20 ປະເທດ ແລະ ເຂດແຄວ້ນ ຈະເຂົ້າຮ່ວມການວາງສະແດງ Food – Hotel ຮ່າໂນ້ຍ 2018

(VOVWORLD) -ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ ທີີ່ສໍາຄັນ, ປະກອບສ່ວນເຂົ້າໃນການຍົກສູງກໍາລັງຄວາມສາມາດໃນການແກ້ງແຍ້ງ, ແຂ່ງຂັນມຸ່ງໄປເຖິງການພັດທະນາແບບຍືນຍົງ ໃຫ້ແກ່ຂະແໜງການບໍລິການດ້ານອາຫານ ການກິນ ແລະ ການທ່ອງທ່ຽວ.

20 ປະເທດ ແລະ ເຂດແຄວ້ນ ຈະເຂົ້າຮ່ວມການວາງສະແດງ Food – Hotel ຮ່າໂນ້ຍ 2018 - ảnh 1 ການປະຊຸມຂ່າວແນະນໍາກ່ຽວກັບ ງານວາງສະແດງ Food – Hotel ຮ່າໂນ້ຍ 2018(ພາບ: thoibaotaichinhvietnam.vn)

ພາຍຫຼັງການຈັດຕັ້ງສໍາເລັດມາເປັນ 9 ຄັ້ງ ທີ່ນະຄອນໂຮ່ຈີມິນ, ຫວຽດນາມ,  ງານວາງສະແດງສາກົນ ສໍາລັບ ອາຫານການກິນ ແລະ ໂຮງແຮມ (Food – Hotel ຮ່າໂນ້ຍ 2018) ຈະຖືກຈັດຂຶ້ນເປັນຄັ້ງທໍາອິດ ຢູ່ສູນວາງສະແດງສາກົນ (ICE), ເຮືອນເລກທີ 91, ຖະໜົນ ເຈິ້ນຮຶງດ້າວ, ຮ່າໂນ້ຍ, ແຕ່ວັນທີ 28 – 30 ພະຈິກ ປີ 2018. ງານວາງສະແດງ Food – Hotel ຮ່າໂນ້ຍ 2018  ມີການເຂົ້າຮ່ວມຂອງ ວິສາຫະກິດ 150 ແຫ່ງເຊິ່ງມາຈາກ 20 ປະເທດ ແລະ ເຂດແຄວ້ນ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ ທີີ່ສໍາຄັນ, ປະກອບສ່ວນເຂົ້າໃນການຍົກສູງກໍາລັງຄວາມສາມາດໃນການແກ້ງແຍ້ງ, ແຂ່ງຂັນມຸ່ງໄປເຖິງການພັດທະນາແບບຍືນຍົງ ໃຫ້ແກ່ຂະແໜງການບໍລິການດ້ານອາຫານ ການກິນ ແລະ ການທ່ອງທ່ຽວ.

        ບັນດາຕະລິດຕະພັນໄດ້ນໍາມາວາງສະແດງທີ່ງານວາງສະແດງຄັ້ງນີ້ ລວມມີ: ຜັກ, ໝາກໄມ້, ຊີ້ນສັດປີກ, ສິນທະເລ, ເຄື່ອງດື່ມ, ສະບຽງອາຫານປະເພດຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ