ໂຮງຮຽນມິດຕະພາບ T78 ເລີ່ມຜັນຂະຫຍາຍລາຍການ Homestay ນັບແຕ່ສົກຮຽນ 2014 -2015 ເປັນຕົ້ນມາ, ໄລ່ມາຮອດປັດຈຸບັນ ແມ່ນຄົບຮອບ 5 ປີ ແຫ່ງການດຳເນີນປະຕິບັດ. ໃນໄລຍະ 5 ປີ ນັ້ນ, ມີນັກຮຽນເກືອບ 500 ເທື່ອຄົນໄດ້ເຂົ້າຮ່ວມລາຍການດັ່ງກ່າວ, ດ້ວຍຂອບຂະໜາດນັບມື້ນັບໄດ້ຮັບການເປີດກວ້າງໃນບໍລິເວນຕາແສງເຖາະລົກ. ເລີ່ມຈາກມີນັກຮຽນ 19 ຄົນໄປຢູ່ກັບ 10 ຄອບຄົວໃນບ້ານດຽວ ໃນສົກຮຽນ 2014 – 2015 ນັ້ນ, ຮອດສົກຮຽນ 2018 – 2019, ຈໍານວນນັກຮຽນ ໄດ້ເພີ່ມຂຶ້ນ 166 ຄົນ ເຊິ່ງໄປຢູ່ກັບກວ່າ 100 ຄອບຄົວ, ໃນ 4 ບ້ານ. ທ່ານ ຫງວຽນຫາຍແທັງ, ຫົວໜ້າກົມຮ່ວມມືສາກົນ, ກະຊວງສຶກສາທິການ ແລະ ບຳລຸງສ້າງຫວຽດນາມ ໃຫ້ຮູ້ວ່າ:

“ນີ້ແມ່ນຮູບແບບໜຶ່ງທີ່ມີຄວາມກ້າວໜ້າ ເຊິ່ງ ຫຼາຍປະເທດທີ່ທັນສະໄໝໃນໂລກພວມໝູນໃຊ້. ພວກຂ້າພະເຈົ້າ ຕີລາຄາສູງວິທີການຈັດຕັ້ງປະຕິບັດຂອງໂຮງຮຽນ, ນີ້ແມ່ນການເຄື່ອນໄຫວທີ່ມີປະສິດທິຜົນໃນຫຼາຍດ້ານຢ່າງແທ້ຈິງ. ລາຍການດັ່ງກ່າວ ບໍ່ພຽງແຕ່ມີຄວາມໝາຍກ່ຽວກັບດ້້ານວິຊາສະເພາະຄື ຊ່ວຍໃຫ້ນັກຮຽນມີໂອກາດໄດ້ແອບເວົ້າພາສາຫວຽດ, ຮູ້ຄຳສັບໃໝ່ຫຼາຍຂຶ້ນ ແລະ ເປີດກວ້າງລະດັບຄວາມຮູ້ເທົ່ານັ້ນ ຫາກຍັງເພີ່ມທະວີຄວາມເຂົ້າໃຈກ່ຽວກັບຊີວິດວັດທະນະທຳ, ຮີດຄອງປະເພນີຂອງຊາວຫວຽດນາມ ອີກດ້ວຍ”.

ບັນດາຜູ້ແທນລົງຢ້ຽມຢາມເຮືອນຂອງປະຊາຊົນ ເຊິ່ງນັກຮຽນລາວດໍາລົງຊີວິດ

ເຂົ້າຮ່ວມລາຍການໄປຮ່ວມຊີວິດຕົວຈິງຢູ່ເຮືອນປະຊາຊົນ, ພາສາຫວຽດ ແມ່ນພາສາດຽວທີ່ສາມາດນໍາໃຊ້ເພື່ອຕິດຕໍ່ພົວພັນກັນໄດ້, ດັ່ງນັ້ນ ນັກຮຽນຕ້ອງຊອກຫາວິທີເວົ້າເປັນປະຈຳ, ອອກສຽງຢ່າງຊັດເຈນ, ໃຊ້ຄໍາສັບໃຫ້ເໝາະສົມກັບກາລະເທສະ ເພື່ອໃຫ້ຜູ້ຟັງສາມາດເຂົ້າໃຈໄດ້... ສຳລັບເລື່ອງກິນຢູ່, ການດໍາເນີນຊີວິດ ແລະ ໄດ້ສຳຜັດກັບວັດຖຸສິ່ງຂອງ, ວຽກງານປະຈຳວັນນັ້ນ ໄດ້ຊ່ວຍໃຫ້ພວກນ້ອງນັກຮຽນປັບປຸງທັກສະການຟັງ, ເວົ້າ, ອ່ານ, ຂຽນ. ເພື່ອນ ສຸທັດ ຕະວອນ, ນັກຮຽນລາວ ທີ່ເຂົ້າຮ່ວມລາຍການດັ່ງກ່າວໃນສົກຮຽນ 2018 – 2019 ໃຫ້ຮູ້ວ່າ:

ເຖິງວ່າຮູ້ ແລະ ເຂົ້າໃຈແຈ້ງກ່ຽວກັບ ວັດຖຸດິບ, ວິທີເຮັດເຂົ້າໜົມແລ້ວກໍຕາມ ແຕ່ເມື່ອຢືນຢູ່ຕໍ່ໜ້າຫຼາຍຄົນ ສຸດທິ ຍັງຕ້ອງຫາຄວາມຊ່ວຍເຫຼືອຈາກບັນດາສະມາຊິກໃນຄອບຄົວລຸງບຸດ ເພື່ອແນະນຳເຂົ້າໜົມບັນໂຈຍ ທີ່ ສຸດທິ ໄດ້ເຮັດມາແລ້ວນັ້ນ ດ້ວຍພາສາຫວຽດ. ແລະ ນີ້ກໍແມ່ນຈຸດປະສົງຂອງລາຍການ: ບັນດານັກຮຽນ ບໍ່ພຽງແຕ່ໄດ້ຮຽນພາສາຫວຽດເທົ່ານັ້ນ ຫາກຍັງຮຽນຮູ້ກ່ຽວກັບວັດທະນະທຳ ຫວຽດນາມ ອີກດ້ວຍ. ທ່ານ ຫງວຽນທິຢິງ ຄູສອນພາສາຫວຽດ ຢູ່ໂຮງຮຽນມິດຕະພາບ T78 ໃຫ້ຮູ້ວ່າ:

“ຜ່ານການຕິດຕາມ, ຕີລາຄາ ແລະ ສອນໂດຍກົງ, ຂ້າພະເຈົ້າເຫັນວ່າ ພວກເພື່ອນມີຄວາມກ້າວໜ້າຫຼາຍ, ພິເສດແມ່ນບັນດາທັກສະການເວົ້າ, ຄວາມເຂົ້າໃຈກ່ຽວກັບວັດທະນະທຳທ້ອງຖິ່ນ ແລະ ພິເສດແມ່ນມີຄວາມຮັກແພງຕໍ່ບັນດາຄອບຄົວປະຊາຊົນຫຼາຍ”.

ທ່ານ ອຳພາວັນ ກວ້າງມະນີວັນ, ທີ່ປຶກສາຝ່າຍສຶກສາ - ວັດທະນະທຳ, ສະຖານທູດລາວປະຈຳຫວຽດນາມ

ເລື່ອງນັກຮຽນລາວ ເຊື່ອມຕົວຢ່າງຮອບດ້ານເຂົ້າກັບການດຳລົງຊີວິດ, ການອອກແຮງງານ, ການຜະລິດຂອງປະຊາຊົນ ແລະ ແລກປ່ຽນວັດທະນະທຳເຊິ່ງກັນແລະກັນ ໄດ້ປະກອບສ່ວນປັບປຸງ ແລະ ເພີ່ມພູນຄູນສ້າງໄມຕີຈິດມິດຕະພາບແບບພິເສດລະຫວ່າງ ຫວຽດນາມ - ລາວ. ທ່ານ ອຳພາວັນ ກວ້າງມະນີວັນ, ທີ່ປຶກສາຝ່າຍສຶກສາ - ວັດທະນະທຳ, ສະຖານທູດລາວປະຈຳຫວຽດນາມ ໃຫ້ຂໍ້ສັງເກດວ່າ:

ໃນໄລຍະຈະມາເຖິງ, ທາງໂຮງຮຽນ ກໍພວມສະເໜີອຳນາດການປົກຄອງຂັ້ນຕ່າງໆ ອະນຸຍາດໃຫ້ເພີ່ມຈຳນວນນັກຮຽນເຂົ້າຮ່ວມລາຍການ Homestay, ກໍຄືແກ່ຍາວເວລາປະຕິບັດລາຍການນີ້ຂຶ້ນເປັນ 2 – 3 ເດືອນແທນການປະຕິບັດໃນເວລາກວ່າ 20 ວັນ ຄືໃນປັດຈຸບັນ.