6 ເດືອນທ້າຍປີ, ຫວຽດນາມ ຈະສົ່ງອອກເຂົ້າສານຕື່ມອີກ 3,6 ລ້ານໂຕນ

6 ເດືອນທ້າຍປີ, ຫວຽດນາມ ຈະສົ່ງອອກເຂົ້າສານຕື່ມອີກ 3,6 ລ້ານໂຕນ - ảnh 1
ພາບປະກອບ

(vovworld) - ສະຫະ​ສະມາຄົມ​ທັນ​ຍາ​ຫານ​ຫວຽດນາມ (ຫຼື VFA) ​ໃຫ້​ຮູ້​ວ່າ: ປະລິມານ​ເຂົ້າສານ​ສົ່ງ​ອອກ​ຂອງ​ຫວຽດນາມ ​ໃນ​ເດືອນ 6 ​​ຜ່ານ​ມາ​ບັນລຸ​ເກືອບ 870.000 ​ໂຕນ. ​ເພີ່ມ​ຂຶ້ນ​ເກືອບ 35% ເມື່ອ​ທຽບ​ໃສ່​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​. ​ໄລ່​ລວມ 6 ​ເດືອນ​ຜ່ານ​ມາ, ປະລິມານ​ສົ່ງ​ອອກ​ເຂົ້າ​ສານ​ບັນລຸ​ກ່ວາ 3,4 ລ້ານ​ໂຕນ. ຕາມ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ ​ແລ້ວ, ປະລິມານ​ເຂົ້າສານ​ປີ​ນີ້​ປະມານ 8,3 ລ້ານ​ໂຕນ (​ເຊິ່ງລວມມີ​ເຂົ້າສານ 1,1 ລ້ານ​ໂຕນ​ທີ່ຍັງ​ຄ້າງ​ສາງ​ຂອງ​ປີ​ກາຍ). ສະຫະ​ສະມາຄົມ​ທັນ​ຍາ​ຫານ​ຫວຽດນາມ ຄາ​ດຄະ​ເນ​ວ່າ: ດ້ວຍ​ສັນຍາ​​ໄດ້​ຮັບ​ການ​ລົງ​ນາມ​ແລ້ວ ​ແລະ ຄາດ​ວ່າ​ຈະ​ລົງ​ນາມ​ອີກ ​ເຊິ່ງປະລິມານ​ເຂົ້າສານ​ໃນ 6 ​ເດືອນ​ທ້າ​ຍປີ​ອາດ​ຈະ​ບັນລຸ 3,6 ລ້ານ​ໂຕນ. ​ແລະ ປະລິມານສົ່ງອອກ​ເຂົ້າ​ສານ​ຂອງ​ປີນີ້ ອາດ​ຈະ​ບັນລຸ​ກ່ວາ 7 ລ້ານ​ໂຕນ.

ຂ່າວ/ບົດ​ອື່ນ