IAEA ກຽມພ້ອມເຊື່ອມຕໍ່ ການເຈລະຈາກັບອີຣານ

IAEA ກຽມພ້ອມເຊື່ອມຕໍ່ ການເຈລະຈາກັບອີຣານ - ảnh 1
(ຜູ້ອຳນວຍການ​ໃຫຍ່​ຂອງ IAEA, Yukiya Amano)

(vovworld) -     ວັນ​ທີ 18/9, ອົງການ​ພະລັງງານ​ປະ​ລະມານູສາກົນ (IAEA) ​ສະ​ແດງ​ຄວາມກຽມພ້ອມ​ເຊື່ອມ​ຕໍ່ການ​ເຈລະຈາ​ກັບ​ອີຣານ. ​ແຈ້ງການ​ຖືກ​ປະກາດ​ພາຍຫຼັງ​ການ​ພົບ​ປະລະ​ຫວ່າງ​ຜູ້ອຳນວຍການ​ໃຫຍ່​ຂອງ IAEA, Yukiya Amano ​ແລະ ຜູ້ນຳ​ໜ້າ​ອົງການ​ພະລັງງານ​ນິວ​ເຄຼຍອີຣານ ທ່ານ Fereydoun Abbasi – Davani. ​ເນື້ອ​ໃນ​ຂອງ​​ແຈ້ງການ​ໄດ້​ຢືນຢັນ​ວ່າ IAEA ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ເຈລະຈາ​ກັບ​​ປະ​ເທດ​ອິດສະ​ລາມອີຣານ, ພ້ອມ​ກັນ​ນັ້ນ​ກໍ​ກຽມພ້ອມ​ທີ່​ຈະ​ເຈລະຈາ​ກັບ​ອີຣານ ​​​ໂດຍ​ໄວ. ຜູ້ອຳນວຍການ​ໃຫຍ່​ຂອງ IAEA, Amano ກໍ​ໄດ້​ເນັ້ນ​ໜັກ​ວ່າ ອີຣານຄວນ​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ IAEA. ຕາມ​ທ່ານ​ແລ້ວ, ທັງ​ອີຣານ ​ແລະ IAEA ຕ້ອງ​ພ້ອມ​ກັນ​ຊອກ​ຫາ​ມາດ​ຕະການ​ເພື່ອ​ເຮັດ​ແຈ້ງ​ໂຄງການ​ນິວ​ເຄຼຍຂອງ​ອີຣານ ​ແລະ ສິ່ງ​ນີ້​ແມ່ນ​ຈຳ​ເປັນ​ທີ່​ສຸດ ​ແລະ ຕ້ອງ​ປະຕິບັດ​ຍິ່ງ​ໄວກໍ​ຍິ່ງ​ດີ.

ຂ່າວ/ບົດ​ອື່ນ