![]() |
ຕາມໝາກຜົນທີ່ເປັນທາງການຂອງການເລືອກຕັ້ງປະທານາທິບໍດີ ຝລັ່ງ 2022 ຮອບທຳອິດໂດຍກະຊວງພາຍໃນ ຝລັ່ງ ປະກາດໃນຕອນຄ່ຳວັນທີ 11 ເມສາ (ຕາມເວລາ ຫວຽດນາມ), ທ່ານ Emmanuel Macron ປະທານາທິບໍດີຄົນປັດຈຸບັນ ບັນລຸຈຳນວນບັດສະໜັບສະໜູນຫຼາຍທີ່ສຸດດ້ວຍ 27,85%, ໃນນັ້ນ, ການນຳຝ່າຍຂວາ ທ່ານນາງ Marine Le Pen ຢືນອັນດັບທີ 2 ດ້ວຍ 23,15% ບັດສະໜັບສະໜູນ. ດ້ວຍໝາກຜົນນີ້, ທ່ານ Emmanuel Macron ແລະ ທ່ານນາງ Marine Le Pen ຈະສືບຕໍ່ກ້າວເຂົ້າສູ່ການເລືອກຕັ້ງຮອບທີສອງ ເຊິ່ງຄາດວ່າຈະດຳເນີນໃນວັນທີ 24 ເມສາ ຈະມາເຖິງ, ສ້າງເປັນການແຂ່ງຂັນທີ່ຄ້າຍຄືກັນກັບໄລຍະກ່ອນນີ້ 5 ປີ ລະຫວ່າງຜູ້ສະໝັກເລືອກຕັ້ງສອງທ່ານນີ້.
ການແຂ່ງຂັນທີ່ດຸເດືອດ
ເຖິງຢ່າງໃດກໍຕາມ, ການຫຼຸດລື່ນເລັກໜ້ອຍກ່ຽວກັບຈຳນວນບັດເລືອກຕັ້ງນີ້, ໝາກຜົນໃນການເລືອກຕັ້ງປະທານາທິບໍດີ ຝລັ່ງ ໃນຮອບທີສອງນີ້ ໄດ້ຮັບຖືວ່າ ແມ່ນຍາກທີ່ຄາດຄະເນໄດ້ ເມື່ອທຽບໃສ່ການເລືອກຕັ້ງໃນປີ 2017. ໃນການເລືອກຕັ້ງຄັ້ງກ່ອນ, ທ່ານ Emmanuel Macron, ຜູ້ນຳພາບັ້ນປະຕິຮູບຕາມທິດທາງເປັນກາງ ຍາດໄດ້ໄຊຊະນະຕໍ່ທ່ານນາງ Marine Le Pen ຢ່າງງ່າຍດາຍ ດ້ວຍອັດຕາ 66 – 34%.
ດ້ວຍຄວາມຈິງດັ່ງກ່າວ, ບັນດານັກວິເຄາະຖືວ່າ ອີງໃສ່ໝາກຜົນການໂຕ້ວາທີ ທີ່ໄດ້ຖ່າຍທອດໂດຍກົງ ໃນຊ່ອງໂທລະພາບແຫ່ງຊາດ ຝລັ່ງໃນວັນທີ 20 ເມສາ ຈະມາເຖິງນີ້ ກໍອາດຈະຄາດເດົາໄດ້ສ່ວນໃດໜຶ່ງໝາກຜົນຂອງການປ່ອນບັດຮອບຕໍ່ໄປ.
ສົ່ງຜົນກະທົບ ແລະ ສິ່ງທ້າທາຍ
ການເລືອກຕັ້ງປະທານາທິບໍດີ ຝລັ່ງ ຄັ້ງນີ້ ໄດ້ຮັບຄວາມສົນໃຈເປັນພິເສດຈາກຫາງສຽງ ເອີຣົບ ກໍຄື ໃນໂລກ ກໍຍ້ອນວ່າ ໝາກຜົນຂອງການເລືອກຕັ້ງຄັ້ງນີ້ ອາດຈະເຮັດໃຫ້ມີການປ່ຽນແປງຫຼາຍພໍສົມຄວນກ່ຽວກັບນະໂຍບາຍທາງການທູດຂອງ ຝລັ່ງ ກໍຄື ເອີຣົບ. ກ່ອນ Brexit, ຝລັ່ງ ພ້ອມດ້ວຍ ເຢຍລະມັນ ແລະ ອັງກິດ ໄດ້ໂຮມກັນເປັນກຸ່ມ 3 ປະເທດນຳໜ້າ ຂອງ ສະຫະພາບເອີຣົບ (ອີຢູ). ພາຍຫຼັງທີ່ ອັງກິດ ຖອນຕົວອອກຈາກ ອີຢູ ຢ່າງເປັນທາງການໃນຕົ້ນປີ 2021, ບົດບາດນຳພາຂອງ ອີຢູ ໄດ້ສຸມໃສ່ 2 ປະເທດ ເຢຍລະມັນ ແລະ ຝລັ່ງ.
ໃນຖະແຫຼງການຕ່າງໆໃນວິວັດການອອກສະໝັກເລືອກຕັ້ງ, ຜູ້ສະໝັກເລືອກຕັ້ງ Marine Le Pen ຢັ້ງຢືນວ່າ ຢາກປະຕິຮູບ ອີຢູ ຢ່າງຂ້ຽວຂາດ, ພ້ອມທັງໃຫ້ຮູ້ວ່າ ຢາກຖອນ ຝລັ່ງ ຕົວອອກຈາກອົງການບັນຊາລວມຂອງພັນທະມິດການທະຫານ ອົງການສົນທິສັນຍາ ອັດລັງຕິກເໜືອ NATO ໂດຍ ອາເມລິກາ ນຳໜ້າ. ໃນຂະນະນັ້ນ, ທ່ານປະທານາທິບໍດີ Emmanuel Macron ຖະແຫຼງວ່າ “ຢາກໃຫ້ປະເທດ ຝລັ່ງ ເຂົ້າຮ່ວມການສ້າງ ເອີຣົບ ຢ່າງເຂັ້ມແຂງ, ສືບຕໍ່ຮ່ວມສໍາພັນກັບພື້ນຖານປະຊາທິປະໄຕໃນໂລກເພື່ອປົກປ້ອງຕົນເອງ”.
ເຖິງວ່າຜູ້ໃດຈະຍາດໄດ້ໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ຝລັ່ງ ໃນຄັ້ງນີ້ກໍຕາມ ກໍຕ້ອງປະເຊີນໜ້າກັບສິ່ງທ້າທາຍຢ່າງໃຫຍ່ຫຼວງ ນັບທັງກ່ຽວກັບວຽກງານພາຍໃນ ແລະ ວຽກງານການຕ່າງປະເທດ. ກ່ຽວກັບວຽກງານການຕ່າງປະເທດ, ສິ່ງທ້າທາຍແຖວໜ້າແມ່ນ ແກ້ໄຂສາຍພົວພັນທີ່ສັບສົນໃນປັດຈຸບັນກັບ ລັດເຊຍ ໃນໂຄງສ້າງການພົວພັນລວມກັບບັນດາອົງການໃຫຍ່ຂອງໂລກຄື ອີຢູ, ອາເມລິກາ ແລະ ຈີນ, ໃນສະພາບທີ່ວິກິດການລະຫວ່າງ ລັດເຊຍ - ຢູແກຼນ ໄດ້ ແລະ ກຳລັງມີຜົນສະທ້ອນຢ່າງເລິກເຊິ່ງກວ້າງຂວາງຕໍ່ຊີວິດສັງຄົມທົ່ວເອີຣົບ. ສຳລັບວຽກງານພາຍໃນ, ສິ່ງທ້າທາຍໃຫຍ່ຫຼວງທີ່ສຸດແມ່ນເຮັດແນວໃດເພື່ອຟື້ນຟູພື້ນຖານເສດຖະກິດ ຝລັ່ງ ທີ່ຖືກຊຸດໂຊມຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19 ແລະ ວິກິດການລະຫວ່າງ ລັດເຊຍ - ຢູແກຼນ.
ບັນດາສິ່ງທັງໝົດເຫຼົ່ານັ້ນ ໄດ້ອະທິບາຍໃຫ້ຮູ້ວ່າ ເປັນຫຍັງທັງປະຊາຊົນ ຝລັ່ງ, ປະຊາຊົນ ເອີຣົບ ແລະ ຫຼາຍພາກພື້ນອື່ນໃນໂລກ ກໍພວມລໍຄອຍໝາກຜົນການເລືອກຕັ້ງປະທານາທິບໍດີ ຢູ່ ຝລັ່ງ ໃນຄັ້ງນີ້./.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

