30 ປະເພດສິນຄ້າຂອງຫວຽດນາມ ບັນລຸວົງເງິນສົ່ງອອກກວ່າ 1 ຕື້ USD ໃນເດືອນສິງຫາ

(VOVWORLD) - 33 ປະເພດສິນຄ້ານຳເຂົ້າລວມມູນຄ່າກວ່າ 1 ຕື້ USD. ຈີນ, ສເກົາຫລີ, ອາຊຽນ ແລະ ອີຢູ ແມ່ນບັນດາປະເທດນຳເຂົ້າສິນຄ້າຈາກ ຫວຽດນາມ ຫລາຍສຸດ.
30 ປະເພດສິນຄ້າຂອງຫວຽດນາມ ບັນລຸວົງເງິນສົ່ງອອກກວ່າ 1 ຕື້ USD ໃນເດືອນສິງຫາ - ảnh 1ເຄື່ອງຕ່ຳແຜ່ນຕັດຫຍິບສົ່ງອອກໄປຍັງຕະຫລາດ ອີຢູ ຢູ່ ບໍລິສັດຕັດຫຍິບ ທາຍງວຽນ
(ພາບປະກອບ: Trần Việt/TTXVN)

ກົມໃຫຍ່ສະຖິຕິ, ສັງກັດກະຊວງແຜນການ ແລະ ການລົງທຶນຫວຽດນາມ ປະກາດບົດລາຍງານສະພາບການເສດຖະກິດ ສັງຄົມໃນເດືອນສິງຫາ ແລະ 8 ເດືອນຕົ້ນປີ 2021 ໂດຍໃຫ້ຮູ້ວ່າ: ຍອດວົງເງິນສົ່ງອອກ ນຳເຂົ້າສິນຄ້າເດືອນສິງຫາ ບັນລຸເກືອບ 54 ຕື້ USD, ໃນນັ້ນ ມີ 30 ປະເພດສິນຄ້າບັນລຸວົງເງິນສົ່ງອອກກວ່າ 1 ຕື້ USD. ກົງກັນຂ້າມ 33 ປະເພດສິນຄ້ານຳເຂົ້າລວມມູນຄ່າກວ່າ 1 ຕື້ USD. ຈີນ, ສເກົາຫລີ, ອາຊຽນ ແລະ ອີຢູ ແມ່ນບັນດາປະເທດນຳເຂົ້າສິນຄ້າຈາກ ຫວຽດນາມ ຫລາຍສຸດ.

ກ່ຽວກັບການລົງທຶນຂອງຕ່າງປະເທດ, ໃນ 8 ເດືອນຂອງປີ 2021, ຍອດຈຳນວນໂຄງການລົງທຶນຂອງຕ່າງປະເທດຈົດທະບຽນໃຫມ່ ເຖິງວ່າ ຫລຸດລົງເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍກໍຕາມ ແຕ່ຈຳນວນທຶນຈົດທະບຽນເພີ່ມຂຶ້ນ ສະເລ່ຍບັນລຸ 10 ລ້ານ USD/ ໂຄງການ, ເພີ່ມຂຶ້ນເກືອບທົບສອງເທົ່າເມື່ອທຽບໃສ່ປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ