ISປະກາດຍິງຕົກເຮືອບິນລຳໜຶ່ງຂອງຊີຣີ

ISປະກາດຍິງຕົກເຮືອບິນລຳໜຶ່ງຂອງຊີຣີ - ảnh 1
ເຮືອ​ບິນ​ບິນ​ຈາກ ສະ​ໜາມ​ບິນ Khalkhalah
(ພາບ: AP)

(vovworld) – ວັນ​ທ​ີ 24/4, ໃນ Twitter ສະ​ໜັບ​ສະ​ໜູນ​ກຸ່ມ ລັດ​ອິ​ດ​ສະ​ລາມ (IS) ອ້າງ​ຊື່​ເອງ ໄດ້​ໃຫ້​ຂ່າວ​ກຸ່ມນີ້​​ຍິງ​ຕົກ​ເຮືອ​ບິນ​ລຳ​ໜຶ່ງ​ຂອງ​ລັດ​ຖະ​ບານ ຊີ​ຣີ ​ຢູ່ໃກ​້​ກັບ​​ສະ​ໜາມ​ບິນ​ການ​ທະ​ຫານຫຼ​ັກ​ແຫຼ່ງ​ທາງ​ພາກ​ໃຕ້ ແລະ ຈັບ​ຕົວ​ນັກ​ບິນ. ຕາມ​ອົງ​ການ​ຕິດ​ຕາມກວດ​ກາ​ສິດ​ທິ​ມະ​ນຸດ ຊີ​ຣີ (SOHR) ແລ້ວ, ເຮືອ​ບິນ​ລຳ​ນີ້​ຖືກ​ຍິງ​ຕົກ​ຢູ່​ທາງ​ທິດ​ຕາ​ເວັນ​ອອກ​ສະ​ໜາມ​ບິນ Khalkhalah, ​ເຊິ່ງ​ແມ່ນຖານ​ທີ່ໝັ້ນ​ກອງ​ທັບ​ອາ​ກາດ​ແຫ່ງ​ໜຶ່ງ​ດຽວ​ຢູ່​ເຂດ Sweida. SOHR ໃຫ້​ຮູ້​ວ່າ: ປະ​ຈຸບ​ັນ, ບໍ່​ທັນ​ຮູ້ຊາ​ຕາ​ກຳ​ຂອງ​​ບັນ​ດາສະ​ມາ​ຊິກ​​ໃນຈຸ​ບິນ​ເທື່ອ​ແຕ່​ບັນ​ດາ​ແຫຼ່ງ​ຂ່າວ​ສະ​ໜັບ​ສະ​ໜູນ IS ຢັ້ງ​ຢືນ​ວ່າ: ​ນັກ​ບິນ​ໄດ້​ຖືກ​ຈັບ​ຕົວ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ສຳ​ນັກ​ຂ່າວ​ສານ​ແຫ່ງ​ລັດ ຊີ​ຣີ SANA ໄດ້ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ການ​ທະ​ຫານ​ຜູ້​ໜຶ່ງ​ທີ່​ເວົ້າ​ວ່າ: ເຮືອ​ບິນ​ລຳ​ນີ້ “ຖືກ​ຕົກ​ຍ້ອນ​ບັນ​ດາ​ເຫດ​ການ​ດ້ານ​ເຕັກ​ນິກ​​ໃນ​ຂະ​ນະ​ທີ່​ພວມ​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ” ແລ​ະ ການ​ເຄື່ອນ​ໄຫວ​ຊອກ​ຫາ​ບັນ​ດາ​ນັກ​ບິນ​ພວມ​ຖືກ​ດຳ​ເນີນ​ໄປ.


ຂ່າວ/ບົດ​ອື່ນ