NATO ຮັບຮອງເອົາພາລະໜ້າທີ່ຢູ່ ອາບການິດສະຖານ ພາຍຫລັງປີ 2014

NATO ຮັບຮອງເອົາພາລະໜ້າທີ່ຢູ່ ອາບການິດສະຖານ ພາຍຫລັງປີ 2014 - ảnh 1
ທະຫານ ອາເມລິກາ ຢູ່ ແຂວງ Wardak
(ພາບ: ສຳນັກຂ່າວສານຊິນຮວາ/ ສຳນັກຂ່າວສານ ຫວຽດນາມ)

(​vovworld) – ວັນ​ທີ 5/6, ບັນດາ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ NATO ​ໄດ້​ຮັບຮອງ​ເອົາ “​ພາລະ​ໜ້າ​ທີ່ຢູ່ ອາບ​ກາ​ນິດ​ສະຖານ ​ພາຍຫລັງ​ປີ 2014” ​ເຊິ່ງ​ແມ່ນຈຸດ​ເວລາ​ທີ່​​ອົງການ​ນີ້ຖອນ​ທະຫານ​ທັງ​ໝົດ​ອອກ​ຈາກ ອາບ​ກາ​ນິດ​ສະຖານ. ກ່າວ​ຄຳ​ເຫັນ​ຕໍ່ວົງ​ການ​ນັກ​ຂ່າວ​ພາຍຫລັງ​ກອງ​ປະຊຸມ​ແກ່ຍາວ​ເປັນ​ເວລາ 2 ວັນ​ຢູ່ ​ແບນ​ຊິກ, ທ່ານ​​ເລຂາທິການ​ໃຫຍ່ NATO Aders Fogh Rasmussen ​ໃຫ້​ຮູ້​ວ່າ: ນີ້​ແມ່ນ​ພາລະ​ໜ້າ​ທີ່​ປອດ​ການ​ສູ້​ຮົບ, ກ່ຽວຂ້ອງ​ເຖິງ​ການຝຶກ​ອົບຮົມ, ທີ່​ປຶກສາ ​ແລະ ໜູນ​ຊ່ວຍ​ບັນດາ​ກຳລັງ​ທ້ອງ​ຖິ່ນ​ເຖິງ​ທ້າຍ​ປີ 2014 ສາມາດ​ຮັບ​ຜິດ​ຊອບ​ໜ້າ​ທີ່ຮັບປະກັນ​ຄວາມ​ໝັ້ນຄົງ​ເຊິ່ງປະຈຸ​ບັນບັນດາກຳລັງ NATO ພວມ​ຮັບຜິດຊອບ. ມີ​ທະຫານປະມານ 97.000 ຄົນຈາກ​ບັນດາ​ປະ​ເທດ NATO ​ແລະ ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ຂອງ​ອົງການ​ນີ້​ພວມ​ຕັ້ງ​ທັບ​ຢູ່​ອາບ​ກາ​ນິດ​ສະຖານ. NATO ຕັດສິນ​ໃຈ​ຖອນ​ທະຫານ​ທັງ​ໝົດ​ທີ່ເຂົ້າ​ຮ່ວມ​ການ​ສູ້​ຮົບອອກ​ຈາກ​ປະ​ເທດ​ນີ້​ໃນ​ທ້າຍ​ປີໜ້າ ​​ເວັ້ນ​ເສຍ​ແຕ່​ທະຫານ​ຈຳນວນ​ໜຶ່ງທີ່​ເຮັດ​ໜ້າ​ທີ່​ຝຶກ​ອົບຮົມ​ຢູ່​ປະ​ເທດ​ນີ້ເທົ່າ​ນັ້ນ.

ຂ່າວ/ບົດ​ອື່ນ