ຈົ່ງພ້ອມກັນທວາຍຜົນງານປະກວດ “ສຽງເພງ ອາຊຽນ + 3” ປີ 2019 ເພື່ອມີໂອກາດໄດ້ຮັບລາງວັນທີ່ມີຄ່າ ຈາກຊ່ອງໂທລະພາບວັດທະນະທໍາ - ທ່ອງທ່ຽວ Vietnam Journey.

ລະບຽບການທວາຍຜົນງານປະກວດ “ສຽງເພງ ອາຊຽນ + 3” ປິ 2019 ມີດັ່ງນີ້:

- ໂຄງປະກອບຂອງລາງວັນລວມມີ:

· ລາງວັນທີ 1: ປີ້ຍົນໄປ-ກັບພາຍໃນປະເທດ ຂອງສາຍການບິນ Vietjet 01 ບ່ອນນັ່ງ.

· ລາງວັນທີ 2. Voucher ພັກຜ່ອນບໍາລຸງສຸຂະພາບສໍາລັບຄອບຄົວ (ຜູ້ໃຫຍ່ 2 ຄົນ, ເດັກນ້ອຍ 2 ຄົນ) 4 ມື້ 3 ຄືນ ຢູ່ທີ່ ຕ່ວນເຈົາ, ນະຄອນຮະລອງ, ແຂວງກວ໋າງນິງຂອງຫວຽດນາມ.

ຕ່ວນເຈົາ, ນະຄອນຮະລອງ, ແຂວງກວາງນິງຂອງຫວຽດນາມ

· ລາງວັນທີ 3: Voucher ພັກຜ່ອນບໍາລຸງສຸຂະພາບສໍາລັບຄອບຄົວ (ຜູ້ໃຫຍ່ 2 ຄົນ, ເດັກນ້ອຍ 2 ຄົນ) 2 ມື້ 1 ຄືນ ຢູ່ທີ່ ຕ່ວນເຈົາ, ນະຄອນຮະລອງ, ແຂວງກວາງນິງຂອງຫວຽດນາມ.

· ລາງວັນຊົມເຊີຍ: ເສື້ອເສີດ 01 ຜືນ.

- ເງື່ອນໄຂເຂົ້າຮ່ວມການທວາຍຜົນ:

· ການທວາຍຜົນຈະເລີ່ມຂຶ້ນ ພາຍຫຼັງເປີດງານປະກວດ “ສຽງເພງອາຊຽນ + 3” ຮອບຊີງຊະນະເລີດ (ເຊິ່ງຈະດໍາເນີນໃນເວລາ 20 ໂມງ ຂອງວັນທີ 28 ກໍລະກົດ ປີ 2019 ແລະ ສິ້ນສຸດລົງໃນທັນທີ ເມື່ອຄະນະກໍາມະການກະກຽມປະກາດຜົນລາງວັນ.

· ຜູ້ເຂົ້າຮ່ວມຕ້ອງມີສື່ສັງຄົມອອນລາຍ Facebook.

· ແຕ່ລະຄົນ ສາມາດທວາຍຜົນໄດ້ເທື່ອດຽວ.

· ເມື່ອສົ່ງຜົນການທວາຍແລ້ວ, ບໍ່ສາມາດແປງຄືນໄດ້.

- ແນະນໍາການເຂົ້າຮ່ວມທວາຍຜົນ:

Ø 1: ເຂົ້າໜ້າເວັບໄຊ https://aseansongcontest.com, ແລ້ວເລືອກເອົາພາສາ (ສັນຍາລັກທຸງຢູ່ເບື້ອງຂວາມື). ຫຼັງຈາກນັ້ນ ເລືອກເອົານັກຮ້ອງທີ່ທ່ານຄາດວ່າຈະເປັນຜູ້ຊະນະ.

Ø 2: ເຂົ້າ Facebook ຂອງຕົນເອງ.

Ø 3: ຊອກຫານັກຮ້ອງທີ່ທ່ານຄິດວ່າ ຈະຍາດໄດ້ລາງວັນທີໜຶ່ງ.

Ø 4: ເລື່ອນລົງມາ ແລ້ວຂຽນໃສ່ຊ່ອງ comment ຈໍານວນຜູ້ທີ່ທວາຍຜົນຄືກັນກັບຕົນເອງ.

ຜູ້ຊະນະໃນການທວາຍຜົນ ຈະແມ່ນມີຜົນຂອງການທວາຍຖືກກັບນັກຮ້ອງທີ່ໄດ້ຮັບລາງວັນທີ 1 ໂດຍຄະນະກໍາມະການປະກາດ, ພ້ອມທັງທວາຍໃກ້ຄຽງທີ່ສຸດກັບຜູ້ທວາຍຜົນຄືກັບຕົນເອງ.

ຕົວຢ່າງ: ທ່ານທວາຍເອົານັກຮ້ອງ ໄດ້ຮັບລາງວັນທີ 1 ແມ່ນ Jimmy ແລະ ມີຜູ້ທວາຍຄືກັບຕົນເອງ ແມ່ນ 1001 ຄົນ, ແມ່ນໃຫ້ຂຽນຕົວເລກ 1001 ນັ້ນ ໃສ່ຊ່ອງ comment ແລ້ວກົດສົ່ງ ແມ່ນຖືວ່າສໍາເລັດ.