25 ປີ ຫວຽດ​ນາມ ເຂົ້າເປັນ​ສະ​ມາ​ຊິກ ​ອາ​ຊຽນ: ມາ​ນະ​ພະ​ຍາ​ຍາມຂອງ ຫວຽດ​ນາມ ໄດ​້​ປະ​ກອບ​ສ່ວນ​ສຳ​ຄັນ​​ໃນ​ການຊຸກ​ຍູ້​ຄວາມເຊື່ອ​ໝັ້ນ ແລະ ຮ່ວມ​ມື​ໃນ​ພາກ​ພື້ນ

(VOVWORLD) -ຕອບສຳພາດນັກຂ່າວສຳນັດຂ່າວສານ ຫວຽດນາມ ປະຈຳ ສ.ເກົາຫຼີ, ທ່ານ Lee Hyuk, ເລຂາທິການໃຫຍ່ສູນກາງ ອາຊຽນ-ສ.ເກົາຫຼີ, ອະດີດເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ, ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນທີ່ສຸດຂອງ ສ.ເກົາຫຼີໃນຈຳນວນບັນດາປະເທດສະມາຊິກ ອາຊຽນ.
25 ປີ ຫວຽດ​ນາມ ເຂົ້າເປັນ​ສະ​ມາ​ຊິກ ​ອາ​ຊຽນ: ມາ​ນະ​ພະ​ຍາ​ຍາມຂອງ ຫວຽດ​ນາມ ໄດ​້​ປະ​ກອບ​ສ່ວນ​ສຳ​ຄັນ​​ໃນ​ການຊຸກ​ຍູ້​ຄວາມເຊື່ອ​ໝັ້ນ ແລະ ຮ່ວມ​ມື​ໃນ​ພາກ​ພື້ນ - ảnh 1ທ່ານ Lee Hyuk, ເລຂາທິການໃຫຍ່ສູນກາງ ອາຊຽນ-ສ.ເກົາຫຼີ (ພາບ: TTXVN) 

ຕາມທ່ານ Lee Hyuk ແລ້ວ, ການພົວພັນສອງຝ່າຍລະຫວ່າງ ສ.ເກົາຫຼີ ແລະ ຫວຽດນາມ ໄດ້ພັດທະນາຢ່າງເຂັ້ມແຂງໃນຫຼາຍປີຜ່ານມາກ່ຽວກັບທຸກໆດ້ານ, ສ.ເກົາຫຼີ ແລະ ຫວຽດນາມ ໄດ້ຮັບການຮັບຮອງຈາກປະຊາຄົມສາກົນວ່າແມ່ນ 2 ໃນຈຳນວນບັນດາປະເທດໄດ້ຄວບຄຸມໂລກລະບາດໂຄວິດ-19ຢ່າງມີປະສິດທິຜົນ ແລະ ກັບຄຶນສູ່ຊີວິດເປັນປົກກະຕິຄືນໃໝ່ໄວກວ່າຫຼາຍປະເທດ.

ກ່ຽວກັບບົດບາດຂອງ ຫວຽດນາມ ໃນເລື່ອງຊີ້ນຳນຳພາ ອາຊຽນຜ່ານຜ່າບັນດາສີ່ງທ້າທາຍປະຈຸບັນ, ທ່ານ Lee Hyuk ຕີລາຄາສູງເລື່ອງ ຫວຽດນາມ ແບກຫາບບົດບາດເປັນປະທານ ອາຊຽນ ຢ່າງມີປະສິດທິຜົນໃນການປັບປຸງຄວາມເຫັນດີເຫັນພ້ອມໃນ ອາຊຽນ, ແລະ ການຮ່ວມມືພ້ອມກັບບັນດາປະເທດສະມາຊິກເພື່ອປ້ອງກັນສະກັດກັ້ນໂລກລະບາດໂຄວິດ-19. ທ່ານ Lee Hyuk ຢັ້ງຢືນວ່າ ບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ແນໃສ່ເພີ່ມທະວີລັດທິຫຼາຍຝ່າຍໃນພາກພື້ນຜ່ານບັນດາພື້ນຖານໂດຍ ອາຊຽນ ສ້າງຕັ້ງຈະປະກອບສ່ວນສຳຄັນໃນການຊຸກຍູ້ຄວາມເຊື່ອໝັ້ນຊຶ່ງກັນແລະກັນ ແລະ ການຮ່ວມມືໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ