ASEAN Para Games 2022: ອິນໂດເນເຊຍ ມຸ່ງໄປເຖິງຢືນອັນດັບທີ 1 ທົ່ວຄະນະ

(VOVWORLD) -APG 11 ໄດ້ດຶງດູດການເຂົ້າຮ່ວມຂອງນັກກິລາປະມານ 1.500 ຄົນທີ່ມາຈາກ 11 ປະເທດ ອາຊີຕາເວັນອອກສ່ຽງໃຕ້.
ASEAN Para Games 2022: ອິນໂດເນເຊຍ ມຸ່ງໄປເຖິງຢືນອັນດັບທີ 1 ທົ່ວຄະນະ - ảnh 1 APG ຈະຈັດຂຶ້ນໃນລະຫວ່າງວັນທີ 26 ກໍລະກົດ ຫາ 07 ສິງຫາ, ລວມມີ 14 ປະເພດກິລາ
(ພາບປະກອບ: TTXVN)

ວັນທີ 25 ກໍລະກົດ, ອິນໂດເນເຊຍ ໄດ້ຈັດພິທີອອກເດີນທາງເຂົ້າຮ່ວມງານມະຫາກຳກິລາຄົນພິການອາຊີຕາເວັນອອກສ່ຽງໃຕ້ (ASEAN Para Games - APG) ຄັ້ງທີ 11 ຢູ່ສຳນັກງານບໍລິຫານນະຄອນ Surakarta, ແຂວງພາກກາງ Java. ກ່າວຄຳເຫັນທີ່ພິທີ, ທ່ານ Andi Herman, ຫົວໜ້າຄະນະກິລາຄົນພິການ ອິນໂດເນເຊຍ ຢູ່ APG 11 ໃຫ້ຮູ້ວ່າ, ອິນໂດເນເຊຍ ໄດ້ສົ່ງຄະນະນັກກິລາລວມມີນັກກິລາ ແລະ ເຈົ້າໜ້າທີ່ 539 ຄົນເຂົ້າຮ່ວມເຫດການກິລາພາກພື້ນນີ້; ທ່ານຢືນຢັນເປົ້າໝາຍຢືນອັນດັບທີ 1 ໃນຕາຕະລາງຄວ້າຫຼຽນຂອງ APG 11 ດ້ວຍຫຼຽນຄຳ 104 ຫຼຽນ.

        APG 11 ໄດ້ດຶງດູດການເຂົ້າຮ່ວມຂອງນັກກິລາປະມານ 1.500 ຄົນທີ່ມາຈາກ 11 ປະເທດ ອາຊີຕາເວັນອອກສ່ຽງໃຕ້. APG ຈະຈັດຂຶ້ນໃນລະຫວ່າງວັນທີ 26 ກໍລະກົດ ຫາ 07 ສິງຫາ, ລວມມີ 14 ປະເພດກິລາ.

ຕອບກັບ

ຂ່າວ/ບົດ​ອື່ນ