EC ມີຄວາມປະເອີບໃຈກ່ຽວກັບຄວາມສາມາດບັນລຸໄດ້ຂໍ້ຕົກລົງກັບ ອັງກິດ ກ່ອນກຳນົດເວລາ

(VOVWORLD) - ຍັງມີເວລາເພື່ອໃຫ້ ລອນດອນ ແລະ ບຣຸກແຊນ ອາດຈະບັນລຸໄດ້ຂໍ້ຕົກລົງກ່ຽວກັບເລື່ອງ ອັງກິດ ຖອນຕົວອອກຈາກສະຫະພາບ ເອີຣົບ (ອີຢູ), ຫຼື ເອີ້ນວ່າ Brexit. ວັນທີ 22 ກັນຍາ, ທ່ານ Jean Claude Juncker ປະທານຄະນະກຳມະການ ເອີຣົບ (EC) ໄດ້ຍົກອອກຂໍ້ສັງເກດໃນສະພາບທີ່ໃກ້ຈະຮອດກຳນົດເວລາສຸດທ້າຍແມ່ນວັນທີ 31 ຕຸລາ ເພື່ອໃຫ້ ອັງກິດ ຖອນຕົວອອກຈາກ ອີຢູ.
EC ມີຄວາມປະເອີບໃຈກ່ຽວກັບຄວາມສາມາດບັນລຸໄດ້ຂໍ້ຕົກລົງກັບ ອັງກິດ ກ່ອນກຳນົດເວລາ - ảnh 1 ທ່ານ Jean Claude Juncker ປະທານຄະນະກຳມະການ ເອີຣົບ (ພາບ: AFP/TTXVN)

        ເມື່ອແລກປ່ຽນກັບໜັງສືພິມ El Pais ຂອງ ແອັດສະປາຍ, ທ່ານ Jean Claude Juncker ໄດ້ພັນລະນາການປຶກສາຫາລືກັບທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ໃນວັນທີ 16 ກັນຍາ ຜ່ານມາ ຢູ່ Luxambourg ວ່າແມ່ນມີລັກສະນະສ້າງສາ ແລະ ຕັ້ງໜ້າ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ 2 ຝ່າຍຍັງມີໂອກາດເພື່ອບັນລຸໄດ້ຂໍ້ຕົກລົງ.

        ປະຈຸບັນ, ທ່ານນາຍົກລັດຖະມົນຕີ Boris Johnson ພວມຊຸກຍູ້ຄຳໝັ້ນສັນຍາ Brexit ໃຫ້ດຳເນີນໄປຖືກຕາມການກຳນົດເວລາແມ່ນວັນທີ 31 ຕຸລາ ຈະມາເຖິງ ໂດຍບໍ່ວ່າຈະມີ ຫຼື ບໍ່ມີຂໍ້ຕົກລົງກັບ ອີຢູ ກໍ່ຕາມ. ມາດຕາ “ກີດກັ້ນ” ກ່ຽວກັບບັນຫາຊາຍແດນລະຫວ່າງເຂດດິນແດນ ອຽກລັງເໜືອ ຂຶ້ນກັບ ອັງກິດ ແລະ ສ.ໄອແລນ ແມ່ນເນື້ອໃນທີ່ກໍ່ການໂຕ້ຖຽງກັນທີ່ສຸດໃນຂໍ້ຕົກລົງ Brexit.

ຕອບກັບ

ຂ່າວ/ບົດ​ອື່ນ