ສິງກະໂປຮ່ວມເດີນທາງກັບຫວຽດນາມໃນວິວັດການພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນ
(VOVWORLD) - ຕອນເຊົ້າວັນທີ 26 ມີນາ, ຢູ່ສຳນັກງານສູນກາງພັກ, ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ໂຕເລິມໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong ທີ່ພວມມີການຢ້ຽມຢາມຫວຽດນາມ.
ທ່ານເລຂາທິການໃຫຍ່ ໂຕເລິມໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong (ພາບ: VOV) |
ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ຢັ້ງຢືນ ຫວຽດນາມ ຖືເປັນສຳຄັນເລື່ອງສິງກາໂປ ບໍ່ພຽງແຕ່ລ້ວນແຕ່ແມ່ນສະມາຊິກຂອງ ອາຊຽນເທົ່ານັ້ນ ຫາກຍັງແມ່ນຄູ່ຮ່ວມມືຫຼັກແຫຼ່ງ, ຮ່ວມເດີນທາງໃນວິວັດການພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມອີກດ້ວຍ. ທ່ານເລຂາທິການໃຫຍ່ ສະເໜີສອງຝ່າຍສືບຕໍ່ຫັນການພົວພັນ ຍຸດທະສາດ ຮອບດ້ານລະຫວ່າງສອງປະເທດເປັນລະອຽດໂດຍໄວຜ່ານການລົງນາມໃນໂຄງການກະທຳຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດໄລຍະ 2025 – 2030.
ສ່ວນທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong ເຫັນດີເປັນເອກະພາບຢ່າງສູງດ້ວຍບັນດາການກຳນົດທິດຍຸດທະສາດສຳຄັນໃຫ້ແກ່ການຮ່ວມມື ລະຫວ່າງສອງຝ່າຍໃນໄລຍະຈະມາເຖິງໂດຍທ່ານເລຂາທິການໃຫຍ່ ໂຕເລິມສະເໜີ, ຍູ້ແຮງການຮ່ວມມືດ້ານເສດຖະກິດ, ສ້າງກຳລັງໜູນໃໝ່ໃຫ້ແກ່ການພັດທະນາຊຸກຍູ້ການຮ່ວມມືດ້ານແຮງງານ ແລະ ພົບປະແລກປ່ຽນປະຊາຊົນ.
ແລະກໍ່ໃນຕອນບ່າຍວັນທີ 26 ມີນາ, ຢູ່ທຳນຽບປະທານປະເທດ, ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເລືອງເກືອງ ໄດ້ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong. ທີ່ການເຈລະຈາ, ການນຳສອງທ່ານໄດ້ຕີລາຄາສູງບັນດາຜົນສຳເລັດໃນການຮ່ວມມືທີ່ພົ້ນເດັ່ນໃນທຸກຂົງເຂດໃນໄລຍະຜ່ານມາ, ເຫັນດີເປັນເອກະພາບຫວຽດນາມ ແລະ ສິງກະໂປ ຕ້ອງເສີມຂະຫຍາຍບັນດາຄວາມສາມາດບົ່ມຊ້ອນໃນການຮ່ວມມື, ດ້ວຍພື້ນຖານເສດຖະກິດທີ່ມີລັກສະນະສະໜັບສະໜູນເຊິ່ງກັນແລະກັນ.
ແລະກໍ່ໃນຕອນບ່າຍວັນດຽວກັນ, ຢູ່ຫໍສະພາແຫ່ງຊາດ, ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເຈິ່ນແທັງເໝິນກໍ່ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong