ຊາວ ປາແລັດສະຕິນ ພວກແລ່ນຫາບ່ອນລີ້ໄພ (ພາບ: AFP) |
ການໃຊ້ຄວາມຮຸນແຮງຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ
ການໃຊ້ຄວາມຮຸນແຮງໄດ້ເລີ່ມຈາກການບຸກໂຈມຕີກະທັນຫັນໂດຍ ກອງທັບ ອິດສະຣາແອັນ ເລັ່ງໃສ່ຄ້າຍລີ້ໄພ Jenin ຂອງຊາວ ປາແລັດສະຕິນ ຢູ່ທາງທິດເໜືອເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ໃນວັນທີ 26 ມັງກອນ. ແຈ້ງການຂອງກອງທັບ ອິດສະຣາແອັນ ໃຫ້ຮູ້ວ່າ ການບຸກໂຈມຕີກະທັນຫັນຖືກດຳເນີນເພື່ອແນໃສ່ສະກັດກັ້ນແຜນການບຸກໂຈມຕີ ຂອງກຳລັງຕໍ່ສູ້ເພື່ອສາສະໜາອິດສະລາມ (PIJ) ເລັ່ງໃສ່ດິນແດນ ອິດສະຣາແອັນ. ໃນຂະນະນັ້ນ, ກຸ່ມກຳລັງດັ່ງກ່າວ ກໍ່ປະກາດວ່າ ໄດ້ຕໍ່ສູ້ຕ້ານຄືນກອງທັບ ອິດສະຣາແອັນ ດ້ວຍປືນ ແລະ ອຸປະກອນລະເບີດທີ່ໄດ້ຕິດຕັ້ງກ່ອນແລ້ວ. ທ້າຍມື້ວັນທີ 26 ມັງກອນ, ກະຊວງສາທາລະນະສຸກ ປາແລັດສະຕິນ ອອກແຈ້ງການໂດຍໃຫ້ຮູ້ວ່າ ມີຊາວ ປາແລັດສະຕິນ 9 ຄົນ ເສຍຊີວິດ ແລະ 20 ຄົນຖືກບາດເຈັບໃນການປະທະກັນຢູ່ ເຂດ Jenin.
ພາຍຫຼັງການບຸກໂຈມຕີກະທັນຫັນ 1 ວັນ, ມີຊາວໜຸ່ມ ປາແລັດສະຕິນ ຄົນໜຶ່ງ ໄດ້ດຳເນີນການຍິງປືນເຂົ້າໂບດຊາວຢິວ ຢູ່ Jerusalem (ເຊິ່ງກໍນອນໃນເຂດຝັ່ງຕາເວັນຕົກແມ່ນ້ຳ ຈໍແດນ ເຊັ່ນດຽວກັນ), ເຮັດໃຫ້ມີຊາວ ອິດສະຣາແອັນ 7 ຄົນເສຍຊີວິດ ແລະ 10 ຄົນຖືກບາດເຈັບ. ນີ້ແມ່ນການບຸກໂຈມຕີກໍ່ຜົນເສຍຫາຍທາງດ້ານຊີວິດອິນຊີຫຼາຍທີ່ສຸດສຳລັບຊາວ ອິດສະຣາແອັນ ຢູ່ Jerusalem ໃນຫຼາຍປີຜ່ານມາ. ຫຼັງຈາກນັ້ນ 2 – 3 ຊົ່ວໂມງ, ໃນຮຸ່ງເຊົ້າວັນທີ 28 ມັງກອນ, ມີເຍົາວະຊົນຊາວ ປາແລັດສະຕິນ ຄົນໜຶ່ງ ກໍດຳເນີນການບຸກໂຈມຕີດ້ວຍການຍິງປືນຢູ່ພາຍໃນນະຄອນ Jerusalem, ເຮັດໃຫ້ມີຊາວ ຢິວ 2 ຄົນຖືກບາດເຈັບ.
ພາຍຫຼັງການບຸກໂຈມຕີຄັ້ງຕ່າງໆ, ຕຳຫຼວດ ແລະ ກອງທັບ ອິດສະຣາແອັນ ໄດ້ຈັບຕົວຊາວ ປາແລັດສະຕິນ ນັບສິບຄົນເພື່ອດຳເນີນການສືບສວນ. ຕອນຄ່ຳວັນທີ 28 ມັງກອນ, ກຳລັງປ້ອງກັນຄວາມສະຫງົບຂອງ ອິດສະຣາແອັນ ປະກາດມາດຕະການໃໝ່ສຳລັບຍາດຕິພີ່ນ້ອງຂອງຊາວ ປາແລັດສະຕິນ ຜູ້ທີ່ໄດ້ປະຕິບັດການບຸກໂຈມຕີຄັ້ງຕ່າງໆ. ອຳນາດການປົກຄອງ ແລະ ກອງທັບ ອິດສະຣາແອັນ ຢັ້ງຢືນວ່າ ຈະຜັນຂະຫຍາຍທຸກມາດຕະການທີ່ຈຳເປັນເພື່ອປົກປ້ອງປະຊາຊົນປະເທດນີ້.
ສຳລັບຝ່າຍ ປາແລັດສະຕິນ, ຂະບວນການ ອິດສະລາມ Hamas ຢູ່ເຂດ Gaza ແລະ ກຸ່ມກຳລັງ PIJ ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ໄດ້ຮຽກຮ້ອງໃຫ້ປະຊາຊົນ ປາແລັດສະຕິນ ທຸກຖ້ວນໜ້າ ດຳເນີນການກະທຳໂຕ້ຕອບຕ້ານຄືນ ອິດສະຣາແອັນ. ໃນຂະນະນັ້ນ, ອຳນາດການປົກຄອງ ປາແລັດສະຕິນ ກໍ່ປະກາດຢຸດຕິແຜນການຮ່ວມມືດ້ານປ້ອງກັນຄວາມສະຫງົບກັບ ອິດສະຣາແອັນ ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳ ຈໍແດນ ໃນທັນທີ.
ຢຸດຕິການໃຊ້ຄວາມຮຸນແຮງໃນທັນທີ, ສ້າງສະຖຽນລະພາບຢູ່ພາກພື້ນຕາຕາເວັນອອກກາງຄືນໃໝ່
ຕໍ່ໜ້າສະພາບການຕົວຈິງນີ້, ມີນັກສັງເກດການຫຼາຍຄົນທັງລະດັບພາກພື້ນ ແລະ ສາກົນ ມີຄວາມວິຕົກກັງວົນວ່າ ການໃຊ້ຄວາມຮຸນແຮງທີ່ນອງເລືອດຮອບໃໝ່ ອາດຈະເກີດຂຶ້ນ ລະຫວ່າງຊາວ ປາແລັດສະຕິນ ແລະ ອິດສະຣາແອັນ, ກາຍເປັນການລຸກຮື້ຂຶ້ນ Intifada ຮອບໃໝ່ຂອງຊາວ ປາແລັດສະຕິນ ຕ້ານຄືນກອງທັບ ອິດສະຣາແອັນ ຄ້າຍຄືກັນກັບການລຸກຮື້ຂຶ້ນ Intifada ໄລຍະ 2000 – 2005. ຖ້າຫາກວ່າ ການໃຊ້ຄວາມຮຸນແຮງສືບຕໍ່ປິນຂັ້ນໄດ, ແງ່ຫວັງຂອງການເຈລະຈາສັນຕິພາບເພື່ອຢຸດຕິການປະທະກັນລະຫວ່າງ ປາແລັດສະຕິນ - ອິດສະຣາແອັນ ຈະນັບມື້ນັບມືດມົວກວ່າເກົ່າ.
ເພື່ອສະກັດກັ້ນສະພາບການຊົ່ວຮ້າຍດັ່ງກ່າວເກີດຂຶ້ນ, ຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນ ລ້ວນແຕ່ຮຽກຮ້ອງ ປາແລັດສະຕິນ ແລະ ອິດສະຣາແອັນ ຈົ່ງຈຳກັດການກະທຳໃຊ້ຄວາມຮຸນແຮງ ແລະ ດຳເນີນການເຈລະຈາເພື່ອສ້າງສະຖຽນລະພາບຄືນໃໝ່. ໃນວັນທີ 29 ມັງກອນ, ຈາກ ວາຕີກັງ, ສັນທະປະປາ Francis ຮຽກຮ້ອງ ອິດສະຣາແອັນ ແລະ ປາແລັດສະຕິນ ດຳເນີນການເຈລະຈາ ເພື່ອຊອກຫາມາດຕະການສັນຕິພາບໃຫ້ແກ່ການປະທະກັນທີ່ແກ່ຍາວໃນຫຼາຍທົດສະວັດຜ່ານມາ; ພ້ອມທັງກະຕຸກຊຸກຍູ້ປະຊາຄົມສາກົນຊອກຫາທິດກ້າວເດີນໃໝ່ໃນທັນທີ, ນັ້ນແມ່ນການເຈລະຈາຢ່າງຈິງໃຈ ເພື່ອຊອກຫາວິທີສ້າງສັນຕິພາບລະຫວ່າງ ອິດສະຣາແອັນ ແລະ ປາແລັດສະຕິນ. ໃນວັນດຽວກັນ, ທັງ ລັດເຊຍ, ຈີນ ແລະ ສະຫະພາບເອີຣົບ (ອີຢູ) ກໍຮຽກຮ້ອງ ອິດສະຣາແອັນ ແລະ ປາແລັດສະຕິນ ຈົ່ງລະງັບໃຈຕໍ່ການໃຊ້ຄວາມຮຸນແຮງ ແລະ ທຸກການກະທຳທີ່ເຮັດໃຫ້ຄວາມເຄັ່ງຕຶງປິນຂັ້ນໄດ.
ການຊອກຫາມາດຕະການຢຸດຕິການໃຊ້ຄວາມຮຸນແຮງລະຫວ່າງ ຊາວ ປາແລັດສະຕິນ ແລະ ອິດສະຣາແອັນ ແລະ ສ້າງສະຖຽນລະພາບຢູ່ພາກພື້ນຕາເວັນອອກກາງ ຄືນໃໝ່ ກໍແມ່ນເນື້ອໃນຕົ້ນຕໍໃນການປຶກສາຫາລືລະຫວ່າງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ກັບທ່ານປະທານາທິບໍດີ ອີຢິບ Abdel – Fattah El – Sisi ແລະ ບັນດາເຈົ້າໜ້າທີ່ຂັ້ນສູງ ອີຢິບ ໃນວັນທີ 30 ມັງກອນ. ນະທີ່ນີ້, ສອງຝ່າຍສືບຕໍ່ເນັ້ນໜັກເຖິງຄວາມຈຳເປັນຕ້ອງຄວບຄຸມທຸກການກະທຳໃຊ້ຄວາມຮຸນແຮງ ແລະ ດຳເນີນການເຈລະຈາສັນຕິພາບລະຫວ່າງ ປາແລັດສະຕິນ ແລະ ອິດສະຣາແອັນ ຄືນໃໝ່ ພາຍໃຕ້ການຊ່ວຍເຫຼືອຂອງປະຊາຄົມສາກົນ. ໃນນັ້ນ, ທ່ານປະທານາທິບໍດີ ອີຢິບ Abdel – Fattah El – Sisi ຖືວ່າ: ການຜັນແປໃຊ້ຄວາມຮຸນແຮງທີ່ເກີດຂຶ້ນໃນໄລຍະຜ່ານມາ ອີກຄັ້ງໜຶ່ງເປັນການຢັ້ງຢືນຄວາມສຳຄັນທີ່ຈະຕ້ອງມີການກະທຳ ແລະ ປະຕິກິລິຍາໃນທັນທີ ນັບທັງໃນທາງດ້ານການເມືອງ ແລະ ຄວາມໝັ້ນຄົງ. ພ້ອມດຽວກັນນັ້ນ, ການນຳ ອີຢິບ ກໍຢ້ຳຄືນທັດສະນະສະເໝີຕົ້ນສະເໝີປາຍຂອງປະເທດນີ້ ກ່ຽວກັບຄວາມຈຳເປັນຕ້ອງບັນລຸໄດ້ວິທີການແກ້ໄຂຢ່າງຮອບດ້ານ ແລະ ຍຸຕິທຳ, ເພື່ອແນໃສ່ຮັບປະກັນສິດ, ຜົນປະໂຫຍດຕ່າງໆຂອງຊາວ ປາແລັດສະຕິນ ຕາມມາດຕະຖານສາກົນ, ກໍຄື ບັນລຸໄດ້ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາລວມ ໃນພາກພື້ນຕາເວັນອອກກາງ./.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

