ທ່ານ ຮອງສາດສະດາຈານ, ປອ ຟ້າມວັນລິງ, , ຮອງປະທານສະພາທິດສະດີສູນກາງ (ພາບ: qdnd.vn) |
ໃນປີ 2022, ການປັບປຸງ, ສ້າງລະບອບລະບຽບການໃຫ້ສົມບູນແບບ ແມ່ນຫນຶ່ງໃນບັນດາຈຸດພົ້ນເດັ່ນໃນວຽກງານກໍ່ສ້າງພັກ, ດ້ວຍເລື່ອງ ພັກກອມມູນິດ ຫວຽດນາມໄດ້ປະກາດໃຊ້ຫລາຍເອກະສານ, ຄຳສັ່ງ, ມະຕິສຳຄັນຢ່າງທັນການ, ເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງພຶດຕິກຳຕົວຈິງວາງອອກ. ແລະກໍ່ໃນປີ 2022, ສູນກາງພັກກອມມູນິດ ຫວຽດນາມ ໄດ້ມີມະຕິສອງສະບັບກ່ຽວຂ້ອງເຖິງວຽກງານກໍ່ສ້າງ, ປັບປຸງພັກ. ນີ້ແມ່ນເລື່ອງບໍ່ເຄີຍມີມາກ່ອນໃນຊຸມປີກ່ອນນີ້. ທ່ານ ຮອງສາດສະດາຈານ, ປອ ຟ້າມວັນລິງ, , ຮອງປະທານສະພາທິດສະດີສູນກາງ ຖືວ່າ: ບັນດາມະຕິ, ຂໍ້ກຳນົດຂອງພັກໃນປີ 2022 ແມ່ນຂອດທຳອິດໃນການສ້າງພື້ນຖານ ນິຕິກຳດ້ານການເມືອງ ໃຫ້ແກ່ພັກກອມມູນິດ ໃນການນຳພາການປະຕິວັດ ແລະ ພາລະກິດສ້າງສາ ປົກປັກຮັກສາປະເທດຊາດ, ຍົກສູງທີ່ຕັ້ງບົດບາດຂອງພັກກຳອຳນາດໃນໄລຍະໃຫມ່.
“ພັກກອມມູນິດ ຫວຽດນາມ ມີຄວາມເອົາໃຈໃສ່ໃນການປະກາດໃຊ້ເອກະສານສຳຄັນຫລາຍສະບັບທີ່ກ່ຽວຂ້ອງເຖິງບັນດາເນື້ອໃນຫລັກຂອງວຽກງານກໍ່ສ້າງພັກ. ບັນດາເນື້ອໃນນີ້ມີການພົວພັນຢ່າງແຫນ້ນແຟ້ນນຳກັນ ເໝາະສົມກັບສະພາບການກໍ່ສ້າງ, ປັບປຸງພັກໃນໄລຍະໃຫມ່”
ໃນປີ 2022, ພັກກອມມູນິດ ຫວຽດນາມ ຍັງມີການເຄື່ອນໄຫວຢ່າງແຮງຫລາຍຢ່າງ ເພື່ອປ່ຽນໃຫມ່ວຽກງານພະນັກງານໃນພັກ. ໃນນັ້ນມີຫລາຍກໍລະນີພະນັກງານໄດ້ພົ້ນຕຳແຫນ່ງຍ້ອນຄວາມມຸ່ງມາດປາດຖະຫນາສ່ວນຕົວ ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານ ຫລືມີຄວາມຜິດພາດໃນຂົງເຂດທີ່ຕົນເອງຮັບຜິດຊອບ. ຕາມຜູ້ຊ່ຽວຊານຫລາຍທ່ານແລ້ວ, ນີ້ແມ່ນສັນຍານເປັນຫນ້າຊື່ນຊົມໃນວຽກງານພະນັກງານຂອງພັກ ແລະ ກໍ່ແມ່ນວຽກງານທີ່ຈຳເປັນເພື່ອເພີ່ມທະວີການນຳພາຂອງພັກໃນການສ້າງສາ ແລະ ພັດທະນາປະເທດຊາດ.
ທ່ານຮອງສາດສະດາຈານ, ປອ ຫວູວັນຟຸກ, ຮອງປະທານ ສະພາວິທະຍາສາດບັນດາອົງການພັກຂັ້ນສູນກາງ (ພາບ: tienphong.vn) |
ປີ 2022 ກໍ່ແມ່ນປີໄດ້ເຫັນປະຈັກຕາບັນດາເຫດການເປັນຄັ້ງທຳອິດທີ່ໄດ້ດຳເນີນໃນວຽກງານກໍ່ສ້າງພັກ ຂະນະທີ່ ຄະນະບໍລິຫານງານສູນກາງພັກ ຕົກລົງໃຫ້ພະນັກງານຫລາຍຄົນພົ້ນຕຳແຫນ່ງລາອອກຈາກຄະນະບໍລິຫານງານສູນກາງ ຫລື ກຳມະການກົມການເມືອງ, ກຳມະການສູນກາງພັກຊຸດທີ XIII. ຢູ່ບັນດາທ້ອງຖິ່ນກໍ່ໄດ້ພົ້ນຕຳແຫນ່ງ: ປະທານສະພາປະຊາຊົນແຂວງ, ປະທານຄະນະກຳມະການປະຊາຊົນແຂວງ ຕາມຂໍ້ກຳນົດລາອອກຈາກຕຳແຫນ່ງ, ສັບຊ້ອນວຽກງານພະນັກງານເມື່ອຖືກປະຕິບັດວິໄນ. ທ່ານນາງ ຫງວຽນທິງອກເຈີມ, ຄະນະໂຄສະນາສຶກສາສູນກາງ ຄະນະພັກເມືອງ ງິຊວນ ແຂວງ ຮ່າຕິ້ງ ຖືວ່າ: ນີ້ແມ່ນບັນດາບາດກ້າວທີ່ກ້າວຫນ້າ ມີລັກສະນະບຸກທະລຸໃນການູຄັດກອງຖັນແຖວພະນັກງານ, ສະມາຊິກພັກ, ໃນການກໍ່ສ້າງ ປັບປຸງພັກ.
“ພວກເຮົາປະຕິບັດໄປຄຽງຄູ່ກັນ ທັງກໍ່ສ້າງ ທັງປ້ອງກັນ, ກໍ່ສ້າງແມ່ນສ້າງຂອບເຂດພື້ນຖານດ້ານກົດໝາຍ ນິຕິກຳໃຫ້ຖືກຕ້ອງກັບມາດຖານເພື່ອໃຫ້ການນຳຄຸ້ມຄອງເປັນຢ່າງດີ. ຄັດກອງຖັນແຖວພະນັກງານສະມາຊິກພັກ ມີຖານະຕຳແຫນ່ງ ສິດອຳນາດທີ່ໄດ້ລະເມີດກົດລະບຽບພັກ ຫລື ກົດໝາຍຂອງລັດໃນການປະຕິບັດວຽກງານລັດຖະການ. ເອົາພະນັກງານສະມາຊິກພັກບໍ່ມີຄຸນທາດຈັນຍາບັນ ບໍ່ມີກຳລັງຄວາມສາມາດດ້ານວຽກງານອອກຈາກກົງຈັກ”
ໃນຊຸມປີຜ່ານມາ, ມີພະນັກງານຫລາຍຄົນທີ່ດຳລົງຕຳແຫນ່ງເປັນກຳມະການຄະນະບໍລິຫານງານອົງຄະນະພັກ, ອະດີດເລຂາພັກແຂວງ, ປະທານສະພາປະຊາຊົນ, ປະທານ ຄະນະກຳມະການປະຊາຊົນແຂວງ ຖືກຟ້ອງສານ. ຮອງສາດສະດາຈານ, ປອ ຫວູວັນຟຸກ, ຮອງປະທານ ສະພາວິທະຍາສາດບັນດາອົງການພັກຂັ້ນສູນກາງ ຖືວ່າ:
“ຄັ້ງນີ້ ມະຕິສູນກາງພັກຄັ້ງທີ 6 ໄດ້ເນັ້ນຫນັກຢ່າງແຮງວ່າ ແຕ່ລະວຽກງານຂອງພັກ ຕ້ອງຈັດແບ່ງໃຫ້ ແຕ່ລະຄົນ, ພະນັກງານຜູ້ຮັບຜິດຊອບ ແມ່ນຜູ້ນຳຫນ້າ ແລະ ຜູ້ມີສິດອຳນາດຍິ່ງສູງ ຄວາມຮັບຜິດຊອບ ແລະ ພັນທະຍິ່ງຫລາຍກວ່າ. ມະຕິຂອງສູນກາງ ກໍ່ໄດ້ຢັ້ງຢືນຢ່າງຈະແຈ້ງວ່າ ອົງການຈັດຕັ້ງພັກ ອາດຈະເຮັດ ຫລາຍວຽກງານ ແຕ່ວຽກງານຫນຶ່ງນັ້ນພຽງແຕ່ມອບໝາຍໃຫ້ອົງການຈັດຕັ້ງພັກ ຫນຶ່ງ ແລະ ຜູ້ຫນຶ່ງຮັບຜິດຊອບແຕ່ຕົ້ນຈົນຈົບ ແລະ ຜູ້ນັ້ນບໍ່ໄດ້ຖິ້ມຄວາມຮັບຜິດຊອບໃຫ້ຄົນອື່ນ”
ເປັນທີ່ຈະແຈ້ງແລ້ວວ່າ ປີ 2022 ແມ່ນປີຊື່ງວຽກງານກໍ່ສ້າງພັກໄດ້ສ້າງຂີດໝາຍສຳຄັນຕາມທິດນຳ ທັງກໍ່ສ້າງ ທັງຕ້ານ. ພັກ ທັງສຸມໃສ່ກໍ່ສ້າງ, ປັບປຸງລະບອບລະບຽບການໃຫ້ສົມບູນແບບເພື່ອກໍ່ສ້າງຖັນແຖວພະນັກງານທັງດີທັງເປັນມືອາຊີບ ທັງມີຄຸນສົມບັດພ້ອມທັງເດັດດ່ຽວໄລ່ຜູ້ຫັນປ່ຽນເອງ, ຜັນແປເອງອອກ. ບັນດາບາດກ້າວຫັນປ່ຽນຢ່າງແຮງໃນວຽກງານກໍ່ສ້າງພັກ ໄດ້ນຳມາເຊິ່ງໝາກຜົນຈະແຈ້ງ, ລະອຽດ ເຕັມໄປດ້ວຍກຳລັງຊວນເຊື່ອ. ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ ຕັ້ງຄວາມຫວັງ ແລະ ເຊື່ອໝັ້ນຕໍ່ພາລະກິດປະຕິວັດ ໂດຍພັກ ໄດ້ ແລະ ພວມນຳພາ ດ້ວຍຄວາມຕັດສິນໃຈ ເປັນຈິດຫນຶ່ງໃຈດຽວຂອງທົ່ວທັງຊາດ ເພື່ອໃຫ້ປະເທດຫວຽດນາມ ພັດທະນາ ແລະ ຈະເລີນຮຸ່ງເຮືອງວັດທະນາຖາອວນ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ


