English Vietnamese Chinese French German Indonesian Japanese Khmer Korean Laotian Russian Spanish Thai

16°C - 22°C

Bloomberg: ຫວຽດນາມ ມີລະດັບເຕີບໂຕດ້ານການທ່ອງທ່ຽວທີ່ລື່ນກາຍຢູ່ ອາຊີຕາເວັນອອກສ່ຽງໃຕ້

(VOVWORLD) - Bloomberg ໄດ້ຄັດສະເໜີຂໍ້ມູນຕົວເລກໂດຍຊີ້ໃຫ້ເຫັນວ່າ, ລະດັບເຕີບໂຕດ້ານການທ່ອງທ່ຽວຂອງ ຫວຽນາມ ລື່ນກາຍຢ່າງເຫັນໄດ້ຊັດ.
Bloomberg: ຫວຽດນາມ ມີລະດັບເຕີບໂຕດ້ານການທ່ອງທ່ຽວທີ່ລື່ນກາຍຢູ່ ອາຊີຕາເວັນອອກສ່ຽງໃຕ້ - ảnh 1(ພາບປະກອບ: nhandan.vn)

        ສຳນັກຂ່າວສານ Bloomberg ຫາກໍ່ລົງບົດຂຽນໄຈ້ແຍກ ແລະ ອະທິບາຍກ່ຽວກັບບັນດາປັດໄຈເພື່ອນຳ ຫວຽດນາມ ກາຍເປັນປະເທດນຳໜ້າກ່ຽວກັບລະດັບເຕີບໂຕດ້ານການທ່ອງທ່ຽວຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.

        Bloomberg ໄດ້ຄັດສະເໜີຂໍ້ມູນຕົວເລກໂດຍຊີ້ໃຫ້ເຫັນວ່າ, ລະດັບເຕີບໂຕດ້ານການທ່ອງທ່ຽວຂອງ ຫວຽນາມ ລື່ນກາຍຢ່າງເຫັນໄດ້ຊັດ. ຫວຽດນາມ ຕ້ອນຮັບແຂກທ່ອງທ່ຽວສາກົນຫຼາຍອັນດັບທີ 3 ຢູ່ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍຈຳນວນແຂກທ່ອງທ່ຽວມາຢ້ຽມຢາມ ຫວຽດນາມ ໃນປີ 2024 ແມ່ນ 17,6 ລ້ານເທື່ອຄົນ, ລື່ນກາຍ ສິງກະໂປ; ແລະ ປະຈຸບັນພຽງຖັດຈາກ ໄທ ແລະ ມາເລເຊຍ. ຈຳນວນແຂກທ່ອງທ່ຽວທີ່ໜ້າປະທັບໃຈດັ່ງກ່າວໄດ້ປະກອບສ່ວນຊ່ວຍໃຫ້ ຫວຽດນາມ ກາຍເປັນປະເທດນຳໜ້າພາກພື້ນກ່ຽວກັບລະດັບການຟື້ນຟູຂະແໜງທ່ອງທ່ຽວເມື່ອທຽບໃສ່ປີ 2019. Bloomberg ຕີລາຄາວ່າ, ຫວຽດນາມ ຟື້ນຟູການເຄື່ອນໄຫວດ້ານການທ່ອງທ່ຽວໄດ້ 98% ແລ້ວ, ລື່ນກາຍຫຼາຍເມື່ອທຽບໃສ່ບັນດາປະເທດບ້ານໃກ້ເຮືອນຄຽງ. ຫວຽດນາມ ໄດ້ຕ້ອນຮັບແຂກທ່ອງທ່ຽວມາຢ້ຽມຢາມ ໃນ 2 ເດືອນຕົ້ນປີ 2025 ແມ່ນເກືອບ 4 ລ້ານເທື່ອຄົນ. ຕົວເລກດັ່ງກ່າວເພີ່ມຂຶ້ນ 30,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.

ຕອບກັບ

ຂ່າວ/ບົດ​ອື່ນ