ຊາວບ້ານ ຊ່າເຢ່ຟິ່ນ ບົວລະບັດຕົ້ນໄມ້ກິນໝາກ (ພາບ:laichau.gov.vn) |
ບ້ານ ຊ່າເຢ່ຟິ່ນ, ຕາແສງ ຊ່າເຢ່ຟິນ, ເມືອງຊາຍແດນ ຊິນໂຮ່, ແຂວງ ລາຍເຈົາ - ແຂວງພູດອຍເຂດຕາເວັນຕົກສຽງເໜືອ ຫວຽດນາມ ແມ່ນບ່ອນດຳລົງຊີວິດຂອງພໍ່ແມ່ຊາວເຜົ່າມົ້ງ ກວ່າ 100 ຄອບຄົວ. ຊີວິດການເປັນຢູ່ຂອງປະຊາຊົນຢູ່ທີ່ນີ້ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ພາຍຫຼັງອັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຊາດ ຄັ້ງທີ XIII ຂອງ ພັກກອມມູນິດ ຫວຽດນາມ, ພໍ່ແມ່ປະຊາຊົນຢູ່ທີ່ນີ້ ໄດ້ພາກັນໄປຫໍວັດທະນະທຳ ເພື່ອຮັບຟັງໝາກຜົນຂອງກອງປະຊຸມໃຫຍ່ຈາກອົງຄະນະພັກຕາແສງດ້ວຍຄວາມເບີກບານມ່ວນຊື່ນ. ອ້າຍ ສູ່ງວ່າປ໊າວ ໃຫ້ຮູ້ວ່າ ອ້າຍມີຄວາມປິຕິຊົມຊື່ນຫຼາຍ.
“ຂ້າພະເຈົ້າຫວັງວ່າ ມະຕິຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ ຈະໄດ້ນຳໄປຜັນຂະຫຍາຍຢູ່ເຂດຫ່າງໄກສອກຫຼີກໂດຍໄວ ເພື່ອໃຫ້ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນມີບາດກ້າວພັດທະນາໃໝ່”.
ຊ່າເຢ່ຟິ່ນ ແມ່ນອູ່ປະຕິວັດ ຫວຽດນາມ. ນັ້ນແມ່ນສະຖານທີ່ເຄື່ອນໄຫວຂອງກອງຫຼອນ ຕ່າຫງາວ” ແລະ ພໍ່ແມ່ປະຊາຊົນຢູ່ທີ່ນີ້ ເຄີຍປົກປ້ອງໃຫ້ພະນັກງານໃນຊຸມວັນທຳອິດທຳການຕໍ່ຕ້ານພວກລ່າເມືອງຂຶ້ນ ຝລັ່ງ. ໂດຍເສີມຂະຫຍາຍຈິດໃຈປະຕິວັດ, ພໍ່ແມ່ປະຊາຊົນຢູ່ທີ່ນີ້ ຍາມໃດກໍມີຄວາມເຊື່ອໝັ້ນ ແລະ ຈົ່ງຮັກພັກດີຕໍ່ພັກ. ອ້າຍ ສູ່ງອາເຢີ, ເລຂາພັກຕາແສງ ຊ່າເຢ່ຟິ່ນ, ເມືອງ ຊິ່ນໂຮ່, ແຂວງລາຍເຈົາ ແບ່ງປັນວ່າ:
ບຸນປີໃໝ່ປີນີ້ ແມ່ນບຸນປີໃໝ່ທີ່ມ່ວນຊື່ນ ເມື່ອພໍ່ແມ່ປະຊາຊົນບັນດາເຜົ່າຢູ່ແຂວງ ລາຍເຈົາ ໄດ້ຕັ້ງຄວາມເຊື່ອໝັ້ນທັງໝົດຕໍ່ ຄະນະບໍລິຫານງານ, ກົມການເມືອງຊຸດທີ 13 ວ່າຈະສືບທອດ ແລະ ພັດທະນາບັນດາຜົນງານ ເຊິ່ງພັກ ໄດ້ ແລະ ກຳລັງປະຕິບັດໃນໄລຍະຜ່ານມາ ເພື່ອນຳປະເທດ ຫວຽດນາມ ກ້າວເຂົ້າສູ່ໄລຍະພັດທະນາໃໝ່. ທ່ານ ດັ້ງແທັງເຊີນ, ຮອງຫົວໜ້າຄະນະໂຄສະນາສຶກສາ ຄະນະພັກແຂວງ ລາຍເຈົາ, ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າມີຄວາມປາດຖະໜາວ່າ ບັນດາສະຫາຍໃນຄະນະບໍລິຫານງານສູນກາງພັກ ທີ່ໄດ້ຮັບການເລືອກຕັ້ງເຂົ້າໃນຄະນະບໍລິຫານງານຄັ້ງນີ້ ຈະແກ້ໄຂບັນດາບັນຫາທີ່ຍັງປະສົບກັບຄວາມຫຍຸ້ງຍາກຂອງປະເທດຊາດ. ຕົວຢ່າງຄື ນອກຈາກບັນຫາຈຸດສຸມ ແມ່ນພັດທະນາປະເທດຊາດແລ້ວ, ພວກເຮົາຄວນເລືອກເອົາບັນດາບັນຫາທີ່ປະສົບກັບຄວາມຫຍຸ້ງຍາກຄື ວຽກງານລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ. ໂດຍສະເພາະແມ່ນມີຄວາມເອົາໃຈໃສ່ເປັນພິເສດເຖິງບັນດາແຂວງເຂດພູດອຍ, ເຂດຊາຍແດນ, ທະເລໝູ່ເກາະ ເພື່ອປະຕິບັດ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ. ເພື່ອເຮັດແນວໃດ ໃຫ້ບັນດາເຂດ, ພາກຂອງປະະເທດ ມີການພັດທະນາຢ່າງເທົ່າທຽມກັນ”.
ຊາວຫວຽດນາມ ອາໄສຢູ່ ອີຢີບ ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ |
ສຳລັບປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ເອຢິບ ແລ້ວ, ເຖິງວ່າຢູ່ຫ່າງໄກຈາກບ້ານເກີດເມືອງນອນ, ໃນເງື່ອນໄຂຊີວິດຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍຕາມ ແຕ່ ບຸນປີໃໝ່ປີນີ້, ພໍ່ແມ່ປະຊາຊົນຜູ້ໃດກໍຮູ້ສຶກມີຄວາມເບີກບານມ່ວນຊື່ນ ແລະ ເອກອ້າງທະນົງໃຈ ເມື່ອ ພັກ ແລະ ລັດ ຍາມໃດກໍມີຄວາມເອົາໃຈໃສ່ຕໍ່ການດຳລົງຊີວິດ ແລະ ຄວາມຜາສຸກຂອງປະຊາຊົນ ບໍ່ວ່າຈະຢູ່ພາຍໃນ ຫຼື ຕ່າງປະເທດ. ເອື້ອຍ ເລແທັງຖຸ໊ຍ ເຫັນໄດ້ຢ່າງຈະແຈ້ງບັນດາບາດກ້າວພັດທະນາຂອງປະເທດຊາດ, ເສດຖະກິດ, ການເມືອງ ແລະ ສັງຄົມມີສະຖຽນລະພາບ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບໄດ້ຮັບການຍົກສູງຂຶ້ນ. ເອື້ອຍ ເລແທັງຖຸ໊ຍ ຕີລາຄາສູງຕໍ່ບັນດານະໂຍບາຍຂອງພັກ, ລັດ ໃນການພັດທະນາການສຶກສາ, ກໍຄືບັນດານະໂຍບາຍດຶງດູດປັນຍາຊົນ, ຜູ້ມີຄວາມເກັ່ງກ້າສາມາດ ທີ່ເປັນຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ ເຂົ້າຮ່ວມພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ ທີ່ໄດ້ລະບຸໃນມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ. ອ້າຍ ຮວ່າງລົກ ເຊິ່ງເປັນຊາວ ຫວຽດນາມ ອາໄສ ຢູ່ ລາຊະອານາຈັກ ອັງກິດ ກໍມີແນວຄິດທີ່ຄ້າຍຄືກັນກັບເອື້ອຍ ຖຸ໊ຍ. ອ້າຍ ລົກ ແບ່ງປັນວ່າ:
“ໃນຊຸມເດືອນຜ່ານມາ, ພໍ່ແມ່ປະຊາຊົນມີຄວາມປິຕິຊົມຊື່ນ ໄປໃສກໍເຫັນເຂົາເຈົ້າລົມກັນກ່ຽວກັບໝາກຜົນກອງປະຊຸມໃຫຍ່ຂອງພັກ ດ້ວຍບັນດາການປ່ຽນແປງໃໝ່ພາຍໃນປະເທດ. ພວກຂ້າພະເຈົ້າ ແມ່ນຊາວ ຫວຽດນາມ ອາໄສຢູ່ຫ່າງໄກຈາກບ້ານເກີດເມືອງນອນ, ເມື່ອກັບເມືອປະເທດ ເຫັນວ່າ ມີການພັດທະນາຫຼາຍຢ່າງ. ໃນຂະນະທີ່ໂລກມີການເຕີບໂຕເປັນລົບ ແຕ່ ຫວຽດນາມ ຍັງຮັກສາໄດ້ທ່າເຕີບໂຕເປັນປົກກະຕິ ແລະ ດີໃຈທີ່ສຸດແມ່ນມາດຕະການສະກັດກັ້ນໂລກລະບາດໂຄວິດ - 19. ໃນຊຸມປີມໍ່ໆມານີ້, ປະເທດຊາດມີການປ່ຽນແປງຫຼາຍຢ່າງ, ເສດຖະກິດມີການພັດທະນາ ແລະ ດູດດື່ມນັກລົງທຶນ, ປະຊາຊົນກໍມີຄວາມມ່ວນຊື່ນ, ປະເທດຊາດບັນລຸໄດ້ຜົນງານຫຼາຍຢ່າງ ເປັນຕົ້ນແມ່ນ ໃນການກໍ່ສ້າງຖະໜົນຫົນທາງ, ການຄົມມະນາຄົມມີຄວາມສະດວກ, ເສດຖະກິດພັດທະນາດີໆຂຶ້ນ. ຂ້າພະເຈົ້າ ມີຄວາມປາດຖະໜາວ່າ ຜ່ານກອງປະຊຸມໃຫຍ່ຂອງພັກຄັ້ງນີ້, ຈາກການນຳສູນກາງຕະຫຼອດຮອດການນຳທ້ອງຖິ່ນ ແລະ ປະຊາຊົນທີ່ຢູ່ພາຍໃນ ຫຼື ຕ່າງປະເທດ ພ້ອມກັບວິສາຫະກິດ ຈະຮ່ວມແຮງຮ່ວມໃຈ ນຳປະເທດສືບຕໍ່ພັດທະນາຢ່າງແຮງກວ່າອີກ.”
ໃນຂະນະນັ້ນ, ທ່ານປະລິນຍາເອກ ຫວໍຈູງເອົາ, ປະທານສະມາຄົມນັກສຶກສາ ຫວຽດນາມ ຢູ່ ຮຸງກາຣີ ໃຫ້ຮູ້ວ່າ ທ່ານມີຄວາມສົນໃຈຫຼາຍຢ່າງຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກ ເພາະວ່າ ທ່ານ ກໍແມ່ນສະມາຊິກພັກ. ທ່ານປະລິນຍາເອກ ຫວໍຈູງເອົາ ໃຫ້ຮູ້ວ່າ:
“ຂ້າພະເຈົ້າມີຄວາມສົນໃຈ ແລະ ຕິດຕາມກອງປະຊຸມໃຫຍ່ຄັ້ງນີ້ຂອງພັກ ເພື່ອມີຄວາມຮູ້, ຄວາມເຂົ້າໃຈເພີ່ມເຕີມກ່ຽວກັບບັນດາການກຳນົດທິດຂອງ ພັກ ໃນໄລຍະຈະມາເຖິງ. ການກຳນົດທິດຂອງພັກ ກໍແມ່ນການກຳນົດທິດພັດທະນາປະເທດຊາດຮອດປີ 2045. ມີຖັນແຖວການນຳໃໝ່ ທີ່ມີຫົວຄິດປະດິດສ້າງ, ສຸດຈິດສຸດໃຈ ນຳພາປະເທດຊາດໃຫ້ພັດທະນາຢ່າງເຂັ້ມແຂງກວ່າອີກ ນັ້ນແມ່ນສິ່ງທີ່ພວກຂ້າພະເຈົ້າພວມປາດຖະໜາ ແລະ ລໍຄອຍ. ຜ່ານໄລຍະປ້ອງກັນ ແລະ ສະກັດກັ້ນໂຄວິດ - 19 ຈຶ່ງເຫັນໄດ້ວ່າ ການນຳພາຂອງພັກ ແມ່ນແທດຈິງ, ໃກ້ຊິດຕິດແທດ ແລະ ນຳມາເຊິ່ງຜົນສຳເລັດຂຶ້ນຊື່ລືຊາໃນທົ່ວໂລກ. ຫວຽດນາມ ໄດ້ຮັບການຍ້ອງຍໍຊົມເຊີຍ, ພວກຂ້າພະເຈົ້າແມ່ນຊາວຫວຽດນາມ ພວກຂ້າພະເຈົ້າກໍມີຄວາມເອກອ້າງທະນົງໃຈທີ່ສຸດ”.
ຊາວ ຫວຽດນາມ ອາໄສຢູ່ ທຸກປະເທດໃນໂລກ ກໍຄື ຊາວ ຫວຽດນາມ ຢູ່ພາຍໃນປະເທດ ໄດ້ ແລະ ກຳລັງຕ້ອນຮັບລະດູບານໃໝ່ ທີ່ເຕັມໄປດ້ວຍຄວາມໄວ້ເນື້ອເຊື່ອໃຈ ແລະ ມີຄວາມເຊື່ອໝັ້ນຢ່າງສຸດໃຈຕໍ່ການນຳພາຂອງພັກ ຈະນຳປະຊາຊົນໄປສູ່ຄວາມຈະເລີນຮຸ່ງເຮືອງ ແລະ ຜາສຸກ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ


