IS ປະກາດດຳເນີນການວາງລະເບີດໂບດອິດສະລາມຢູ່ ປາກິສຖານ

IS ປະກາດດຳເນີນການວາງລະເບີດໂບດອິດສະລາມຢູ່ ປາກິສຖານ - ảnh 1
(ພາບປະກອບ/AP)

(vovworld) - ຕາມ​ພະ​ແນ​ກພາຍ​ໃນ​ແຂວງ Balochistan, ຈຳນວນ​ຜູ້​ຖືກ​ເສຍ​ຊີວິດ​ໃນ​ການວາງ​ລະ​ເບີດ​ໂບດ​ອິດສະ​ລາມ​ Shah Noorani ທາງ​ພາກ​ໃຕ້ ປາ​ກິ​ສຖານ ​ໃນ​ວັນ​ທີ 12/11 ​ໄດ້​ຂຶ້ນ​ເຖິງ 52 ກວ່າ​ຄົນ. ນອກ​ນັ້ນ​ຍັງ​ມີ 105 ຄົນ​ໄດ້​ຮັບ​ບາດ​ເຈັບ. ອົງການ​ລັດ​ອິດສະ​ລາມ (IS) ​ຖະ​ແຫຼ​ງ​ໄດ້​ດຳ​ເນີນ​ການວາງ​ລະ​ເບີດ​ນີ້, ກໍ່​ຄື​ການວາງ​ລະ​ເບີດ​ຢູ່​ສະ​ຖາ​ບັນ​ຕຳຫຼວດ​ໃນ​ແຂວງ​ນີ້​ເມື່ອ​ເດືອນ 10 ຜ່ານ​ມາ, ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ເກືອບ 60 ຄົນ. ທ່ານ​ນາຍົກລັດຖະມົນຕີ ປາ​ກິ​ສະຖານ Nawaz Sharif ​ໄດ້​ກ່າວ​ປະນາມ​ເຫດ​ບຸກ​ໂຈມ​ຕີ ​ແລະ​ ​ຖະ​ແຫຼ​ງວ່າ​ຈະ​ດັບ​ສູນ​ບັນດາ​ພວກ​ກະບົດ​ທີ່​ພວມ​ເຄື່ອນ​ໄຫວ​ຢູ່​ເຂດ​ນີ້.

 

 

ຂ່າວ/ບົດ​ອື່ນ