![]() |
ໃນ 2 ປີຜ່ານມາ, ບັນດາວິກິດການຄື: ໂລກລະບາດໂຄວິດ 19 ແລະ ການປະທະກັນ ຢູ່ຢູແກຼນ ໄດ້ສົ່ງຜົນກະທົບຮ້າຍແຮງເຖິງປະຊາຊົນນັບຕື້ຄົນໃນໂລກ ນຳມາເຊິ່ງການປ່ຽນແປງເສດຖະກິດ ສັງຄົມຢ່າງເລິກເຊິ່ງ. ຕາມການຄິດໄລ່ຂອງ UNDP, ເປັນຄັ້ງທຳອິດ ພາຍຫລັງ 32 ປີ, ດັດຊະນີ HDI ລວມມີ ດັດຊະນີສຸຂະພາບ, ການສຶກສາ ແລະ ລະດັບຄ່າຄອງຊີບຂອງປະເທດຫນຶ່ງ ໄດ້ຫລຸດລົງໃນທົ່ວໂລກໃນ 2 ປີຕໍ່ເນື່ອງ. ສິ່ງນີ້ພວມໄປຝືນກັບຄວາມຄືບຫນ້າຂອງການມຸ່ງໄປເຖິງບັນດາເປົ້າໝາຍພັດທະນາແບບຍືນຍົງ. ມີກວ່າ 90% ບັນດາປະເທດຮັບຮູ້ລະດັບຫລຸດຜ່ອນດັດຊະນີ HDI ໃນປີ 2020 ແລະ 2021. ເຖິງຢ່າງໃດກໍຕາມ ຢູ່ ຫວຽດນາມ ດັດຊະນີພັດທະນາມະນຸດ ແມ່ນເພີ່ມຂຶ້ນ 2 ຂັ້ນໃນຕາຕະລາງຈັດອັນດັບທົ່ວໂລກ ຕາມບົດລາຍງານການພັດທະນາມະນຸດທົ່ວໂລກປີ 2021/2022 ຂອງ UNDP ທີ່ຫາກໍ່ປະກາດຫວ່າງແລ້ວນີ້.
ຕາມການຕີລາຄາຂອງບົດລາຍງານແລ້ວ, ຫວຽດນາມ ໄດ້ພະຍາຍາມຮັກສາການເຕີບໂຕເສດຖະກິດໃນຊຸມປີທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ 19. ທ່ານນາງ Caitlin Wiesen ຫົວຫນ້າອົງການ UNDP ປະຈຳຫວຽດນາມ ຖືວ່າ: ຫວຽດນາມ ບັນລຸໄດ້ໝາກຜົນນີ້ກໍ່ຍ້ອນສິດທິມະນຸດຍາມໃດກໍ່ແມ່ນບັນຫາຈຸດສຸມໃນວິວັດການພັດທະນາຢູ່ ຫວຽດນາມ.
“ພວກຂ້າພະເຈົ້າຕີລາຄາສູງ ຫວຽດນາມ ໃນໄລຍະ 2 ປີທີ່ເກີດໂລກລະບາດໂຄວິດ 19, ລັດຖະບານ ຫວຽດນາມ ໄດ້ວາງອອກຂໍ້ກຳນົດໃຫມ່ກ່ຽວກັບມາດຖານທຸກຍາກຫລາຍແບບ, ສ້າງເງື່ອນໄຂໃຫ້ປະຊາຊົນເກືອບ 8 ລ້ານຄົນສາມາດໄດ້ຊົມໃຊ້ຜົນປະໂຫຍດຈາກນະໂຍບາຍສັງຄົມ. ອີກຂົງເຂດຫນຶ່ງກໍ່ເປັນຫນ້າຊົມເຊີຍ ນັ້ນແມ່ນ ນະໂຍບາຍອຸປະກະລະສັງຄົມ, ບ້ວງເງິນຫນູນຊ່ວຍຊີວິດສັງຄົມໂດຍລັດຖະບານຫນູນຊ່ວຍ. ສິ່ງນີ້ແມ່ນມີຄວາມໝາຍສຳລັບຜູ້ມີຄວາມສ່ຽງຖືກຜົນກະທົບ”.
ນັກຊ່ຽວຊານຕ່າງປະເທດຫລາຍທ່ານໄດ້ໃຫ້ຂໍ້ສັງເກດວ່າ: ໃນສະພາບຫລາຍປະເທດໃນໂລກປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງຍ້ອນໂລກລະບາດ, ແຕ່ຢູ່ ຫວຽດນາມ ສະຖຽນລະພາບດ້ານການເມືອງຍາມໃດກໍ່ໄດ້ຮັບການຮັກສາຢ່າງໝັ້ນທ່ຽງ. ລັດຖະບານ ໄດ້ສຸມໃສ່ປະຕິບັດບັນດາມາດຕະການຫລຸດຜ່ອນການກະທົບຈາກໂລກລະບາດສຳລັບພື້ນຖານເສດຖະກິດຢ່າງມີປະສິດທິຜົນ, ຄົບຊຸດ, ຮັກສາ ແລະ ຟື້ນຕົວການຜະລິດດຳເນີນທຸລະກິດ, ຮັບປະກັນວຽກເຮັດງານທຳ, ຫນູນຊ່ວຍຊີວິດສັງຄົມ, ຊີວິດການເປັນຢູ່ຂອງປະຊາຊົນ ເປັນຕົ້ນແມ່ນຜູ້ມີຄວາມສ່ຽງ ດ້ວຍທິດນຳ ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ. ທ່ານນາງ Prava Samataray, ເລຂາທິການ ຄະນະກຳມະການສາມັກຄີ ອິນເດຍ - ຫວຽດນາມ, ລັດ Bengal ຕາເວັນຕົກ ອິນເດຍ ຖືວ່າ:
“ຄວາມຜິດດ່ຽງສັງຄົມ ແລະ ຊ່ອງຫວ່າງຄວາມຮັ່ງມີທຸກຍາກໃນການພັດທະນາເມື່ອໝາກຜົນຂອງການພັດທະນາແຫ່ງຊາດພຽງແຕ່ແມ່ນຂຶ້ນກັບບາງພາກສ່ວນຂອງສັງຄົມນັ້ນຈະສ້າງຄວາມຜິດດ່ຽງ ແລະ ຊ່ອງຫວ່າງໃນສັງຄົມ. ແຕ່ວ່າ ຢູ່ ຫວຽດນາມ ແມ່ນແຕກຕ່າງ. ນະໂຍບາຍຂອງຫວຽດນາມ ຖືມະນຸດເປັນໃຈກາງ. ໃນຕົວຈິງ ຫວຽດນາມ ໄດ້ປະຕິບັດສັງຄົມນິຍົມຕາມການກຳນົດທິດການຕະຫລາດໂດຍມີການເຂົ້າຮ່ວມຂອງໝົດທຸກຄົນເຂົ້າໃນວິວັດການພັດທະນາ”.
ຕາມການສຳຫລວດ Expat Insider 2022 ຂອງອົງການ InterNations ປະຕິບັດຫວ່າງແລ້ວນີ້ ຊີ້ໃຫ້ເຫັນວ່າ: 84% ຊາວຕ່າງປະເທດມີຄວາມເພິ່ງພໍໃຈຕໍ່ກັບຊີວິດຂອງເຂົາເຈົ້າຢູ່ ຫວຽດນາມ. ຫວຽດນາມ ຢືນອັບດັບທີ 7 ໃນຈຳນວນ 10 ປະເທດທີ່ຫນ້າດຳລົງຊີວິດກວ່າໝູ່ໃນໂລກສຳລັບຊາວຕ່າງປະເທດໃນປີ 2022 ແລະ ຊາວຕ່າງປະເທດຫລາຍໆຄົນຍັງສືບຕໍ່ຈະເລືອກເຟັ້ນ ຫວຽດນາມ ແມ່ນບ່ອນດຳລົງຊີວິດໃນໄລຍະຍາວຂອງເຂົາເຈົ້າ. ກ່ອນຫນ້ານັ້ນ ບົດລາຍງານຄວາມຜາສຸກຂອງໂລກປີ 2022 ໂດຍປະຕິບັດຢູ່ ກວ່າ 150 ປະເທດໃນໂລກ, ຫວຽດນາມ ກໍ່ເພີ່ມຂຶ້ນ 2 ຂັ້ນໃນຕາຕະລາງຈັດອັນດັບ. ສິ່ງນີ້ແມ່ນໝາກຜົນພິສູດໃຫ້ເຫັນວ່າ ຫວຽດນາມ ແມ່ນປະເທດມີຄວາມປອດໄພ, ທຸກຄົນຮ່ວມດຳລົງຊີວິດໃນຄວາມສະຫງົບສຸກ. ທ່ານ Saadi Salami, ເອກອັກຄະລັດຖະທູດ ປາແລັດສະຕິນ ປະຈຳຫວຽດນາມ ແບ່ງປັນວ່າ:
“ໂດຍແມ່ນຊາວຕ່າງປະເທດໃນຈຳນວນຫນ້ອຍຄົນທີ່ດຳລົງຊີວິດຢູ່ຫວຽດນາມ ແລະ ຕິດຕາມບາດກ້າວພັດທະນາຂອງຫວຽດນາມ ໃນຫລາຍປີ ແຕ່ປີ 1980 ມາຮອດປະຈຸບັນ ຂ້າພະເຈົ້າສາມາດຢັ້ງຢືນກັບເພື່ອນມິດຕ່າງປະເທດທຸກຄົນ ແລະ ເພື່ອນຫວຽດນາມ ວ່າ: ຫວຽດນາມ ມີບາດກ້າວພັດທະນາທີ່ຫນ້າປະທັບໃຈ. ຈາກປະເທດທຸກຍາກຕ້ອງນຳເຂົ້າສະບຽງອາຫານ, ປະຈຸບັນ ຫວຽດນາມ ພວມກາຍເປັນປະເທດປະກອບສ່ວນໃຫ້ແກ່ການຄ້ຳປະກັນສະບຽງອາຫານໂລກ. ຫວຽດນາມ ກາຍເປັນປະເທດໄດ້ຮັບຄວາມສົນໃຈຂອງຫລາຍປະເທດໃນໂລກ. ສິ່ງນີ້ແມ່ນອີງໃສ່ຫລາຍ ປັດໄຈ ແຕ່ສຳຄັນນັ້ນແມ່ນ ຫວຽດນາມ ກຳນົດໄດ້ທິດກ້າວເດີນສະເພາະ. ນັ້ນແມ່ນເປົ້າໝາຍສ້າງພື້ນຖານເສດຖະກິດຮັບໃຊ້ໃຫ້ຜົນປະໂຫຍດຂອງທົ່ວປວງຊົນ”.
ທັດສະນະສະເຫມີຕົ້ນສະເຫມີປາຍຂອງ ຫວຽດນາມ ແມ່ນຖືມະນຸດ ທັງແມ່ນເປົ້າໝາຍ ທັງແມ່ນກຳລັງຫນູນຂອງການພັດທະນາ ແລະ ຄວາມກ້າວຫນ້າສັງຄົມ. ການເຕີບໂຕເສດຖະກິດ ດ້ວຍບັນດາບັນຫາສັງຄົມລ້ວນແຕ່ຕິດພັນກັບມະນຸດ, ຖືມະນຸດເປັນໃຈກາງ, ມະນຸດໄດ້ຊົມໃຊ້ຄວາມຜາສຸກ ຈາກບັນດາຜົນງານດ້ານເສດຖະກິດນຳມາໃຫ້. ສິ່ງນີ້ ສືບຕໍ່ຢັ້ງຢືນທາດແທ້ອັນດີງາມຂອງລະບົບການເມືອງ ຊື່ງ ຫວຽດນາມ ພວມສ້າງ, ໂດຍໄດ້ຮັບການເຫັນດີເຫັນພ້ອມ, ສະຫນັບສະຫນູນຈາກປະຊາຄົມສາກົນ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

