ພາຍຸ Yagi ໄດ້ອ່ອນກຳລັງລົງເປັນຄວາມດັນອາກາດຕ່ຳ ແລະ ໄດ້ກໍ່ຄວາມເສຍຫາຍຢ່າງໃຫຍ່ຫຼວງຢູ່ຫຼາຍທ້ອງຖິ່ນ

(VOVWORLD) -ຕອນເຊົ້າວັນທີ 8 ກັນຍາ, ພາຍຸໄຕ້ຝຸ່ນ Yagi ເຊິ່ງເປັນພະຍຸແຮງທີ່ສຸດໃນຮອບ 30 ປີຜ່ານມາ ໄດ້ສົ່ງຜົນກະທົບໂດຍກົງຕໍ່ບັນດາແຂວງພາກເໜືອ, ໄດ້ເຄື່ອນທີໄປທາງທິດຕາເວັນຕົກ ແລະ ໄດ້ອ່ອນກຳລັງລົງເປັນຄວາມດັນອາກາດຕ່ຳ ກ່ອນທີ່ເຂົ້າສູ່ດິນຕໍ່ແຜ່ນ ແລະ ໄດ້ກໍ່ຄວາມເສຍຫາຍ ຢ່າງໜັກໜ່ວງກ່ຽວກັບຊີວິດອີນຊີ ແລະ ຊັບສິນ, ຢູ່ຫຼາຍທ້ອງຖິ່ນ, ໃນນັ້ນມີນະຄອນຫຼວງຮ່າໂນ້ຍ
ພາຍຸ Yagi ໄດ້ອ່ອນກຳລັງລົງເປັນຄວາມດັນອາກາດຕ່ຳ ແລະ ໄດ້ກໍ່ຄວາມເສຍຫາຍຢ່າງໃຫຍ່ຫຼວງຢູ່ຫຼາຍທ້ອງຖິ່ນ - ảnh 1ກອງປະຊຸມໄດ້ເຊື່ອມຕໍ່ທາງອອນລາຍຈາກສຳນັກງານລັດຖະບານໄປເຖິງ 26 ທ້ອງຖິ່ນໃນທົ່ວປະເທດ

   ຕອນເຊົ້າວັນທີ 8 ກັນຍານີ້, ຢູ່ສຳນັກງານລັດຖະບານທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ເປັນປະທານກອງປະຊຸມຕີລາຄາວຽກງານຊີ້ນຳການຮັບມື, ສະພາບຄວາມເສຍຫາຍ ແລະ ຜັນຂະຫຍາຍບັນດາມາດຕະການຮີບດ່ວນເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Yagi. ກອງປະຊຸມໄດ້ເຊື່ອມຕໍ່ທາງອອນລາຍຈາກສຳນັກງານລັດຖະບານໄປເຖິງ 26 ທ້ອງຖິ່ນ ເພື່ອປະເມີນວຽກງານຮັບມືກັບພະຍຸນັບທັງຢູ່ສູນກາງ ແລະ ທ້ອງຖິ່ນ; ປະເມີນຜົນຮ້າຍຢ່ອນຫຼັງທີ່ເກີດຈາກພະຍຸ; ປຶກສາຫາລືມາດຕະການແກ້ໄຂ

     ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ເນັ້ນໜັກວ່າ: ພະຍຸ Yagi ໄດ້ກໍ່ໃຫ້ເກີດຜົນຮ້າຍຢ່ອນຫຼັງຢ່າງຮ້າຍແຮງ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ສຳຫຼວດກວດກາໂດຍໄວ, ໜູນຊ່ວຍບັນດາທ້ອງຖິ່ນທີ່ຖືກເສຍຫາຍ ແລະ ຄອບຄົວມີຜູ້ເສຍຊີວິດ; ພ້ອມກັນນັ້ນ, ສືບຕໍ່ປະຕິບັດວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ; ຮີບຮ້ອນແກ້ໄຂບັນຫາທີ່ກ່ຽວຂ້ອງເຖິງຊີວິດການເປັນຢູ່ຂອງປະຊາຊົນ, ການຜະລິດ, ການດຳເນີນທຸລະກິດ ແລະ ການຮັບມືຕໍ່ສະພາບດິນເຊາະເຈື່ອນ

    ຕາມການລາຍງານຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດແລ້ວ, ພາຍຸໄຕ້ຝຸ່ນ Yagi ແມ່ນພາຍຸທີ່ແຮງທີ່ສຸດຢູ່ທະເລຕາເວັນອອກໃນຮອບ 30 ປີຜ່ານມາ. ຄວາມເສຍຫາຍເບື້ອງຕົ້ນ ແມ່ນມີ ຜູ້ເສຍຊີວິດຫຼາຍກ່ວາ 10 ຄົນ, ຜູ້ຮັບບາດເຈັບ ເກືອບ 200 ຄົນ; ກຳປັ່ນ 25 ລຳຖືກຈົມນ້ຳຢູ່ກວາງນິງ; ບັນດາທ້ອງຖິ່ນຄື: ກວາງນິງ, ຫາຍຟ່ອງ, ທາຍບິ່ງ, ຫາຍເຢືອງ, ຮ່າໂນ້ຍ ໄດ້ປະສົບກັບສະພາບບໍ່ມີໄຟຟ້າໃຊ້ ແລະ ຂາດການຕິດຕໍ່ສື່ສານໃນວົງກ້ວາງ. ເຮືອນເກືອບ 3.300 ຫຼັງຖືກເປ່ເພ; ເສົາໄຟຟ້າ 400 ກວ່າເສົາຖືກຫັກ; ຫ້າງຮ້ານ, ສໍານັກງານໃຫຍ່, ແລະໂຮງຮຽນຫຼາຍແຫ່ງຖືກເລີກຫລັງຄາ; ຕົ້ນໄມ້ຫຼາຍຕົ້ນຖືກຫັກ. ກ່ຽວກັບກະສິກໍາ, ເນື້ອທີ່ນາ ແລະ ພືດ 121.500 ເຮັກຕາຖືກນ້ຳຖ້ວມ, ຕົ້ນໄມ້ກິນໝາກ 5.000 ກວ່າຕົ້ນຖືກເສຍຫາຍ; ກະຊັງລ້ຽງປາ ຫຼາຍກວ່າ 1,000 ກະຊັງ ຖືກເສຍຫາຍ ຫຼື ຖືກນ້ຳມ້ວນໄປ.

    ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ຮຽກຮ້ອງໃຫ້ຫ້ອງວ່າການລັດຖະບານ ແຕ່ງຕັ້ງຄະນະປະຕິບັດງານລົງໄປເຖິງບັນດາທ້ອງຖິ່ນທີ່ຖືກຄວາມເສຍຫາຍຈາກພະຍຸໃນຕອນບ່າຍມື້ນີ້. ທ່ານນາຍົກລັດຖະມົນຕີ ໄດ້ສົ່ງຄຳຢື້ຢາມຖາມຂ່າວຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເຖິງບັນດາຄອບຄົວ, ບັນດາອົງການສຳນັກງານ, ຫົວໜ່ວຍ, ທ້ອງຖິ່ນຖືກເສຍຫາຍກ່ຽວກັບຊີວິດອີນຊີ ແລະ ຊັບສິນຍ້ອນພາຍຸ Yagi ກໍ່ຂຶ້ນ.

    
ພາຍຸ Yagi ໄດ້ອ່ອນກຳລັງລົງເປັນຄວາມດັນອາກາດຕ່ຳ ແລະ ໄດ້ກໍ່ຄວາມເສຍຫາຍຢ່າງໃຫຍ່ຫຼວງຢູ່ຫຼາຍທ້ອງຖິ່ນ - ảnh 2ທ່ານນາຍົກລັດຖະມົນຕີ  ຟ້າມມິງຈີງ ໄດ້ລົງກວດກາສະພາບຄວາມເສຍຫາຍ ຈາກພາຍຸ Yagi ຢູ່ ແຂວງກວາງນິງ

        ຕອນບ່າຍວັນດຽວກັນນີ້, ທ່ານນາຍົກລັດຖະມົນຕີ  ໄດ້ລົງກວດກາສະພາບຄວາມເສຍຫາຍ ແລະ ຊີ້ນຳຜັນຂະຫຍາຍບັນດາມາດຕະການຮີບດ່ວນເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Yagi ຢູ່ ແຂວງກວາງນິງ ແລະ ນະຄອນຫາຍຟ່ອງ ເຊິ່ງພາຍຸດັ່ງກ່າວໄດ້ພັດຖະຫຼ່ົມດ້ວຍກຳລັງແຮງລົມແຮງທີ່ສຸດ ແລະ ກໍ່ຄວາມເສຍຫາຍຢ່າງໜັກໜ່ວງທີ່ສຸດ. 

ຕອບກັບ

ຂ່າວ/ບົດ​ອື່ນ