EVFTA: ການກະທົບຕັ້ງໜ້າເຖິງການຮ່ວມມືທາງດ້ານເສດຖະກິດລະຫວ່າງສ.ເຊັກໂກແລະຫວຽດນາມ

(VOVWORLD) -ເລື່ອງສະຫະພາບເອີລົບ (EU) ແລະ ຫວຽດນາມ ລົງນາມໃນສັນຍາການຄ້າເສລີ (EVFTA) ແລະ ສັນຍາອາລັກຂາການລົງທຶນ (EVIPA) ແມ່ນເຫດການຊິ່ງສ.ເຊັກໂກ ກໍຄືຫວຽດນາມ ຄອງຄອຍ

EVFTA: ການກະທົບຕັ້ງໜ້າເຖິງການຮ່ວມມືທາງດ້ານເສດຖະກິດລະຫວ່າງສ.ເຊັກໂກແລະຫວຽດນາມ - ảnh 1 ທ່ານຮອງປະທານຜູ້ທີໜຶ່ງສະພາຕ່ຳສ.ເຊັກໂກ Vojtech Filip

(ພາບ: baotintuc.vn)

ຍ້ອນມັນຈະມີການກະທົບທີ່ຕັ້ງໜ້າເຖິງການພັດທະນາການພົວພັນດ້ານເສດຖະກິດລະຫວ່າງ 2 ປະເທດ, ພິເສດແມ່ນຈະຊ່ວຍໃຫ້ 2 ປະເທດປະຕິບັດບັນດາຂໍ້ຕົກລົງກ່ອນນີ້. ນີ້ແມ່ນຄຳຖະແຫຼງຂອງທ່ານຮອງປະທານຜູ້ທີໜຶ່ງສະພາຕ່ຳສ.ເຊັກໂກ Vojtech Filip ໃນການຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳສ.ເຊັກໂກ, ເມື່ອຕີລາຄາຄວາມສາມາດບົ່ມຊ້ອນຊຸກຍູ້ການພັດທະນາການພົວພັນຫຼາຍດ້ານລະຫວ່າງ 2 ປະເທດ, ພິເສດແມ່ນພາຍຫຼັງລົງນາມ EVFTA.

ຕາມທ່ານ Vojtech Filip ແລ້ວ, ສຳລັບສ.ເຊັກໂກ ແລະ ຫວຽດນາມ, EVFTA ແລະ EVIPA ຈະຊ່ວຍໃຫ້ 2 ປະເທດປະຕິບັດບັນດາຂໍ້ຕົກລົງກ່ອນນີ້ຄື ສິນຄ້າຂອງສ.ເຊັກໂກ ຈະໄປຜ່ານຫວຽດນາມ ເພື່ອແຊກຊຶມເຂົ້າຕະຫຼາດອາຊຽນ ແລະ ກົງກັນຂ້າມ ສິນຄ້າຂອງຫວຽດນາມ ຈະໄປຜ່ານສ.ເຊັກໂກ ເພື່ອແຊກຊຶມເຂົ້າຕະຫຼາດອີຢູ. ສ.ເຊັກໂກ ໄດ້ຮັບຖືວ່າແມ່ນຂົວເຊື່ອມຕໍ່ສຳຄັນເພື່ອໃຫ້ສິນຄ້າຂອງຫວຽດນາມ ແຊກຊຶມເຂົ້າຕະຫຼາດຕາເວັນອອກກາງ ແລະ ຕາເວັນອອກເອີລົບ ເວົ້າສະເພາະ, ເອີລົບ ເວົ້າລວມ ກໍຄືການເຕີບໂຕທັງ 2 ສົ້ນ. ສະນັ້ນ, ບັນດາຝ່າຍຄວນມີບັນດາຂໍ້ຕົກລົງລະອຽດທີ່ສຸດ ເພື່ອນຳໃຊ້ໃຫ້ບັນດາໂຄງການຮ່ວມມືດ້ານການຄ້າລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ