ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ແລະ ທ່ານປະທານສະພາຕ່ຳ ສາທາລະນະລັດ ອິນເດຍ Om Birla ໃນການຢ້ຽມຢາມອິນເດຍ ປີ 2021 (ພາບ: quochoi.vn)

ການຢ້ຽມຢາມດັ່ງກ່າວ ຖືກດຳເນີນໃນສະພາບປີ 2022, ສອງປະເທດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 50 ປີ (ວັນທີ 7 ມັງກອນ 1972 – 7 ມັງກອນ 2022). ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ (ສ້າງຕັ້ງເມື່ອເດືອນ ກັນຍາ 2016) ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງແຮງ ແລະ ຢ່າງບໍ່ຢຸດຢັ້ງ, ນັບທັງໃນໄລຍະເກີດໂລກລະບາດໂຄວິດ - 19.

ຫວຽດນາມ ແລະ ອິນເດຍ ແບ່ງປັນຫຼາຍຄຸນຄ່າລວມ

ການພົວພັນລະຫວ່າງ ຫວຽດນາມ ແລະ ອິນເດຍ ໃນໄລຍະ 50 ກວ່າປີຜ່ານມາໄດ້ຮັບການຊຸກຍູ້ຢ່າງບໍ່ຢຸດຢັ້ງ ແລະ ນັບມື້ນັບມີປະສິດທິຜົນໃນຫຼາຍຂົງເຂດ, ປະຊາຊົນທຸກຊັ້ນວັນນະຂອງສອງປະເທດນັບມື້ນັບໃກ້ຊິດ, ສະໜິດສະໜົມ. ສອງປະເທດມີສາຍສຳພັນທາງດ້ານວັດທະນະທຳ ແລະ ອະລິຍະທຳມາແຕ່ດົນນານ ແລະ ອຸດົມສົມບູນ, ພ້ອມກັນມຸ່ງໄປເຖິງຄຸນຄ່າລວມນັ້ນແມ່ນ ນ້ຳໃຈຮັກຊາດ, ມູນເຊື້ອວັດທະນະທຳມະນຸດ, ຮັກຫອມສັນຕິພາບ; ຕັ້ງໜ້າສະໜັບສະໜູນເຊິ່ງກັນແລະກັນໃນການຕໍ່ສູ້ຍາດເອົາເອກະລາດມາໃຫ້ປະເທດຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ໄລຍະປັດຈຸບັນ, ສອງປະເທດສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ, ເພີ່ມພູນຄູນສ້າງໄມຕີຈິດມິດຕະພາບ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ອິນເດຍ ໃຫ້ພັດທະນາຢ່າງມີປະສິດທິຜົນ, ຕອບສະໜອງຜົນປະໂຫຍດຂອງປະຊາຊົນສອງປະເທດ. ທ່ານ ຫງວຽນແມັ້ງຮຸ່ງ ປະທານສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ, ຢັ້ງຢືນວ່າ:

“ຈຸດຄ້າຍຄືກັນກ່ຽວກັບນະໂຍບາຍ ແລະ ການກຳນົດທິດພັດທະນາເສດຖະກິດ - ສັງຄົມ ມຸ່ງໄປເຖິງປະຊາຊົນຂອງ ຫວຽດນາມ ແລະ ອິນເດຍ ຈະແມ່ນປະຖົມປັດໄຈທີ່ສຳຄັນເພື່ອໃຫ້ພວກເຮົາເປີດກວ້າງການພົວພັນຮ່ວມມືຕ່າງໆ. ໄດ້ມີຫຼາຍໂຄງການ, ແຜນການຮ່ວມມືສອງຝ່າຍກ່ຽວກັບເສດຖະກິດສັງຄົມພວມຕັ້ງໜ້າກໍ່ສ້າງ ແລະ ຜັນຂະຫຍາຍການຮ່ວມມືລະອຽດ ແລະ ມີປະສິດທິຜົນກ່ຽວກັບເສດຖະກິດສັງຄົມລະຫວ່າງບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງ, ວິສາຫະກິດ… ນີ້ຈະແມ່ນພື້ນຖານອັນໝັ້ນແກ່ນເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງໃຫ້ແກ່ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ.”

ທີ່ກອງປະຊຸມສຸດຍອດທາງໄກທ້າຍປີ 2020, ທ່ານນາຍົກລັດຖະມົນຕີສອງຝ່າຍໄດ້ຮັບຮອງເອົາ “ວິໄສທັດລວມເພື່ອສັນຕິພາບ, ວັດທະນາຖາວອນ ແລະ ມະນຸດ” ທີ່ມີລັກສະນະປະຫວັດສາດ, ວາງອອກຫຼາຍຫຼັກການຊີ້ນຳໃຫ້ແກ່ການພັດທະນາໃນອະນາຄົດຂອງການພົວພັນສອງຝ່າຍລະຫວ່າງສອງປະເທດ.

ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ໃນປັດຈຸບັນ ໄດ້ເປີດກວ້າງຂົງເຂດຮ່ວມມືໃນຫຼາຍຮູບຫຼາຍແບບ, ຈາກການແລກປ່ຽນດ້ານການເມືອງຕະຫຼອດຮອດການພົວພັນດ້ານການຄ້າ ແລະ ການລົງທຶນ, ການຮ່ວມມືດ້ານພະລັງງານ, ຄູ່ຮ່ວມມືພັດທະນາ, ການຮ່ວມມືດ້ານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ພ້ອມກັບການພົບປະແລກປ່ຽນປະຊາຊົນ… ການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງດັ່ງກ່າວ ໄດ້ສະແດງໃຫ້ເຫັນ ສາຍພົວພັນຄູ່ຮ່ວມມືແບບພິເສດ ເຊິ່ງສອງຝ່າຍໄດ້ແບ່ງປັນກໍຄືສະແດງຄວາມໄວ້ເນື້ອເຊື່ອໃຈ ແລະ ເຂົ້າໃຈເຊິ່ງກັນແລະກັນ.

ກາລະໂອກາດຮ່ວມມືໃໝ່ ແລະ ບັນດາເປົ້າໝາຍໃຫຍ່ຫຼວງກວ່າ

ໂດຍເປັນ 2 ໃນບັນດາພື້ນຖານເສດຖະກິດພັດທະນາໄວ, ການຮ່ວມມືດ້ານເສດຖະກິດລະຫວ່າງ ອິນເດຍ ແລະ ຫວຽດນາມ ພວມເພີ່ມຂຶ້ນຢ່າງແຮງ. “ວິໄສທັດເພື່ອສັນຕິພາບ, ວັດທະນາຖາວອນ ແລະ ມະນຸດ” ໄດ້ກຳນົດບຸລິມະສິດການຮ່ວມມືສ້າງການພົວພັນຄູ່ຮ່ວມມືໃໝ່, ລະບົບຕອບສະໜອງທີ່ໜ້າໄວ້ເນື້ອເຊື່ອໃຈ ແລະ ມີໄຫວພິບເພື່ອຜ່ານຜ່າຜົນກະທົບຈາກໂລກລະບາດໂຄວິດ - 19 ແລະ ຕັ້ງຄາດໝາຍວົງເງິນການຄ້າບັນລຸໃຫ້ໄດ້ 15 ຕື້ USD. ສິ່ງດັ່ງກ່າວໄດ້ຮັບຮູ້ການເສີມສ້າງຊ່ວຍກັນຂອງຕະຫຼາດພາຍໃນທີ່ກວ້າງໃຫຍ່ ແລະ ວິໄສທັດສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງ ອິນເດຍ ດ້ວຍພະລັງຊີວິດ ແລະ ກຳລັງຄວາມສາມາດທາງດ້ານເສດຖະກິດທີ່ນັບມື້ນັບເພີ່ມຂຶ້ນຂອງ ຫວຽດນາມ. ວິສາຫະກິດ ແລະ ຂະແໜງການຕ່າງໆຂອງສອງຝ່າຍພວມຊອກຫາກາລະໂອກາດຢູ່ທັງສອງຕະຫຼາດ ດ້ວຍແງ່ຫວັງທີ່ໃຫຍ່ຫຼວງກວ່າ. ຫວຽດນາມ ແລະ ອິນເດຍ ພວມສ້າງສາຍພົວພັນຄູ່ຮ່ວມມືໃໝ່ໃນຂົງເຂດໃໝ່ຄື ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ສື່ມວນຊົນ, ພະລັງງານຜະລິດຄືນໃໝ່, ການປ່ຽນແປງໃໝ່…

ທັດສະນະ ແລະ ຜົນປະໂຫຍດລວມຂອງສອງປະເທດທີ່ມີຕໍ່ສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນຂອງພາກພື້ນ ກໍຈະສ້າງພື້ນຖານອັນໝັ້ນແກ່ນແກ່ການຮ່ວມມືທີ່ນັບມື້ນັບເພີ່ມຂຶ້ນ. ປັດຈຸບັນ, ຫວຽດນາມ ແມ່ນເສົາຄ້ຳສຳຄັນໃນນະໂຍບາຍເຄື່ອນໄຫວ ມຸ່ງໄປເຖິງທິດຕາເວັນອອກຂອງ ອິນເດຍ ແລະ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືຕົ້ນຕໍແກ່ວິໄສທັດ ອິນເດຍ - ປາຊີຟິກ. ທ່ານເອກອັກຄະລັດຖະທູດ ອິນເດຍ ປະຈຳ ຫວຽດນາມ Pranay Verma ຢັ້ງຢືນວ່າ:

“ນະໂຍບາຍເຄື່ອນໄຫວມຸ່ງໄປສູ່ທິດຕາເວັນອອກ” ແມ່ນໜຶ່ງໃນບັນດາວິໄສທັດພື້ນຖານຂອງພວກຂ້າພະເຈົ້າໃນການພົວພັນກັບພາກພື້ນໃກ້ຄຽງຂອງພວກຂ້າພະເຈົ້າມຸ່ງໄປສູ່ທິດຕາເວັນອອກຂອງ ອິນເດຍ. ຫວຽດນາມ ສະແດງຢ່າງເຫັນໄດ້ຊັດໃນວິໄສທັດນັ້ນ. ໂດຍແມ່ນຄູ່ຮ່ວມມືທີ່ສະໜິດສະໜົມຂອງ ອິນເດຍ ໃນສາຍພົວພັນຮ່ວມມືດ້ານການເມືອງ, ເສດຖະກິດ ແລະ ຄວາມໝັ້ນຄົງໃນຫຼາຍດ້ານ ແລະ ແມ່ນສິ່ງສຳຄັນຕົ້ນຕໍໃນຄຳໝັ້ນສັນຍາຂອງ ອິນເດຍ ກັບ ອາຊຽນ, ເປັນທີ່ຈະແຈ້ງແລ້ວວ່າ ຫວຽດນາມແມ່ນຄູ່ຮ່ວມມືທີ່ບໍ່ອາດຂາດໄດ້ໃນວິໄສທັດ ອິນເດຍ - ປາຊີຟິກ, ໂດຍອີງໃສ່ບັນດາຄຸນຄ່າ ແລະ ຜົນປະໂຫຍດລວມໃນການຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນຂອງພາກພື້ນ”.

ບົນພື້ນຖານຂອງການພົວພັນສອງຝ່າຍທີ່ພວມພັດທະນາຢ່າງດີງາມ, ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານປະທານສະພາຕ່ຳ ສາທາລະນະລັດ ອິນເດຍ Om Birla ສືບຕໍ່ແມ່ນຂີດໝາຍໃໝ່ໃນໄລຍະທາງ 50 ປີ ແຫ່ງການຮ່ວມມືລະຫວ່າງສອງປະເທດ. ການຢ້ຽມຢາມໄດ້ປະກອບສ່ວນປັບປຸງເພີ່ມເຕີມຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງທີ່ມີຢູ່ແລ້ວ, ສ້າງທ່ວງທ່າແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ເປີດກວ້າງການຮ່ວມມືໃນຫຼາຍຂົງເຂດລະຫວ່າງ ຫວຽດນາມ ແລະ

ອິນເດຍ./.