(vovworld)- ກ່ອນນີ້ 6 ປີເຕັມ, ສູນເຜີຍແຜ່ພາສາ ແລະ ວັດທະນະທຳ ໄທ ໄດ້ຮັບການສ້າງຕັ້ງຂຶ້ນ ຢູ່ ມະຫາວິທະຍາໄລ ຮ່າໂນ້ຍ ຕາມລາຍການຮ່ວມມືລະຫວ່າງ ອົງການຮ່ວມມືພັດທະນາສາກົນ ສັງກັດກະຊວງການຕ່າງປະເທດໄທ(TICA) ແລະ ກະຊວງສຶກສາ ບຳລຸງສ້າງຫວຽດນາມ. ຈຸດປະສົງ ແມ່ນເພື່ອຫນູນຊ່ວຍບັນດາມະຫາວິທະຍາໄລ ຫວຽດນາມ ເຜີຍແຜ່ພາສາ ແລະ ວັດທະນະທຳໄທ. ມາຮອດປະຈຸບັນ, ສູນດັ່ງກ່າວ ໄດ້ເປີດຊຸດບຳລຸງສ້າງພາສາໄທ 5 ຊຸດ ໃຫ້ແກ່ ນັກສຶກສາມະຫາວິທະຍາໄລ ຮ່າໂນ້ຍ ເກືອບ 300 ຄົນ. ໃນນັ້ນ ຈຳນວນນັກສຶກສາສົນໃຈຈົດທະບຽນຮຽນພາສາໄທຜ່ານແຕ່ລະປີແມ່ນເພີ່ມຂຶ້ນ ແລະ ມີຫລາຍຄົນຊອກໄດ້ວຽກເຮັດງານທຳ ທີ່ກ່ຽວຂ້ອງເຖິງ ພາສາໄທ ຢ່າງເໝາະສົມ.
![]() ພັນລະຍານາຍົກລັດຖະມົນຕີ ໄທ ແລະ ຄະນະຜູ້ແທນໄທຢ້ຽມຢາມ ມະຫາວິທະຍາໄລ ຮ່າໂນ້ຍ
|
ເຖິງວ່າ ພຽງແຕ່ຮຽນພາສາຢູ່ ສູນເຜີຍແຜ່ພາສາ ແລະ ວັດທະນະທຳໄທ ບໍ່ທັນຮອດ 1 ປີ ກໍຕາມ ແຕ່ເພື່ອນ ຫງວຽນບ໋າວແຄງ, ອາຍຸ 23 ປີ, ອະດີດນັກສຶກສາພະແນກພາສາຈີນ, ມະຫາວິທະຍາໄລ ຮ່າໂນ້ຍ ພັດ ຊອກໄດ້ວຽກເຮັດງານທຳຢ່າງພໍໃຈ ກ່ຽວຂ້ອງເຖິງພາສາໄທ ຢູ່ ບໍລິສັດສົ່ງອອກເຕັກໂນໂລຊີການສຶກສາຂອງຫວຽດນາມ ຢູ່ ຮ່າໂນ້ຍ. ຫງວຽນບ໋າວແຄງ ແບ່ງປັນວ່າ:
“ພາສາໄທ ພວມແມ່ນພາສາໃຫມ່ອ່ຽມຢູ່ ຮ່າໂນ້ຍ, ໃນຂະນະທີ່ຄວາມຕ້ອງການຜູ້ຮູ້ພາສາຈີນ ບໍ່ຫລາຍອີກ. ໄລຍະ 8 ເດືອນທີ່ເຂົ້າຮຽນພາສາໄທຢູ່ ສູນດັ່ງກ່າວ ແລະ ອີກ 1 ເດືອນຝືກຫັດ ຢູ່ໄທ ໄດ້ຊ່ວຍໃຫ້ນ້ອງມີຄວາມຮູ້ດ້ານພາສາໄທຫລາຍສົມຄວນ. ປະຈຸບັນ ບໍລິສັດພວກນ້ອງ ພວມເປີດກວ້າງຕະຫລາດໄປຍັງໄທ. “
ຫງວຽນບ໋າວແຄງ ແມ່ນຫນຶ່ງໃນຈຳນວນນັກສຶກສາ ສີບໆຄົນຂອງມະຫາວິທະຍາໄລ ຮ່າໂນ້ຍ ເລືອກເຟັ້ນພາສາໄທ ແມ່ນພາສາຕ່າງປະເທດທີ 2 ໃນການຮ່ຳຮຽນຂອງຕົນ ແລະ ຍາດໄດ້ທຶນສຶກສາໃນໄລຍະ1 ເດືອນ ຢູ່ ມະຫາວິທະຍາໄລສີນາຄະຣີນວິໂຣດ. ທຶນສຶກສາດັ່ງກ່າວໂດຍ TICA ສະຫນອງໃຫ້ນັກສຶກສາຫວຽດນາມ 10 ຄົນທີ່ຮຽນພາສາໄທເກັ່ງສຸດໃນຊຸດຮຽນ. ມາຮອດປະຈຸບັນ ມີນັກສຶກສາ 60 ຄົນຢູ່ມະຫາວິທະຍາໄລ ຮ່າໂນ້ຍ ໄດ້ຮັບທຶນສຶກສາຂອງ TICA. ທ່ານນາງ ເຈີນເກີມຕູ, ຄູສອນພາສາໄທຢູ່ສູນດັ່ງກ່າວໃຫ້ຮູ້ວ່າ:
ສຽງຂອງທ່ານນາງເກີມຕູ
ເອື້ອຍຄູ ຟຸ່ງທິເຮືອງຢາງ ກ່ອນນີ້ ເປັນນັກສຶກສາຮຽນພາສາໄທຢູ່ສູນເຜີຍແຜ່ພາສາ ແລະ ວັດທະນະທຳໄທ ແຕ່ປະຈຸບັນໄດ້ກາຍເປັນຄູສອນພາສາໄທຢູ່ສູນແຫ່ງນີ້ ແບ່ງປັນວ່າ:
“ຂ້າພະເຈົ້າແມ່ນຜູ້ໂຊກດີເມື່ອກາຍເປັນຫນຶ່ງໃນຈຳນວນນັກສຶກສາ 10 ຄົນ ຊຸດທຳອິດ ໄດ້ເຂົ້າຮ່ວມຊຸດຮຽນໄລຍະ 1 ເດືອນ ຕາມທຶນສຶກສາຂອງ TICA. ໄລຍະດຽວກັນນີ້ ມະຫາວິທະຍາໄລ ຮ່າໂນ້ຍ ປະກາດວ່າ ມີຊຸດບຳລຸງສ້າງຫລັງມະຫາວິທະຍາໄລຢູ່ໄທ, ຂ້າພະເຈົ້າຕັດສິນໃຈຍາດທຶນສຶກສາດັ່ງກ່າວ ແລະ ຖືວ່ານີ້ແມ່ນກາລະໂອກາດໃຫມ່ຂອງຕົນ.”
ປີ 2014-2015, ສູນເຜີຍແຜ່ພາສາ ແລະ ວັດທະນະທຳໄທ ເປີດຊຸດຮຽນພາສາໄທ 3 ຊຸດ ລວມມີນັກຮຽນ 65 ຄົນ, ແມ່ນເພີ່ມຂຶ້ນທົບ 3 ເທົ່າ ເມ່ືອທຽບໃສ່ປີທຳອິດທີ່ ສູນດັ່ງກ່າວໄດ້ຮັບການສ້າງຕັ້ງຂຶ້ນເມື່ອປີ 2009.
ເພື່ອບັນລຸຜົນສຳເລັດຄືປະຈຸບັນ ນອກຈາກຄວາມມານະພະຍາຍາມຂອງຄູສອນ ແລະ ພະນັກງານໃນສູນ ຕ້ອງເວົ້າເຖິງການຊ່ວຍເຫລືອຫລາຍດ້ານຈາກ TICA ແລະ ສະຖານທູດ ໄທ ປະຈຳຫວຽດນາມ. ທ່ານນາງ ດອນລາດາ ທອງບຸນ, ເລຂາທີຫນຶ່ງ ສະຖານທູດ ໄທປະຈຳຫວຽດນາມ ໃຫ້ຮູ້ວ່າ:
ສຽງທ່ານນາງ ດອນລາດາ ທອງບຸນ
ປະຈຸບັນ, TICA ພວມສະຫນອງທຶນສຶກສາຊັ້ນປະລິຍາໂທ 2 ທຶນ ແລະ ປະລິຍາເອກ 1 ທຶນ ໃຫ້ຄູອາຈານສູນດັ່ງກ່າວ ເພື່ອຮັບໃຊ້ການສິດສອນພາສາໄທ. ນອກນັ້ນ ໃນບັນດາວັນບຸນສຳຄັນຂອງໄທ, ສະຖານທູດໄທ ກໍຫນູນຊ່ວຍຊຸດອາພອນ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວໂດຍມະຫາວິທະຍາໄລຈັດຕັ້ງ.
ຕາມການຕີລາຄາຂອງທ່ານນາງ ດອນລາດາ ທອງບຸນ, ເລຂາທີຫນຶ່ງ ສະຖານທູດ ໄທ ປະຈຳຫວຽດນາມ ແລ້ວ, ມາຮອດຈຸດເວລານີ້ ອາດຈະເວົ້າໄດ້ວ່າ ໂຄງການຮ່ວມມືກ່ຽວກັບການສຶກສາລະຫວ່າງຫວຽດນາມ ແລະ ໄທ ບັນລຸໄດ້ຜົນສຳເລັດ ແລະ ຈະສືບຕໍ່ໄດ້ຮັບການປະຕິບັດໃນອະນາຄົດ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

