ບົດລາຍງານຂອງບໍລິສັດກຳນົດລາຄາເຄື່ອງໝາຍການຄ້າ Brand Finance ທີ່ໄດ້ຍົກອອກໃນວັນທີ 24 ເມສາ ໃຫ້ຮູ້ວ່າ, ຫວຽດນາມ ແມ່ນປະເທດໄດ້ຮັບການຕີລາຄາສູງໃນການສ້າງຕັ້ງ, ພັດທະນາເຄື່ອງໝາຍການຄ້າແຫ່ງຊາດ ແລະ ເຄື່ອງໝາຍການຄ້າ ແຫ່ງຊາດ ຫວຽດນາມ ມີລະດັບການເຕີບໂຕມູນຄ່າໄວທີ່ສຸດໃນໂລກ ໃນໄລຍະ 2019 – 2022. ເພື່ອຮັກສາລະດັບການເຕີບໂຕດັ່ງກ່າວ ແລະ ເພື່ອໄປທັນກັບທ່າອ່ຽງຂອງເສດຖະກິດສີຂຽວ - ໝູນວຽນ, ຢັ້ງຢືນເຄື່ອງໝາຍການຄ້າວິສາຫະກິດກັບເຄື່ອງໝາຍການຄ້າແຫ່ງຊາດ, ຫວຽດນາມ ພວມຍູ້ແຮງວິວັດການ “ຫັນເປັນສີຂຽວ” ຕິດພັນກັບການພັດທະນາຕາມລວງເລິກ ແລະ ຍືນຍົງ.

ການສ້າງເຄື່ອງໝາຍການຄ້າ ຫວຽດ “ສີຂຽວ” ໃນລະບົບມູນຄ່າທົ່ວໂລກ

Brand Finance, ບໍລິສັດກຳນົດລາຄາເຄື່ອງໝາຍການຄ້າແຫ່ງຊາດ ທີ່ມີສຳນັກງານຕັ້ງຢູ່ ອັງກິດ ໄດ້ຕີລາຄາວ່າ ໂດຍບໍ່ຫົວຊາຕໍ່ຜົນກະທົບທີ່ບໍ່ດີຈາກໂລກລະບາດໂຄວິດ - 19 ແລະ ການປະທະກັນດ້ານການເມືອງໃນໂລກ, ເຄື່ອງໝາຍການຄ້າ ຫວຽດນາມ ແມ່ນເຄື່ອງໝາຍການຄ້າແຫ່ງຊາດທີ່ມີລະດັບການເຕີບໂຕມູນຄ່າໄດ້ໄວທີ່ສຸດໃນໂລກ, ດ້ວຍລະດັບເພີ່ມຂຶ້ນ 74% ໃນໄລຍະ 2019 – 2022. ໃນຕາຕະລາງຕີລາຄາ Top 100 ເຄື່ອງໝາຍການຄ້າແຫ່ງຊາດທີ່ເຂັ້ມແຂງ ໃນໂລກຂອງ Brand Finance, ເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ຍາມໃດກໍຢູ່ແຖວກາງຂຶ້ນໄປ ແລະ ມີລະດັບການເລື່ອນຂັ້ນເລື້ອຍໆໃນແຕ່ລະປີ. ປີ 2022, ເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ຖືກຈັດຢູ່ອັນດັບທີ 32 ໃນຈຳນວນ 100 ເຄື່ອງໝາຍການຄ້າແຫ່ງຊາດ.

Vinfast ສ້າງຂີດໝາຍຢູ່ຕະຫຼາດສາກົນ (ພາບ: vietnamnet)

ໃນໄລຍະຜ່ານມາ, ບັນດາເຄື່ອງໝາຍການຄ້າ ຫວຽດນາມ ມີລະດັບການເຕີບໂຕເລື່ອນຂັ້ນ ນັບທັງດ້ານມູນຄ່າເຄື່ອງໝາຍການຄ້າ ແລະ ດັດຊະນີກຳລັງເຂັ້ມແຂງຂອງເຄື່ອງໝາຍການຄ້າ. ວິສາຫະກິດ ນັບມື້ນັບຮັບຮູ້ໄດ້ບົດບາດ, ຄວາມສຳຄັນຂອງເຄື່ອງໝາຍການຄ້າ ຄືເປັນ “ລູກກຸນແຈ” ເພື່ອຊ່ວຍເພີ່ມມູນຄ່າຜະລິດຕະພັນ ກໍຄື ມູນຄ່າຂອງວິສາຫະກິດ. ຜ່ານນັ້ນ,ໄດ້ສ້າງພາບພົດ ຫວຽດນາມ ແມ່ນປະເທດທີ່ມີສິນຄ້າ, ການບໍລິການທີ່ມີຄຸນນະພາບ ແລະ ມີກຳລັງແກ້ງແຍ້ງສູງ, ສ້າງຄວາມໄວ້ວາງໃຈທີ່ໝັ້ນແກ່ນໃນຕະຫຼາດພາຍໃນປະເທດ ແລະ ສາກົນ.

ໂດຍແມ່ນປະເທດສົ່ງອອກແຖວໜ້າຂອງໂລກກ່ຽວກັບຜະລິດຕະພັນຕ່ຳແຜ່ນຕັດຫຍິບ, ເກີບໜັງ ແລະ ຫຼາຍຜະລິດຕະພັນກະເສດ, ຫວຽດນາມ ພວມຄ່ອຍໆຢັ້ງຢືນດ້ວຍບັນດາເຄື່ອງໝາຍການຄ້າທີ່ເຂັ້ມແຂງ ແລະ ວິສາຫະກິດ “ຕື້ USD” ທີ່ມີກຳລັງແຮງຢ່າງພຽງພໍເພື່ອແກ້ງແຍ້ງໃນຕະຫຼາດສາກົນ. ໃນນັ້ນ, ມີບັນດາເຄື່ອງໝາຍການຄ້າທີ່ພົ້ນເດັ່ນຄື Viettel, Vinamilk, ຈູງງວຽນ… ກຸ່ມບໍລິສັດ TH ໄດ້ນຳໃຊ້ເຕັກໂລໂນຢີຜະລິດສະອາດ, ເປັນມິດກັບສິ່ງແວດລ້ອມ, ກາຍເປັນວິສາຫະກິດທີ່ນຳໜ້າໃນການຜະລິດສີຂຽວໃນຂົງເຂດອາຫານ, ເຄື່ອງດຶ່ມ, ພ້ອມທັງສ້າງເປັນຂະບວນການໃໝ່ໃຫ້ວິສາຫະກິດອື່ນໆໃນຂົງເຂດສຳຜັດກັບເຕັກໂນໂລຢີ, ຫັນເປັນການຜະລິດສີຂຽວ, ຍືນຍົງໃນອະນາຄົດ. ຫຼື VinFast ໄດ້ສ້າງຂີດໝາຍໃນຕະຫຼາດສາກົນ ດ້ວຍຜະລິດຕະພັນລົດໂອໂຕທີ່ເປັນມິດກັບສິ່ງແວດລ້ອມ…

ແມ່ນແທ້, ໃນຂະບວນວິວັດແຫ່ງເຊື່ອມໂຍງເຂົ້າກັບສາກົນ, ການເຕີບໂຕສີຂຽວ ໄດ້ຮັບຖືວ່າແມ່ນລູກກຸນແຈເພື່ອໃຫ້ ຫວຽດນາມ ປະຕິບັດສຳເລັດບັນດາເປົ້າໝາຍໃນຍຸດທະສາດພັດທະນາເສດຖະກິດ - ສັງຄົມ ໄລຍະ 2021 – 2030 ແລະ ຫັນປ່ຽນຮູບແບບການເຕີບໂຕຕາມລວງເລິກ, ມີປະສິດທິຜົນ ແລະ ຍືນຍົງ. ດ້ານອື່ນ, ເສດຖະກິດສີຂຽວ, ໝູນວຽນ, ການບໍລິໂພກສີຂຽວ, ເປັນມິດກັບສິ່ງແວດລ້ອມ ພວມກາຍເປັນທ່າອ່ຽງທົ່ວໂລກ. ທ່ານ ຮວ່າງມິງຈຽນ, ຮອງຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຂໍ້ສັງເກດວ່າ:

ທ່ານ ຮວ່າງມິງຈຽນ, ຮອງຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ (ພາບ: TTXVN)

“ໃນໄລຍະຈະມາເຖິງ, ການຫັນເປັນສີຂຽວ ມຸ່ງໄປເຖິງການເຕີບໂຕແບບຍືນຍົງ ໝັ້ນໝາຍວ່າຈະນຳມາເຊິ່ງຜົນປະໂຫຍດທີ່ແທດຈິງຫຼາຍຢ່າງ ນັບທັງດ້ານເສດຖະກິດຕະຫຼອດຮອດຄຸນຄ່າແບບນາມມະທຳ, ຊ່ວຍໃຫ້ວິສາຫະກິດເພີ່ມກຳລັງແຮງການແກ້ງແຍ້ງໃນຕະຫຼາດຂຶ້ນ, ໂດຍສະເພາະແມ່ນໃນສະພາບການເສດຖະກິດ ຫວຽດນາມ ພວມເຂົ້າຮ່ວມພື້ນຖານເສດຖະກິດໂລກຢ່າງເລິກເຊິ່ງກວ້າງຂວາງ. ທ່າອ່ຽງບໍລິໂພກໃນປັດຈຸບັນ ພວມຄ່ອຍໆຫັນປ່ຽນໄປສູ່ການນຳໃຊ້ຜະລິດຕະພັນເປັນມິດກັບສິ່ງແວດລ້ອມ ສະນັ້ນ, ການຜະລິດສີຂຽວ ແມ່ນໜຶ່ງໃນບັນດາປັດໄຈທີ່ຊ່ວຍໃຫ້ວິສາຫະກິດຫວຽດນາມ ຍົກສູງເຄື່ອງໝາຍການຄ້າ, ດຶງດູດຜູ້ບໍລິໂພກ”.

ການຮ່ວມເດີນທາງຂອງລັດຖະບານໃນການພັດທະນາສີຂຽວ

ເລື່ອງນັບມື້ນັບມີຫຼາຍເຄື່ອງໝາຍການຄ້າ ຫວຽດນາມ ຢັ້ງຢືນໄດ້ທີ່ຕັ້ງບົດບາດໃນຕະຫຼາດສາກົນນັ້ນ ໄດ້ຊີ້ໃຫ້ເຫັນບັນດາບາດກ້າວເດີນຢ່າງຖືກຕ້ອງ ແລະ ທັນການຂອງລັດຖະບານ ຫວຽດນາມ ໃນການກຳນົດທິດພັດທະນາສີຂຽວ, ຍືນຍົງ. ລັດຖະບານ ຫວຽດນາມ ໄດ້ປະກາດໃຊ້ຫຼາຍນະໂຍບາຍກຳນົດທິດການພັດທະນາເສດຖະກິດຕາມທິດຍືນຍົງ, ປົກປັກຮັກສາສິ່ງແວດລ້ອມ, ປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ, ຍົກສູງຄຸນນະພາບ ແລະ ປະສິດທິຜົນການລົງທຶນ, ຖືການດຶງດູດບັນດາໂຄງການທີ່ມີຄຸນນະພາບສູງເປັນສຳຄັນ. ທ່ານ Alex Haigh, ຜູ້ອຳນວຍການຝ່າຍບໍລິຫານ Brand Finence ອາຊີ - ປາຊີຟິກ, ໃຫ້ຂໍ້ສັງເກດວ່າ ຢູ່ ຫວຽດນາມ, ທ່າອ່ຽງພັດທະນາເສດຖະກິດສີຂຽວ, ໝູນວຽນ ກໍ່ປະກົດມາໃໝ່ໆ, ແຕ່ດ້ວຍທ່າໄດ້ປຽບຂອງປະເທດໄປຕາມຫຼັງ, ຫວຽດນາມ ສາມາດພັດທະນາພື້ນຖານເສດຖະກິດສີຂຽວໄດ້ຢ່າງຮອບດ້ານ.

“ເຄື່ອງໝາຍການຄ້າແຫ່ງຊາດຂອງ ຫວຽດນາມ ມີການເຕີບໂຕຢ່າງວ່ອງໄວກວ່າຫຼາຍປະເທດອື່ນໆ. ເຖິງຢ່າງໃດກໍຕາມ, ເພື່ອສ້າງເຄື່ອງໝາຍການຄ້າໃຫ້ໝັ້ນແກ່ນ, ຫວຽດນາມ ຕ້ອງມີການລົງທຶນທີ່ເໝາະສົມໄປຄຽງຄູ່ກັບກົນໄກຕ່າງໆຂອງລັດຖະບານ. ຜ່ານສະພາບການຕົວຈິງ, ພວກຂ້າພະເຈົ້າເຫັນວ່າ ສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ ຫວຽດນາມ ແມ່ນສະດວກທີ່ສຸດ. ດັ່ງນັ້ນ, ເພື່ອສືບຕໍ່ເພີ່ມຄູນຄ່າເຄື່ອງໝາຍການຄ້າແຫ່ງຊາດ, ຫວຽດນາມ ຄວນສືບຕໍ່ໂຄສະນາກ່ຽວກັບພື້ນຖານເສດຖະກິດທີ່ເປັນປົກກະຕິ, ສະພາດແວດລ້ອມດຳເນີນທຸລະກິດໄດ້ຮັບການອຳນວຍຄວາມສະດວກ ແລະ ຄວາມໄວ້ວາງໃຈຂອງວິສາຫະກິດໄດ້ຮັບການຍົກສູງຂຶ້ນ, ຕ້ອງໂຄສະນາກ່ຽວກັບພາບພົດ ຫວຽດນາມ ຕິດພັນກັບຄຸນຄ່າສີຂຽວ, ຍືນຍົງໃຫ້ຫຼາຍກວ່າອີກ”.

ໃນເວທີປາໄສວິສາຫະກິດ ຫວຽດນາມ (VBF) ປະຈຳປີ 2023 ໄດ້ຈັດຂຶ້ນຫວ່າງມໍ່ໆມານີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ ແຜນນະໂຍບາຍພັດທະນາເສດຖະກິດສີຂຽວ ຕ້ອງໄດ້ຜັນຂະຫຍາຍຢ່າງເດັດດ່ຽວຂ້ຽວຂາດ. ລັດຖະບານ ຫວຽດນາມ ສືບຕໍ່ໃຫ້ຄຳໝັ້ນສັນຍາຢ່າງແຮງ ຈະສ້າງເງື່ອນໄຂສະດວກໃຫ້ວິສາຫະກິພັດທະນາ, ຖ່າຍທອດເຕັກໂນໂລຢີ, ບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດໃນການພັດທະນາສີຂຽວ. ຮູບພາບທີ່ສວຍງາມຂອງແຕ່ລະເຄື່ອງໝາຍການຄ້າແຫ່ງຊາດຈະແມ່ນຮູບພາບທີ່ສວຍງາມກ່ຽວກັບເຄື່ອງໝາຍການຄ້າຂອງປະເທດຊາດ, ປະກອບສ່ວນແຜ່ຂະຫຍາຍ, ສ້າງກຳລັງແຮງ, ທີ່ຕັ້ງບົດບາດຂອງຫວຽດນາມ ໃນປັດຈຸບັນ ແລະ ອະນາຄົດ./.