26 ບຸກຄົນໄດ້ຮັບ ຫຼຽນກາທີ່ລະນຶກ “ເພື່ອພາລະກິດປົກປັກຮັກສາ ເຂດທະເລ, ໝູ່ເກາະ”

 26 ບຸກຄົນໄດ້ຮັບ ຫຼຽນກາທີ່ລະນຶກ “ເພື່ອພາລະກິດປົກປັກຮັກສາ ເຂດທະເລ, ໝູ່ເກາະ”  - ảnh 1
ທຸກສິ່ງທຸກຢ່າງເພື່ອໝູ່ເກາະ ເຈືອງຊາ ທີ່ສັກກະຫຼະບູຊາຂອງຫວຽດນາມ
(ພາບ: Internet)


Vovworld- ​ເນື່ອງ​ໃນ​ໂອກາດ​ສິ້ນ​ສຸດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ໝູ່​ເກາະ ​ເຈືອງ​ຊາ ​ແລະ ຮ້ານ​ຍາມ DK1 ຂອງ​ຄະນະ​ຜູ້​ແທນ​ອົງຄະ​ນະພັກກຸ່ມບັນດາ ອົງການສຳນັກງານ​ຂັ້ນ​ສູນ​ກາງ​, ນະຄອນ ດາ​ນັ້ງ ​ແລະ ບາງ​ກະຊວງ, ຂະ​ແໜງ​ການ​ການ​ຂັ້ນ​ສູນ​ກາງ, ຕອນ​ຄ່ຳ ວັນ​ທີ 28/4 ຢູ່​ນະຄອນ ວຸ້ງ​ເຕົາ ​ແຂວງ ບາ​ເຣັ້ຍວຸ້ງ​ເຕົາ, ກອງ​ບັນຊາ​ການ​ທະຫານ​ເຮືອ​ຫວຽດນາມ​ໄດ້​ມອບ​ຫຼຽນ​ກາ​ທີ່​ລະນຶກ “ ​ເພື່ອ​ພາລະກິດ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ, ໝູ່​ເກາະ ” ​ໃຫ້​ແກ່ 26 ບຸກຄົນ​ທີ່​ໄດ້​ມີ​ຜົນງານ​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ສ້າງສາແລະປົກ​ປັກ​ຮັກສາ​ ອະທິປະ​ໄຕ​ເຂດ​ທະ​ເລ, ໝູ່​ເກາະຂອງ​ປະ​ເທດ​ຊາດ. ບັນດາ​ບຸກຄົນ​ໄດ້​ຮັບ ຫຼຽນ​ກາ​ທີ່​ລະນຶກຄັ້ງ​ນີ້​ໄດ້​ມີ​ການ​ປະກອບສ່ວນ​ຫຼາຍ​ຢ່າງ​ເຂົ້າໃນການຊີ້ນຳ, ຈັດຕັ້ງ ປະຕິບັດບັນດາການເຄື່ອນໄຫວມຸ່ງໄປສູ່ ໝູ່​ເກາະ ​ເຈືອງ​ຊາ, ເບິ່ງແຍງ, ລະດົມກຳລັງໃຈພະນັກງານນັກຮົບພວມປະຕິບັດໜ້າທີ່ປົກປັກຮັກສາເຂດທະເລ, ເຂດນ່ານຟ້າ, ໝູ່ເກາະຂອງປະເທດຊາດຢູ່ ໝູ່​ເກາະ ​ເຈືອງ​ຊາ ແລະ ຮ້ານຍາມ DK1 , ປະກອບ​ສ່ວນ​ປະຕິບັດ​ນະ​ໂຍບາຍ​ແນວ​ຫຼັງ​ກອງທັບ​ເປັນ​ຢ່າງ​ດີ, ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ໂຄສະນາ​ບັນດາ​ທັດສະນະ, ​ແຜນ​ນະ​ໂຍບາຍ​ຂອງພັກ ​ແລ​ະ ລັດ​ກ່ຽວ​ກັບ ການປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ, ໝູ່​ເກາະ ​ແລະ ມີ​ບັນດາ​ວຽກ​ງານ​ທີ່​ແທດ​ຈິງ​ມຸ່ງ​ໄປ​ສູ່​ທະ​ເລ, ໝູ່​ເກາະ​ທີ່​ສັກກະຫຼະບູຊາ​ຂອງ​ປະ​ເທດ.

ຂ່າວ/ບົດ​ອື່ນ