ເວທີປາໄສຂັ້ນສູງກ່ຽວກັບລະບົບຊີວະພາບ start up ໝ່ປະດິດຄິດສ້າງຈັດຂຶ້ນໃນວັນທີ 28/11 ຢູ່ຮ່າໂນ້ຍ (ພາບ: congthuong.vn) |
ດ້ວຍຫົວຂໍ້ “ຮັບມື-ຫັນປ່ຽນ-ບຸກທະລຸ”, TECHFEST 2020 ໄດ້ດຶງດູດບັນດາ start up, ບັນດານັກຊ່ຽວຊານ, ນັກລົງທຶນ, ບັນດາອົງການຈັດຕັ້ງໜູນຊ່ວຍ start up ແຖວໜ້າຢູ່ພາຍໃນ ແລະ ຕ່າງປະເທດ ແລະ ບັນດາເພື່ອນໜຸ່ມທີ່ມີຄວາມສົນໃຈກ່ຽວກັບ starup.
ບັນດາໝາຜົນທີ່ປະທັບໃຈ
TECHFEST 2020 ໄດ້ຮັບການຕີລາຄາສູງຈາກປະຊາຄົມ starup, ພິເສດແມ່ນມີ40 ການເຄື່ອນໄຫວໃນຊຸມວັນຈັດເຫດການດັ່ງກ່າວ, ໃນນັ້ນ, ໜ້າເອົາໃຈໃສ່ແມ່ນ ເວທີປາໄສໂອ້ລົມສົນທະນາຂອງທ່ານນາຍົກລັດຖະມົນຕີກັບຊາວໜຸ່ມ ແລະ ວິສາຫະກິດ start up ປ່ຽນແປງໃໝ່ປະດິດຄິດສ້າງ; ເວທີປາໄສຂັ້ນສູງ “ເຊື່ອມຕໍ່ແຫຼ່ງກຳລັງໜູນຊ່ວຍ start up ປ່ຽນແປງໃໝ່ປະດິດຄິດສ້າງ”. ຄວາມດຶງດູດຂອງ TECHFEST ປີນີ້ສະແດງອອກຢ່າງຈະແຈ້ງ ຂະນະທີ່ມີການເຂົ້າຮ່ວມຂອງກ່ວາ 6500 ຄົນ. ໜ້າເອົາໃຈໃສ່ຄື ມີກ່ວາ 120 ວາລະປະຊຸມເຊື່ອມຕໍ່ ດ້ວຍຍອດຈຳນວນທຶນເອົາໃຈໃສ່ລົງທຶນປະມານ 14 ລ້ານ USD. ໃນສະພາບໂລກ ລະບາດໂຄວິດ 19 ໄດ້ກໍ່ໃຫ້ເກີດ ບັນດາການກະທົບທີ່ຫຍໍ້ທໍ້ຕໍ່ພື້ນຖານເສດຖະກິດນັ້ນ, ບັນດາຕົວເລກດັ່ງກ່າວ ແມ່ນໄດ້ສະແດງໃຫ້ເຫັນວ່າ ບັນດານັກລົງທຶນ ໄດ້ສະຫງວນຄວາມເອົາໃຈໃສ່ທີ່ໃຫ່ຍຫຼວງຕໍ່ start up , ໂອກາດ ແລະ ແຫຼ່ງກຳລັງໃຫ້ແກ່ການປ່ຽນແປງໃໝ່ປະດິດຄິດສ້າງຢູ່ຫວຽດນາມ ຍັງສືບຕໍ່ພັດທະນາ. ກ່ຽວກັບຄວາມສາມາດບົ່ມຊ້ອນຂອງລະບົບຊີວະພາບ start up ປ່ຽນແປງໃໝ່ປະດິດຄິດສ້າງ ຫວຽດນາມ, ທ່ານຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ ເຈິ່ນວັນຕຸ່ງ ຖືວ່າ:
ແຫຼ່ງກຳລັງໃຫ່ຍຫຼວງທີ່ສຸດຂອງຫວຽດນາມ ໃນປະຈຸບັນ ແມ່ນແຫຼ່ງກຳລັງປະດິດຄິດສ້າງ. ຊື່ງມີຢູ່ໃນບັນດາເພື່ອໜຸ່ມ, ນັກຮຽນ, ນັກສຶກສາ…ນັ້ນກໍ່ແມ່ນກຳລັງແຮງຂອງພວກເຮົາ, ແມ່ນຄວາມສາມາດບົ່ມຊ້ອນ, ພະລັງງານຂອງພວກເຮົາໃນການພັດທະນາເສດຖະກິດ ສັງຄົມໃນໄລຍະຈະມາເຖິງ. ຜ່ານເຫດການ TECHFESH 2020 , ພວກເຮົາເຫັນໄດ້ບັນດາແນວຄິດປະດິດຄິດສ້າງຂອງຫວຽດນາມ ແມ່ນອຸດົມສົມບູນທີ່ສຸດ.
ທ່ານຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ ເຈິ່ນວັນຕຸ່ງກ່າວຄຳເຫັນທີ່ພິທີອັດ TECHFEST 2020 (ພາບ: baotainguyenmoitruong.vn) |
ບັນດາການໂອ້ລົມສົນທະນາ, ກອງປະຊຸມສຳມະນາຄັ້ງຕ່າງໆທີ່ມີຫົວເລື່ອງສະເພາະໄດ້ຖືກຈັດຂຶ້ນ ໂດຍມີການເຂົ້າຮ່ວມ, ແບ່ງປັນ, ປຶກສາຫາລືຂອງບັນດານັກຄຸ້ມຄອງ, ນັກລົງທຶນ, ບັນດາວິສາຫະກິດທີ່ໄດ້ start up ສຳເລັດຜົນ, ຖັນແຖວຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ບັນດານັກຊ່ຽວຊານ ແລະ ອົງການຈັດຕັ້ງສາກົນ ໄດ້ເພີ່ມລັກສະນະເຊື່ອມຕໍ່ ລະຫວ່າງບັນດາພາກສ່ວນຂອງລະບົບຊີວະພາບພາຍໃນປະເທດ; ເຊື່ອມຕໍ່ນັກຊ່ຽນຊານ, ຊາວຫວຽດນາມ ທີ່ປະສົບຜົນສຳເລັດຢູ່ຕ່າງປະເທດ ຮ່ວມແຮງຮ່ວມໃຈສ້າງລະບົບຊີວະພາບ start up ປ່ຽນແປງໃໝ່ປະດິດຄິດສ້າງຫວຽດນາມ ໃຫ້ພັດທະນາຢ່າງແຮງກ່ວາອີກ.
ປັບຕົວເຂົ້າກັບເຕັກໂນໂລຊີທັນສະໄໝ
ວັນບຸນ start up ປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດປີນີ້ ໄດ້ສະແດງໃຫ້ເຫັນຈິດໃຈບຸກທະລຸ ຂອງປະຊາຄົມປ່ຽນແປງໃໝ່ປະດິດຄິດສ້າງຢູ່ຫວຽດນາມ. ຫຼາຍຜະລິດຕະພັນ, ແນວຄວາມຄິດປະດິດຄິດສ້າງຂອງ start up, ນັກຮຽນ ນັກສຶກສາ, ບັນດາຮາກຖານການສຶກສາບຳລຸງສ້າງວິຊາຊີບ, ຂອງບັນດານັກປະດິດຄິດສ້າງ….ໄດ້ຮັບຄວາມເອົາໃຈໃສ່ຈາກບັນດານັກຊ່ຽວຊານ, ນັກລົງທຶນ. ປະຊາຄົມບັນດານັກວິທະຍາສາດ, ນັກປະດິດສ້າງຫວຽດນາມ ນັບມື້ນັບໄດ້ສ້າງຂີດໝາຍໃນແຜນທີ່ຂອງໂລກ. ນັກປະດິດຄິດສ້າງ ເຈິ່ນດິນຢາວ, ຜູ້ປະດິດສ້າງລະບົບແກ້ໄຂຄວັນຂອງເຕົ່າເຜົາ, ກິດຈະກຳໄດ້ຮັບຫຼຽນຄຳ ໃນງານແຂ່ງຂັນປະດິດຄິດສ້າງສາກົນ 2020 ໂດຍສະຫະສະມາຄົມປະດິດຄິດສ້າງ ແລະ ຊັບສິນທາງພູມປັນຍາໂລກອຸປະຖຳ ໄດ້ແບ່ງປັນວ່າ:
ຂ້າພະເຈົ້າຢາກຖ່າຍຖອດເຕັກໂນໂລຊີໃຫ້ບັນດາແຂວງທຸກຍາກ, ບັນດາແຂວງພາກກາງ, ພາກໃຕ້ຫວຽດນາມ. ຂ້າພະເຈົ້າພ້ອມແລ້ວທີ່ຈະມອບສົ່ງກຳມະສິດເຕັກໂນໂລຊີໃຫ້ແກ່ບັນດາແຂວງ ເພື່ອໃຫ້ບັນດາແຂວງສາມາດໝູນໃຊ້ໄດ້.
start up ແລະ start up ປະດິດຄິດສ້າງ ແມ່ນແຫຼ່ງກຳລັງສຳຄັນເພື່ອໃຫ້ເສດຖະກິດຫວຽດນາມ ພັດທະນາແບບຍືນຍົງ. ຜົນສຳເລັດຂອງວັນບຸນ start up ປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ 2020 ໄດ້ຕໍ່ກຳລັງແຮງດ້ານຈິດໃຈ ແລະ ວັດຖຸ ເພື່ອໃຫ້ປະຊາຄົມ start up ຫວຽດນາມ ຫັນບັນດາແນວຄວາມຄິດປະດິດສ້າງໃຫ້ປະກົດຜົນເປັນຈິງ, ອຸທິດສ່ວນໃຫ້ແກ່ການພັດທະນາຂອງປະເທດຊາດ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

