ຕັ້ງໜ້າ ແລະ ຖືກທິດ ແມ່ນຂໍ້ສັງເກດລວມຂອງບັນດາຝ່າຍທີ່ກ່ຽວຂ້ອງ ພາຍຫຼັງການພົບປະຢູ່ ວຽນ ກ່ຽວກັບບັນຫານິວເຄຼຍ ຂອງ ອີຣານ ໃນ 3 ປີ ຜ່ານມາ. ສະພາບການໃໝ່ນີ້ໄດ້ເປີດຄວາມຫວັງແກ່ການຟື້ນຟູຂໍ້ຕົກລົງນິວເຄຼຍສະບັບປະຫວັດສາດ ເຊິ່ງບັນດາຝ່າຍໄດ້ລົງນາມເມື່ອປີ 2015.
ທ່ານໂຄສົກກະຊວງການຕ່າງປະເທດ ອີຣານ Saeed Khatibzadeh (ພາບ: TTXVN) |
ຮອງຮັບເອົາເຈດຕະນາດີຂອງບັນດາຝ່າຍ
ເລື່ອງບັນດາຝ່າຍເຂົ້າຮ່ວມກອງປະຊຸມຢູ່ນະຄອນຫຼວງ ວຽນ ປະເທດ ໂອຕາລິດ ແມ່ນບາດກ້າວບຸກທະລຸໃນ 3 ປີ ຜ່ານມາ ໃນຂະນະທີ່ຄວາມເຄັ່ງຕຶງລະຫວ່າງ ອາເມລິກາ ແລະ ອີຣານ ເບິ່ງຄືວ່າເກືອບຊິເກີດສົງຄາມ.
ໃນໄລຍະຜ່ານມາ, ລັດເຊຍ, ຈີນ, ຝລັ່ງ, ເຢຍລະມັນ ແລະ ອັງກິດ ຍາມໃດກໍຕັ້ງໜ້າເພື່ອຮັກສາຂໍ້ຕົກລົງນິວເຄຼຍ ອີຣານ ເມື່ອປີ 2015. ບັນດາປະເທດນີ້ ໄດ້ວາງອອກນະໂຍບາຍເສດະກິດຫຼາຍຢ່າງເພື່ອເກ້ຍກ່ອມ ອີຣານ ບໍ່ໃຫ້ລົບລ້າງບັນດາຄຳໝັ້ນສັນຍາຕາມໃນຂໍ້ຕົກລົງສະບັບດັ່ງກ່າວ. ບັນດາຄວາມມານະພະຍາຍາມດັ່ງກ່າວ ມີຄວາມສະດວກກວ່າ ເມື່ອອຳນາດການປົກຄອງໃໝ່ຂອງ ອາເມລິກາ ທ່ານ Joe Biden ມີເຈດຈຳນົງຢາກເຈລະຈາ ເພື່ອເຊື່ອມຕໍ່ຂໍ້ຕົກລົງນິວເຄຼຍ ກັບ ອີຣານ. ເພາະສະນັ້ນ, ໃນຫຼາຍເດືອນຜ່ານມາ, ບັນດາປະເທດມະຫາອຳນາດ ອີຢູ ໄດ້ຕັ້ງໜ້າເຂົ້າຮ່ວມບັນດາການເຈລະຈາລົງເລິກ ກັບຝ່າຍຕ່າງໆທີ່ເຂົ້າຮ່ວມຂໍ້ຕົກລົງດັ່ງກ່າວ ເພື່ອຊຸກຍູ້ການເຈລະຈາ.
ດັ່ງນັ້ນ, ໃນກອງປະຊຸມຄັ້ງນີ້, ອາເມລິກາ ໄດ້ຮັບຄຳເຊີນຂອງຜູ້ຕາງໜ້າຂັ້ນສູງຂອງສະຫະພາບ ເອີຣົບ ເຂົ້າຮ່ວມກອງປະຊຸມຂອງກຸ່ມ P5+1 ກັບ ອີຣານ ຢູ່ ວຽນ, ໂອຕາລິດ ແບບທາງໄກ, ໃນຂະນະທີ່ບັນດາຝ່າຍເຂົ້າຮ່ວມຂໍ້ຕົກລົງ ລວມມີ ຈີນ, ລັດເຊຍ, ເຢຍລະມັນ, ຝລັ່ງ, ອັງກິດ ມີການພົບປະກັບ ອີຣານ ໂດຍກົງ. ພ້ອມກັນນັ້ນ, ອາເມລິກາ ກໍຍົກເລີກຂໍ້ຈຳກັດທີ່ເຄັ່ງຄັດຈຳນວນໜຶ່ງ ໂດຍທ່ານອະດີດປະທານາທິບໍດີ Donald Trump ຈັດວາງຕໍ່ການເດີນທາງໄປ - ມາ ຂອງບັນດາເຈົ້າໜ້າທີ່ ອີຣານ ທີ່ເຮັດວຽກຢູ່ ສປຊ ຫຼື ບັນດາເຈົ້າໜ້າທີ່ ອີຣານ ທີ່ໄປຢ້ຽມຢາມອົງການຈັດຕັ້ງສາກົນ.
ກອງປະຊຸມຂອງຄະນະກຳມະການປະສົມກ່ຽວກັບແຜນການດຳເນີນງານຮ່ວມຮອບດ້ານ ຖືກດຳເນີນຢູ່ ວຽນ, ໂອຕາລິດ (ພາບ: TTXVN) |
ໃນຂະນະນັ້ນ, ອາເມລິກາ ຍັງຄົງຖະແຫຼງສືບຕໍ່ຮັກສາບັນດາຄຳສັ່ງລົງໂທດທາງດ້ານເສດຖະກິດ ຈົນຮອດເມື່ອ ອີຣານ ຢຸດຕິການລະເມີດຂໍ້ຕົກລົງສະບັບດັ່ງກ່າວ. ເຖິງຢ່າງໃດກໍຕາມ ວໍຊິງຕັນ ກໍ່ຍັງຢັ້ງຢືນການເຊື່ອມຕໍ່ການເຈລະຈາກັບ ອີຣານ ຄືນໃໝ່ ເພື່ອຟື້ນຟູຂໍ້ຕົກລົງນິວເຄຼຍ ແລະ ຊອກຫາວິທີພັດທະນາຂໍ້ຕົກລົງໃຫ້ເປັນບຸລິມະສິດແຖວໜ້າຂອງເຂົາເຈົ້າໃນພາກພື້ນ ຕາເວັນອອກກາງ. ການພົບປະຢູ່ ໂອຕາລິດ ຄັ້ງນີ້ ພຽງແຕ່ແມ່ນບາດກ້າວເລີ່ມຕົ້ນ ແລະ ຍັງຈະມີບັນດາການປຶກສາຫາລືທີ່ຫຍຸ້ງຍາກກວ່າຢູ່ຕໍ່ໜ້າ.
ກາລະໂອກາດທີ່ບອບບາງ
ຂໍ້ຕົກລົງ JCPOA ໂດຍ ອີຣານ ແລະ ກຸ່ມ P5+1 (ລວມມີ ອັງກິດ, ຝລັ່ງ, ລັດເຊຍ, ອາເມລິກາ, ຈີນ ແລະ ເຢຍລະມັນ) ໄດ້ລົງນາມເມື່ອປີ 2015. ປີ 2018, ປະທານາທິບໍດີຂອງ ອາເມລິກາ ໃນສະໄໝນັ້ນແມ່ນທ່ານ Donald Trump ໄດ້ຖອນຕົວອອກຈາກຂໍ້ຕົກລົງ ຕາມລຳພັງຝ່າຍດຽວ ແລະ ເພີ່ມທະວີບັນດາຄຳສັ່ງລົງໂທດ ສຳລັບ ເຕເຮຣານ. ເພື່ອໂຕ້ຕອບຄືນ, ອີຣານ ໄດ້ດຳເນີນບັນດາບາດກ້າວຫຼຸດຜ່ອນຄຳໝັ້ນສັນຍາຕາມຂໍ້ຕົກລົງ.
ນັບແຕ່ເມື່ອຂຶ້ນກຳອຳນາດ, ອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບການປ່ຽນແປງໃນວິທີການສຳຜັດກັບບັນຫານິວເຄຼຍ ອີຣານ ເມື່ອທຽບໃສ່ອຳນາດການປົກຄອງຂອງ ທ່ານ Donald Trump. ພາຍຫຼັງຮັບດຳລົງຕຳແໜ່ງ, ທ່ານ Joe Biden ໄດ້ສະແດງເຈດຈຳນົງຢາກກັບຄືນເຂົ້າສູ່ຂໍ້ຕົກລົງ JCPOA ຖ້າຫາກວ່າ ເຕເຮຣານ ປະຕິບັດບັນດາຄຳໝັ້ນສັນຍາໃນຂໍ້ຕົກລົງຄືນ. ນອກຈາກນັ້ນ, ທ່ານ Joe Biden ຍັງແຕ່ງຕັ້ງຖັນແຖວນັກການເມືອງ ແລະ ກຳລັງປ້ອງກັນຄວາມສະຫງົບ ທີ່ບັນລຸໄດ້ຂໍ້ຕົກລົງນິວເຄຼຍ ກັບ ອີຣານ ໃນອາຍຸການທີ 2 ຂອງທ່ານອະດີດປະທານາທິບໍດີ Barack Obama. ການເລືອກເອົາຖັນແຖວນີ້ ແມ່ນການຢືນຢັນ ແລະ ການສົ່ງສານຈາກທ່ານປະທານາທິບໍດີ Joe Biden ໄປຍັງສະພາແຫ່ງຊາດ ແລະ ບັນດາສຳພັນທະມິດຢູ່ເອີຣົບ ແລະ ອີຣານ.
ໃນຂະນະນັ້ນ, ອີຣານ ໄດ້ຢັ້ງຢືນເປັນຫຼາຍຄັ້ງແລ້ວວ່າ ປະເທດນີ້ ຈະກັບຄືນປະຕິບັດບັນດາຄຳໝັ້ນສັນຍາທີ່ບັນຈຸໃນຂໍ້ຕົກລົງນິວເຄຼຍ ຢ່າງຄົບຖ້ວນ ດ້ວຍເງື່ອນໄຂທີ່ວ່າ ອາເມລິກາ ຕ້ອງຍົກເລີກບັນດາມາດຕະການລົງໂທດທີ່ແນໃສ່ປະເທດນີ້. ບັນດາການຜັນແປໃນປັດຈຸບັນ ຊີ້ໃຫ້ເຫັນວ່າ ຍາກທີ່ຈະບັນລຸໄດ້ບາດກ້າວບຸກທະລຸໃນການເຊື່ອມຕໍ່ບັນດາການເຈລະຈາຄືນໃໝ່ ເພື່ອແນໃສ່ກອບກູ້ເອົາຂໍ້ຕົກລົງນິວເຄຼຍ. ທັງ ອາເມລິກາ ແລະ ອີຣານ ລ້ວນແຕ່ຢາກກອບກູ້ເອົາຂໍ້ຕົກລົງນິວເຄຼຍ ອີຣານ ປີ 2015, ແຕ່ຄຳຖາມທີ່ວ່າ ປະເທດໃດ ຈະປະຕິບັດກ່ອນ ຫຼື ປະນິປະນອມກ່ອນ. ເພື່ອບັນລຸໄດ້ເປົ້າໝາຍນີ້ ແມ່ນຕ້ອງລໍຖ້າຄຳຕອບໃນໄລຍະຈະມາເຖິງ./.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ


