NATO ຢຸດຕິການບຸກໂຈມຕີທາງອາກາດ ເຂົ້າ ອາບການິສະຖານ

NATO ຢຸດຕິການບຸກໂຈມຕີທາງອາກາດ     ເຂົ້າ ອາບການິສະຖານ - ảnh 1

ທ່ານHamid Karzai. ປະທານາທິບໍດີ ອາບ​ກາ​ນິສະຖານ
ພາບ: REUTERS

(vovworld) - ​ ອົງການ​ NATO ຈະ​ບໍ່​ປະຕິບັດ​ບໍ່​ວ່າການບຸກ​ໂຈມ​ຕີ​ທາງອາກາດຄັ້ງໃດໆ​ຢູ່ມໍ່​ກັບ​ບັນດາ​ເຂດ​ຊຸມ​ຊົນ​ຂອງ ອາບ​ກາ​ນິສະຖານ. ນີ້​ແມ່ນ​ຄຳ​ຖະ​ແຫລ​ງຂອງ​ທ່ານ Hamid Karzai ປະທານາທິບໍດີ ອາບ​ກາ​ນິສະຖານ ທີ່ຍົກ​ອອກມາ​ໃນ​ວັນ​ທີ 12/06 ພາຍຫລັງ​ເຫດ​ບຸ​ກໂຈມ​ຕີທາງອາກາດກ່ອນ​ນີ້ 6 ວັນ ຊຶ່ງ​ເຮັດ​ໃຫ້ປະຊາຊົນ ​ອາບ​ກາ​ນິສະຖານ 20 ຄົນ​ຖືກ​ເສຍ​ຊີວິດ, ​ໃນ​ນັ້ນ ສ່ວນ​ຫລາຍ​ແມ່ນ​ແມ່ຍິງ ​ແລະ ​ເດັດ​ນ້ອຍ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ຢູ່​ທຳນຽບປະທານາທິບໍດີ, ທ່ານ Karzai ​ໃຫ້​ຮູ້​ວ່າ:  NATO ຈະ​ບໍ່​ປະຕິບັດ​ເຫດ​ວາງ​ລະ​ເບີດ​​ໃດ​​ໃສ່​ບັນດາ​ເຂດ​ຊຸ​ມຊົນ​ຢູ່ ອາບ​ກາ​ນິສະຖານ. ​ແລະ ອາບ​ກາ​ນິສະຖານຖືວ່າ ນີ້​ແມ່ນ​ການ​ໃຊ້ກຳລັງ​ອາວຸດ​ທີ່ບໍ່​ເໝາະ​ສົມ ​ແລະ ຜິດ​ກົດໝາຍ. ກ່ອນ​ຫນ້າ​ນັ້ນ ທ່ານ Karzai ​ໄດ້​ມີ​ການ​ພົບ​ປະ​ກັບ​ ນາຍ​ພົນ John Allen  ຜູ້​ບັນຊາ​ການ​ກຳລັງ​ທະຫານ NATO ຢູ່ ອາບ​ກາ​ນິສະຖານ ​ແລະ ທ່ານ Ryan Crocker ​ເອກ​ອັກຄະ​ລັດຖະທູດ ອາ​ເມ​ລິ​ກາ ປະຈຳ ອາບ​ກາ​ນິສະຖານ. ທີ່​ການ​ພົບ​ປະ, ບັນດາ​ຝ່າຍ​ລ້ວນ​ແຕ່​ເຫັນ​ດີ​ວ່າ ບັນດາ​ເຫດ​ບຸກ​ໂຈມ​ຕີ​ທາງອາກາດດັ່ງກ່າວ​ແມ່ນ​ລະ​ເມີດ​ຂໍ້​ຕົກລົງ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ ອາ​ເມ​ລິ​ກາ ​ແລະ ອາບ​ກາ​ນິສະຖານ​ທີ່​ໄດ້​ລົງ​ນາມ​​ໃນ​ເດືອນ​ຜ່ານ​ມາ.

ຂ່າວ/ບົດ​ອື່ນ