![]() ທ່ານ ຫວູຫາຍຮ່າ ປະທານກຳມາທິການພົວພັນຕ່າງປະເທດສະພາແຫ່ງຊາດ ຫວຽດນາມ ກ່າວຄຳເຫັນອັດກອງປະຊຸມ (ພາບ: quochoi.vn)
|
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ຖືວ່າ ກອງປະຊຸມກຸ່ມໃຫ້ຄຳປຶກສາ AIPA ຄັ້ງທີ 14 ໄດ້ດຳເນີນໃນສະພາບການໂລກ, ພາກພື້ນສືບຕໍ່ມີການຜັນແປທີ່ສັບສົນ, ມີການຫັນປ່ຽນຂະໜາດໃຫຍ່ກ່ຽວກັບການເມືອງ, ເສດຖະກິດ, ສັງຄົມ, ໃນນັ້ນເສດຖະກິດໂລກ ພວມປະສົບກັບວິກິດການຫຼາຍຊັ້ນຍ້ອນການປະທະກັນດ້ານການເມືອງ, ການປ່ຽນແປງຂອງດິນຟ້າອາກາດ ແລະ ຜົນຕາມມາຂອງພະຍາດໂຄວິດ - 19. ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ອາຊຽນສືບຕໍ່ບັນດາຄວາມມານະພະຍາຍາມປັບປຸງບົດບາດໃຈກາງ ແລະ ຄວາມສາມັກຄີພາຍໃນກຸ່ມ, ປັບປຸງປະຊາຄົມ, ປະຕິບັດສຳເລັດແຜນການສັງລວມ 2025 ໃນ 3 ເສົາຄ້ຳ ແລະ ກະກຽມໃຫ້ແກ່ໄລຍະພັດທະນາຕໍ່ໄປດ້ວຍການສ້າງວິໄສທັດປະຊາຄົມ ອາຊຽນ ພາຍຫຼັງປີ 2025.
AIPA ຖືການປ່ຽນແປງໃໝ່ວິທະຍາສາດເຕັກໂນໂລຢີເປັນສຳຄັນ
ຕາມການຕີລາຄາຫຼ້າສຸດແລ້ວ, ບັນດາປະເທດອາຊຽນ ບັນລຸໄດ້ຄວາມກ້າວໜ້າຫຼາຍຢ່າງໃນບັນດາຂົງເຂດປ່ຽນແປງໃໝ່ ແລະ ລະດັບອຸດສາຫະກຳ, ເຖິງຢ່າງໃດກໍ່ຕາມ, ລະດັບພັດທະນາບໍ່ສະໝ່ຳສະເໝີ ແລະ ໄດ້ປະຕິບັດໃນຫຼາຍວິທີການທີ່ແຕກຕ່າງກັນ. ໃນຂະນະນັ້ນ, ໃນທົ່ວໂລກ ການປະຕິວັດອຸດສາຫະກຳຄັ້ງທີ 4 ເປັນຕົ້ນແມ່ນເຕັກໂນໂລຢີດີຈີຕອນ, ພວມມີການພັດທະນາຢ່າງແຮງ, ສ້າງບາດກ້າວບຸກທະລຸ ໃນຫຼາຍຂົງເຂດ, ນຳມາເຊິ່ງກາລະໂອກາດຫຼາຍຢ່າງ ແຕ່ກໍ່ມີສິ່ງທ້າທາຍບໍ່ໜ້ອຍໃຫ້ແກ່ທຸກພື້ນຖານເສດຖະກິດໃນພາກພື້ນ.
ໃນສະພາບການນັ້ນ, ເພື່ອບັນລຸໄດ້ເປົ້າໝາຍການເຕີບໂຕ, ພັດທະນາເສດຖະກິດແບບຍືນຍົງ, ບັນດາປະເທດ ອາຊຽນ ຄວນຮັບຮູ້ບັນດາຜົນງານ, ຂໍ້ຈຳກັດຂອງວິທະຍາສາດ - ເຕັກໂນໂລຢີ ຢ່າງຈະແຈ້ງ, ຕ້ອງຮັບຮູ້, ເປັນເຈົ້າ, ນຳໃຊ້ເຕັກໂນໂລຢີທີ່ກ້າວໜ້າຢ່າງກວ້າງຂວາງ ເພື່ອເພີ່ມທະວີສະມັດຕະພາບໃນການອອກແຮງງານ, ຍົກສູງຄຸນນະພາບຜະລິດຕະພັນ, ການບໍລິການ ແລະ ກຳລັງແກ້ງແຍ້ງຂອງພື້ນຖານເສດຖະກິດ, ນຳການພັດທະນາເສດຖະກິດດີຈີຕອນ, ນຳໃຊ້ວິທະຍາສາດເຕັກໂນໂລຢີກາຍເປັນພື້ນຖານຍູ້ແຮງການຫັນເປັນດີຈີຕອນແຫ່ງຊາດ, ຫັນປ່ຽນຮູບແບບການເຕີບໂຕຕາມລວງເລິກ, ອີງຕາມພູມປັນຍາ, ນະວັດຕະກຳ ເພືອສ້າງບາດກ້າວບຸກທະລຸ, ກາຍເປັນຂັ້ນຕອນສຳຄັນໃນລະບົບສະໜອງມູນຄ່າທົ່ວໂລກ.
ດ້ວຍຈິດໃຈນັ້ນ, AIPA ໄດ້ຄັດເລືອກຫົວຂໍ້ຂອງກອງປະຊຸມຄັ້ງນີ້ແມ່ນ “ຊຸກຍູ້ນະວັດຕະກຳ, ການມອບໂອນນຳໃຊ້ ແລະ ພັດທະນາວິທະຍາສາດ ແລະ ເຕັກໂນໂລຢີຮັບໃຊ້ການເຕີບໂຕ ແລະ ພັດທະນາແບບຍືນຍົງ”. ຢູ່ທີ່ວາລະປະຊຸມຄັ້ງທີ 2 ຂອງກອງປະຊຸມ ໂດຍທ່ານ ຫງວຽນເຟືອງຕວັນ ຮອງຫົວໜ້າ ກຳມະທິການວິທະຍາສາດ, ເຕັກໂນໂລຢີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ຫວຽດນາມເປັນປະທານ, ກອງປະຊຸມໄດ້ຮັບຟັງບົດລາຍງານຄັດສະເໜີຫົວຂໍ້ຂອງກະຊວງແຜນການ ແລະ ການລົງທຶນ, ກະຊວງວິທະຍາສາດ ເຕັກໂນໂລຢີ ແລະ ລັດຖະສະພາບັນດາປະເທດສະມາຊິກຂອງ AIPA ສະເໜີບົດລາຍງານແຫ່ງຊາດກ່ຽວກັບຫົວຂໍ້ຂອງກອງປະຊຸມ. ບັນດາສະມາຊິກ AIPA ໄດ້ແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນປະສົບການເຄື່ອນໄຫວກ່ຽວກັບບັນດາບັນຫາຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນ ໄດ້ສຸມໃສ່ເຂົ້າການຊຸກຍູ້ນະວັດຕະກຳ, ຫັນປ່ຽນ, ນຳໃຊ້ ແລະ ພັດທະນາວິທະສາຍາດ, ເຕັກໂນໂລຢີຮັບໃຊ້ການເຕີບໂຕ ແລະ ພັດທະນາພາຍໃນກຸ່ມ ແບບຍືນຍົງ.
ມານະພະຍາຍາມຜັນຂະຫຍາຍບັນດາມະຕິໄດ້ຮັບຮອງເອົາຢູ່ສະມັດຊາໃຫຍ່ AIPA 43
ໃນວິວັດທະນາການພັດທະນາຂອງ ອາຊຽນ, ລັດຖະສະພາບັນດາປະເທດ ສະມາຊິກ AIPA ມີບົດບາດສຳຄັນໃນການໜູນຊ່ວຍລັດຖະບານບັນດາປະເທດ ອາຊຽນ ສືບຕໍ່ສ້າງກົນໄກ, ນະໂຍບາຍ ໃຫ້ແກ່ພາກພື້ນ ເພື່ອແນໃສ່ຜັນຂະຫຍາຍຄວາມສາມາດບົ່ມຊ້ອນພາຍໃນກຸ່ມໃຫ້ຫຼາຍກ່ວາອີກ, ເພື່ອສະຖຽນລະພາບ ແລະ ວັດທະນາຖາວອນລວມຂອງ ປະຊາຄົມອາຊຽນ, ຢັ້ງຢືນທີ່ຕັ້ງບົດບາດສຳຄັນຂອງ AIPA ໃນການຊີວິດດ້ານການເມືອງຂອງພາກພື້ນ. ດັ່ງນັ້ນ, ຢູ່ກອງປະຊຸມໃຫ້ຄຳປຶກສາ AIPA ຄັ້ງນີ້, ລັດຖະສະພາບັນດາປະເທດ AIPA ຢັ້ງຢືນຈະຮ່ວມເດີນທາງພ້ອມກັບລັດຖະບານບັນດາປະເທດ ອາຊຽນ ປະຕິບັດສຳເລັດແຜນການວິໄສທັດ 2025 ແລະ ຜັນຂະຫຍາຍວິໄສທັດພາຍຫຼັງ 2025, ໃນນັ້ນສຸມໃສ່ຮັກສາຄວາມສາມັກຄີ, ເອກະພາບ ແລະ ບົດບາດເປັນໃຈກາງຂອງ ອາຊຽນ, ຍົກສູງຄວາມສາມາດໃນການຮັບມື້ ກັບບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງແບບເກົ່າກໍ່ຄືແບບໃໝ່.
ກອງປະຊຸມ (ພາບ: quochoi.vn) |
ໃນຂອບເຂດກອງປະຊຸມ, ອົງການອາຫານ ແລະ ກະເສດ ສປຊ (FAO) ໄດ້ສົມທົບກັບຄະນະເລຂາ AIPA ຈັດພິທີເປີດຕົວ ເອກະສານ “ຊຸກຍູ້ນຳໃຊ້ການແນະນຳຂອງ ອາຊຽນ ກ່ຽວກັບການລົງທຶນທີ່ມີຄວາມຮັບຜິດຊອບ ເຂົ້າທັນຍາຫານ, ກະສິກຳ ແລະ ປ່າໄມ້: ຄູ່ມືທີ່ມີຄວາມຈຳເປັນໃຫ້ແກ່ສະມາຊິກລັດຖະສະພາບັນດາປະເທດອາຊຽນ” ເພື່ອແນໃສ່ສະໜອງບັນດາຂໍ້ມູນລະອຽດ ໃຫ້ແກ່ສະມາຊິກລັດລັດຖະສະພາອາຊຽນ ໃນວິວັດການປະສົມປະສານເນື້ອໃນ ຂອງການແນະນຳໃຫ້ສອດຄ່ອງກັບກົດໝາຍ, ນະໂຍບາຍ ແລະ ເງື່ອນໄຂຂອງປະເທດສະມາຊິກ, ຊຸກຍູ້ການລົງທຶນທີ່ມີຄວາມຮັບຜິດຊອບໃນບັນດາຂົງເຂດຄື: ທັນຍາຫານ, ກະສິກຳ ແລະ ປ່າໄມ້ ພາຍໃນກຸ່ມ.
ດ້ວຍການປະຕິບັດສຳເລັດບັນດາເນື້ອໃນໂຄງການດຳເນີນງານວາງອອກ, ກອງປະຊຸມ AIPA Caucus 14 ໄດ້ຢັ້ງຢືນຄວາມມານະພະຍາຍາມຂອງລັດຖະສະພາ ສະມາຊິກ AIPA ໃນການຍົກອອກບັນດາມະຕິຂອງ AIPA 43 ເຂົ້າສູ່ຊີວິດຕົກຈິງຂອງແຕ່ລະປະເທດ, ຊຸກຍູ້ນະວັດຕະກຳ, ການມອບໂອນ ນຳໃຊ້ ແລະ ພັດທະນາວິທະຍາສາດ ແລະ ເຕັກໂນໂລຢີຮັບໃຊ້ການເຕີບໂຕ ແລະ ພັດທະນາແບບຍືນຍົງ, ສືບຕໍ່ບັນດາຄວາມມານະພະຍາຍາມປັບປຸງບົດບາດເປັນໃຈກາງ ແລະ ຄວາມສາມັກຄີພາຍໃນກຸ່ມ, ປັບປຸງປະຊາຄົມ, ປະຕິບັດສຳເລັດແຜນການສັງລວມ 2025 ໃນ 3 ເສົາຄ້ຳ ແລະ ກະກຽມໃຫ້ແກ່ໄລຍະພັດທະນາຕໍ່ໄປດ້ວຍການສ້າງວິໄສທັດປະຊາຄົມ ອາຊຽນ ພາຍຫຼັງປີ 2025. ເລື່ອງສະພາແຫ່ງຊາດ ຫວຽດນາມ ຈັດຕັ້ງຢ່າງສຳເລັດຜົນກອງປະຊຸມກຸ່ມໃຫ້ຄຳປຶກສາລະຫວ່າງລັດຖະສະພາ ອາຊຽນ ຄັ້ງທີ 14 ຕາມກົນໄກໝູນວຽນຂອງ AIPA ແມ່ນການເຄື່ອນໄຫວທີ່ແທດຈິງ, ຜັນຂະຫຍາຍແນວທາງການຕ່າງປະເທດຂອງພັກ ແລະ ລັດ ຫວຽດນາມ ກ່ຽວກັບການຍູ້ແຮງ ແລະ ຍົກລະດັບການພົວພັນຫຼາຍຝ່າຍ ຮອດປີ 2030, ສືບຕໍ່ຜັນຂະຫຍາຍຖານະບົດບາດ ແລະ ທີ່ຕັ້ງຂອງ ສະພາແຫ່ງຊາດ ຫວຽດນາມ ຢູ່ບັນດາກົນໄກຮ່ວມມືລະຫວ່າງລັດຖະສະພາໃນພາກພື້ນ ແລະ ໂລກ, ພິເສດແມ່ນ ຢູ່ AIPA.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ


