ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ, ຕາງໜ້າໃຫ້ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ ໃນຖານະເປັນປະເທດປະທານ ອາຊຽນ (ພາບ: ກະຊວງການຕ່າງປະເທດ) |
ດ້ວຍປະຫວັດສາດ 32 ປີ ແຫ່ງການພັດທະນາຢ່າງເລິກເຊິ່ງກວ້າງຂວາງ ແລະ ແທດຈິງ, ການພົວພັນສອງຝ່າຍ ຫວຽດນາມ - ສະຫະພາບເອີຣົບ (ອີຢູ) ໄດ້ກ້າວເຂົ້າສູ່ລະດັບສູງໃໝ່ ດ້ວຍເລື່ອງສອງຝ່າຍກາຍເປັນຄູ່ຮ່ວມມືທີ່ສະເໝີພາບຂອງກັນ ບົນພື້ນຖານຮ່ວມມືພ້ອມກັນມີຜົນປະໂຫຍດໃນທຸກເສົາຄ້ຳ. ຫວຽດນາມ ກໍສວມບົດບາດສຳຄັນໃນການປັບປຸງສາຍພົວພັນລະຫວ່າງ ອາຊຽນ ແລະ ອີຢູ.
ຫວຽດນາມ ຍາມໃດກໍສະໜັບສະໜູນສາຍພົວພັນຮ່ວມມືລະຫວ່າງ ອາຊຽນ ແລະ ອີຢູ
ໂດຍແມ່ນສະມາຊິກທີ່ຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງຂອງ ອາຊຽນ, ຫວຽດນາມ ຍາມໃດກໍຍົກສູງຄວາມຮັບຜິດຊອບຍູ້ແຮງການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື, ໃນນັ້ນ ມີ ອີຢູ. ຫວຽດນາມ ແມ່ນປະເທດ ອາຊຽນ ທຳອິດ ທີ່ເຂົ້າຮ່ວມທຸກຂອບເຂດການຮ່ວມມືກ່ຽວກັບທາງດ້ານການເມືອງ, ເສດຖະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບກັບ ອີຢູ; ມີຫຼາຍກົນໄກກ່ຽວກັບການຮ່ວມມືວິຊາສະເພາະ, ຮັກສາການພົບປະແລກປ່ຽນຄະນະ ແລະ ຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ.
ຫວນຄືນປະຫວັດສາດ, ວັນທີ 1 ທັນວາ 2020, ຢູ່ກອງປະຊຸມທາງໄກ ລັດຖະມົນຕີການຕ່າງປະເທດ ອາຊຽນ - ອີຢູ ຄັ້ງທີ 23, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ, ຕາງໜ້າໃຫ້ ຫວຽດນາມ ໃນຖານະເປັນປະທານ ອາຊຽນ ໄດ້ປະກາດວ່າ: “ຫວຽດນາມ ສະໜັບສະໜູນຮູບແບບຍົກລະດັບການພົວພັນລະຫວ່າງ ອາຊຽນ - ອີຢູ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ”. ໃນກອງປະຊຸມປະຈຳປີຂັ້ນຮອງລັດຖະມົນຕີການຕ່າງປະເທດ ອາຊຽນ - ອີຢູ (ເດືອນກັນຍາ 2021), ທ່ານຮອງລັດຖະມົນຕີ ຫວຽດນາມ ຫງວຽນກວັກຢຸງ ເນັ້ນໜັກວ່າ: “ຫວຽດນາມ ຖືເປັນສຳຄັນ ແລະ ຈະປະກອບສ່ວນຢ່າງຕັ້ງໜ້າແກ່ການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອີຢູ”.
ຫັນຄຳໝັ້ນສັນຍາສະໜັບສະໜູນການພົວພັນຮ່ວມມືລະຫວ່າງ ອາຊຽນ - ອີຢູ ໃຫ້ເປັນຮູບປະທຳ, ຢູ່ກອງປະຊຸມປະຈຳປີຄັ້ງຕ່າງໆ, ກອງປະຊຸມຂັ້ນສູງ ອາຊຽນ - ອີຢູ, ຫວຽດນາມ ຍາມໃດກໍສົ່ງສານຢ່າງແຮງກ່ຽວກັບຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈ ແລະ ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບ, ພ້ອມແລ້ວທີ່ຈະຮ່ວມແຮງຮ່ວມໃຈພ້ອມກັບບັນດາປະເທດເພື່ອຊອກຫາວິທີການແກ້ໄຂສິ່ງທ້າທາຍອັນຮີບດ່ວນ, ມີລັກສະນະທົ່ວໂລກ, ປະກອບສ່ວນໃຫ້ແກ່ການເຄື່ອນໄຫວມະນຸດສະທຳ. ປີ 2021, ຫວຽດນາມ ປະກອບເງິນ 1 ລ້ານ USD ແກ່ໂຄງການ COVAX, ສະແດງນ້ຳໃຈສາມັກຄີສາກົນ ແລະ ຄວາມຮັບຜິດຊອບຂອງ ຫວຽດນາມ ໃນຄວາມມານະພະຍາຍາມປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ປະກາດປະກອບເງິນ 500.000 USD ເພື່ອຊ່ວຍເຫຼືອປະຊາຊົນ ຢູແກຼນ ໂດຍຜ່ານບັນດາອົງການຈັດຕັ້ງສາກົນ (ເດືອນພຶດສະພາ 2022).
ດ້ວຍຄວາມປາດຖະໜາ ພ້ອມກັບບັນດາປະເທດໃນ ອາຊຽນ ແລະ ອີຢູ ສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບຢູ່ທະວີບ ອາຊຽນ - ປາຊີຟິກ ແລະ ໃນໂລກ, ໃນຂອບເຂດຄູ່ຮ່ວມມືຍຸດທະສາດ ອາຊຽນ - ອີຢູ, ຫວຽດນາມ ກໍຍົກອອກຄຳໝັ້ນສັນຍາສູງສຸດ ໃນກອງປະຊຸມ ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26) ເພື່ອແນໃສ່ແບ່ງປັນຄວາມຮັບຜິດຊອບ ມຸ່ງໄປເຖິງການພັດທະນາສີຂຽວ ແລະ ຍືນຍົງ.
ຫາງສຽງ ເອີຣົບ ຕີລາຄາສູງບົດບາດຂອງ ຫວຽດນາມ ໃນການພົວພັນ ອາຊຽນ - ອີຢູ
ບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງ ຫວຽດນາມ ໃຫ້ແກ່ການພົວພັນ ອາຊຽນ - ອີຢູ ເວົ້າລວມ ແລະ ໃນການພົວພັນກັບ ອີຢູ ເວົ້າສະເພາະ ລ້ວນແຕ່ໄດ້ຮັບການຕີລາຄາສູງຈາກວົງການການເມືອງ ເອີຣົບ. ຕາມທ່ານສະມາຊິກລັດຖະສະພາ, Andries Gryffroy ຮອງປະທານຜູ້ທີໜຶ່ງສະພາສູງ ແບນຊິກ ແລ້ວ, ຫວຽດນາມ ມີທີ່ຕັ້ງຍຸດທະສາດສຳຄັນຢູ່ມະຫາສະໝຸດອິນເດຍ - ປາຊີຟິກ. ປັດຈຸບັນ, ພື້ນຖານເສດຖະກິດ ຫວຽດນາມ ແມ່ນຕ່ອງໂສ້ສຳຄັນໃນລະບົບສະໜອງ ແລະ ມູນຄ່າເສດຖະກິດຂອງ ອາຊຽນ ດ້ວຍທ່າໄດ້ປຽບຫຼາຍຢ່າງຄື: ສະພາບແວດລ້ອມມະຫາພາກເປັນປົກກະຕິ, ພື້ນຖານເສດຖະກິດຂະຫຍັນຂັນເຄື່ອນ, ຕະຫຼາດບໍລິໂພກນັບມື້ນັບເປີດກວ້າງ, ພື້ນຖານການເມືອງມີສະຖຽນລະພາບ, ມີຄວາມເປັນເອກະພາບໃນນະໂຍບາຍລົງທຶນພັດທະນາເສດຖະກິດ. ດັ່ງນັ້ນ, ຫວຽດນາມ ມີບົດບາດສຳຄັນໃນການພົວພັນລະຫວ່າງ ອາຊຽນ ແລະ ອີຢູ.
ທ່ານ Igor Driesmans ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈຳ ອາຊຽນ (ພາບ: VOV) |
ເນັ້ນໜັກກ່ຽວກັບບົດບາດເປັນຂົວຕໍ່ຂອງ ຫວຽດນາມ ລະຫວ່າງ ອາຊຽນ ກັບ ອີຢູ, ທ່ານ Jeroen Cooreman, ຫົວໜ້າກົມພົວພັນສອງຝ່າຍ, ກະຊວງການຕ່າງປະເທດ ແບນຊິກ ໃຫ້ຮູ້ວ່າ ໃນຂອບເຂດກອງປະຊຸມຂັ້ນສູງ ອາຊຽນ - ອີຢູ, ຄະນະຜູ້ແທນ ຫວຽດນາມ, ໂດຍທ່ານນາຍົກລັດຖະມົນຕີ ຟ້າມມິງຈິງນຳໜ້າ ໄດ້ໃຫ້ຄຳໝັ້ນສັນຍາປະຕິບັດກຳນົດທິດຂອງ ຫວຽດນາມ ກ່ຽວກັບການພັດທະນາພະລັງງານຜະລິດຄືນໃໝ່, ພັດທະນາສີຂຽວ ແລະ ຍືນຍົງ, ຫັນເປັນດີຈີຕອນ… ບັນດາສິ່ງເຫຼົ່ານັ້ນ ແມ່ນເໝາະກັບເປົ້າໝາຍຕ່າງໆຂອງ ແບນຊິກ ກໍຄື ໂຄງການດຳເນີນງານຂອງ ອີຢູ.
ການພົວພັນຫວຽດນາມ - ອີຢູ ນັບມື້ນັບພັດທະນາ. ຈາກປະເທດໜຶ່ງທີ່ຮັບການໜູນຊ່ວຍ, ມາຮອດປັດຈຸບັນ ຫວຽດນາມ ໄດ້ກາຍເປັນປະເທດຄູ່ຮ່ວມມືທີ່ສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ດ້ວຍຫຼາຍຂອບເຂດຮ່ວມມື. ບໍ່ພຽງແຕ່ເທົ່ານັ້ນ, ບົດບາດຂອງ ຫວຽດນາມ ໃນການຊຸກຍູ້ການຮ່ວມມືລະຫວ່າງ ອາຊຽນ ກັບ ອີຢູ ແມ່ນນັບມື້ນັບເຫັນໄດ້ຢ່າງເດັ່ນຊັດ./.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ


