທ່ຽວ ອິນໂດເນເຊຍ ແລະ ແຂກເຂົ້າຮ່ວມສ່ວນຫລາຍມີຄວາມຮູ້ສຶກເພິ່ງພໍໃຈ. ທ່ານນາງ ຟ້າມມາຍເຟືອງ ພະນັກງານ ບໍລິສັດທ່ອງທ່ຽວສາກົນ ກີມລຽນ ຊື່ງແມ່ນຫນຶ່ງໃນບັນດາບໍລິສັດເຄີຍຈັດຕັ້ງໃຫ້ແຂກຫວຽດນາມ ໄປທ່ອງທ່ຽວຢູ່ຕ່າງປະເທດ, ໃນນັ້ນ ມີອິນໂດເນເຊຍ ໃຫ້ຮູ້ວ່າ:
“ໝາກຜົນຂອງກອງປະຊຸມສຳມະນາມື້ນີ້ປະສົບຜົນສຳເລັດ, ພວກຂ້າພະເຈົ້າໄດ້ຮັບຂໍ້ມູນຂ່າວທີ່ມີປະໂຫຍດຫລາຍຢ່າງ, ພິເສດຜ່ານລາຍການນີ້ ພວກຂ້າພະເຈົ້າໄດ້ຮູ້ຈັກເຖິງສະຖານທີ່ທ່ອງທ່ຽວຫລາຍແຫ່ງຕື່ມອີກຢູ່ ອິນໂດເນເຊຍ ແລະ ບັນດາການບໍລິການທີ່ຈັບອົກຈັບໃຈ.”
ເຖິງຢ່າງໃດກໍຕາມ ປະຈຸບັນ ຍັງປະສົບກັບຄວາມຫຍຸ້ງຍາກຈຳນວນຫນຶ່ງໃນການສົ່ງເສີມຮ່ວມມືການທ່ອງທ່ຽວລະຫວ່າງສອງປະເທດ. ເພາະສະນັ້ນ ຈຳນວນນັກທ່ອງທ່ຽວ ອິນໂດເນເຊຍ ມາຢ້ຽມຢາມຫວຽດນາມ ແລະ ຈຳນວນນັກທ່ອງທ່ຽວຫວຽດນາມ ໄປຢ້ຽມຢາມ ອິນໂດເນເຊຍ ຍັງຈຳກັດຢູ່. ປີ 2016, ຍອດຈຳນວນນັກທ່ອງທ່ຽວ ຫວຽດນາມ ໄປຢ້ຽມຢາມ ອິນໂດເນເຊຍ ບັນລຸພຽງເກືອບ 60.000 ຄົນ. ທ່ານ Pupung Thariq Fadhillah, ຮອງຫົວຫນ້າກົມສົ່ງເສີມ ກະຊວງທ່ອງທ່ຽວ ອິນໂດເນເຊຍ ໃຫ້ຮູ້ວ່າ:
“ຫວຽດນາມ ແມ່ນຕະຫລາດທີ່ມີຄວາມສາມາດບົ່ມຊ້ອນ. ສິ່ງກີດຂວາງແມ່ນສາຍການບິນໂດຍກົງຈາກຫວຽດນາມ ໄປເຖິງ ບັນດານະຄອນຂອງອິນໂດເນເຊຍ ຍັງຈຳກັດ. ປະຈຸບັນ ມີພຽງສາຍການບິນຈາກນະຄອນໂຮ່ຈິມີນ ເຖິງ ຈາກາຕາ ໂດຍບໍລິສັດການບິນ Vietnamairlines ຂຸດຄົ້ນ. ພວກຂ້າພະເຈົ້າຫວັງວ່າ ປີນີ້ ຈະມີສາຍການບິນໂດຍກົງຕື່ມອີກໂດຍບໍລິສັດການບິນ Vietjet ຂຸດຄົ້ນ.”
ຕາມຂໍ້ມູນຈາກສະຖານກົງສູນ ອິນໂດເນເຊຍ ປະຈຳ ນະຄອນໂຮ່ຈິມີນ ແລ້ວ, ໃນເດືອນ 9 ປີນີ້, ບໍລິສັດການບິນ Vietjet ມີແຜນການຈະເປີດສາຍການບິນໂດຍກົງຈາກ ຮ່າໂນ້ຍ ເຖິງ ຈາກາຕາ. ນີ້ແມ່ນຂ່າວດີໃຫ້ແກ່ບັນດາບໍລິສັດທ່ອງທ່ຽວທັງສອງປະເທດ ອິນໂດເນເຊຍ ແລະ ຫວຽດນາມ. ໃນໄລຍະລໍຖ້າ, ສອງຝ່າຍຍັງຄົງສືບຕໍ່ບັນດາການເຄື່ອນໄຫວສົ່ງເສີມ ແລະ ໂຄສະນາການທ່ອງທ່ຽວ. ສ່ວນ ຝ່າຍ ອິນໂດເນເຊຍ, ກອງປະຊຸມສຳມະນາ “Indonesia Toursim Table Top” ຢູ່ຫວຽດນາມ ຈະໄດ້ຮັບການຈັດຕັ້ງປະຈຳປີ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ


