17 ວິສາຫະກິດ ໄດ້ຮັບການເຊີດຊູວ່າ “ປະຕິບັດຫຼັກການມອບສິດໃຫ້ແກ່ແມ່ຍິງ” UN Wonmen Weps Award 2024”
(VOVWORLD) - ໄລ່ມາຮອດປັດຈຸບັນ, ມີ 222 ວິສາຫະກິດ ຢູ່ ຫວຽດນາມ ແລະ ກວ່າ 10.000 ວິສາຫະກິດທົ່ວໂລກ ໃຫ້ຄຳໝັ້ນສັນຍາປະຕິບັດຫຼັກການມອບສິດໃຫ້ແກ່ແມ່ຍິງ (WEPs).
ພິທີປະກາດ (ພາບ: VOV) |
ຕອນເຊົ້າວັນທີ 28 ພະຈິກ, ຢູ່ຮ່າໂນ້ຍ, ອົງການ ສປຊ ເພື່ອຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ການມອບສິດໃຫ້ແກ່ແມ່ຍິງ ຢູ່ ຫວຽດນາມ (UN Women) ສົມທົບກັບ ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ຈັດພິທີມອບລາງວັນ “ປະຕິບັດຫຼັກການມອບສິດໃຫ້ແກ່ແມ່ຍິງ” UN Wonmen Weps Award 2024” ໃຫ້ແກ່ 17 ວິສາຫະກິດ ຫວຽດນາມ. ນີ້ແມ່ນບັນດາວິສາຫະກິດທີ່ມີຫຼາຍຂໍ້ລິເລີ່ມປ່ຽນແປງໃໝ່ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ຢູ່ວິສາຫະກິດ, ໃນຕະຫຼາດ ແລະ ບ່ອນສາທາລະນະ, ມຸ່ງໄປເຖິງຄວາມວັດທະນາຖາວອນ ແລະ ການພັດທະນາແບບຍືນຍົງຢູ່ ຫວຽດນາມ.
ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນກວາງວິງ, ຮອງປະທານສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ ຢັ້ງຢືນວ່າ: ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ວັດທະນາຖາວອນ ບໍ່ພຽງແຕ່ແມ່ນເປົ້າໝາຍເທົ່ານັ້ນ, ຫາກຍັງເປັນກຳລັງໜູນແກ່ການພັດທະນາແບບຍືນຍົງຂອງວິສາຫະກິດ ແລະ ທົ່ວສັງຄົມ. ຂໍ້ລິເລີ່ມ UN Wonmen Weps Award 2024 ເປັນການສະແດງໃຫ້ເຫັນຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງບັນດາວິສາຫະກິດ ແລະ ສ່ວນບຸກຄົນໃນການປະຕິບັດຄວາມສະເໝີພາບລະຫວ່າງຍິງ - ຊາຍ, ສ້າງສະພາບແວດລ້ອມດຳເນີນທຸລະກິດຍຸຕິທຳ ແລະ ກ້າວໜ້າ.
ໄລ່ມາຮອດປັດຈຸບັນ, ມີ 222 ວິສາຫະກິດ ຢູ່ ຫວຽດນາມ ແລະ ກວ່າ 10.000 ວິສາຫະກິດທົ່ວໂລກ ໃຫ້ຄຳໝັ້ນສັນຍາປະຕິບັດຫຼັກການມອບສິດໃຫ້ແກ່ແມ່ຍິງ (WEPs).